ປີ 2020 ນະຄອນຫຼວງຂຶ້ນທະບຽນພາຫະນະໄດ້ເກືອບ 50.000 ຄັນ

    ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ (ກຄພຂ) ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 18 ມັງກອນ 2021 ວ່າ: ປີ 2020 ມີພາຫະນະຂຶ້ນທະບຽນໃໝ່ທັງໝົດ 47.316ຄັນ ໃນນັ້ນ ລົດຈັກ 31.096 ຄັນ ລົດເກງ 2.733 ຄັນ ລົດກະບະ 7.584 ຄັນ ລົດຈິບ 3.217 ຄັນ ລົດຕູ້ 491ຄັນ ລົດບັນທຸກ 2.177 ຄັນ ແລະ ລົດໂດຍສານ 18 ຄັນ ທຽບໃສ່ປີ 2019 ຫຼຸດລົງ 7.441 ຄັນ ຍ້ອນຢຸດບໍລິການໄລຍະພະຍາດໂຄວິດລະບາດເປັນເວລາເດືອນປາຍ ຖ້ານັບແຕ່ປີ 2011-2020 ກຄພຂ ນວ ໄດ້ຂຶ້ນທະບຽນຍານພາຫະນະທັງໝົດ 595.823 ຄັນ ມາຮອດປັດຈຸບັນ ຕາມສະຖິຕິທີ່ພາຫະນະມາຂຶ້ນທະບຽນຢູ່ ນວ ມີທັງໝົດ 998.930 ຄັນ ໃນນີ້ ລົດຈັກ 684.017 ຄັນ ທັງໝົດນີ້ ແມ່ນບໍ່ລວມເອົາລົດທີ່ຂຶ້ນປ້າຍ (ກທ) ຂອງກະຊວງປ້ອງກັນປະເທດ ແລະ ປ້າຍ (ປກສ) ກະຊວງປ້ອງກັນຄວາມສະຫງົບ ຖືວ່າມີຍານພາຫະນະຫຼາຍສົມຄວນຢູ່ ນວ ດັ່ງນັ້ນ ຈຶ່ງເກີດມີສະພາບລົດແອອັດຕາມຖະໜົນ.

                    # ຂ່າວ & ພາບ : ສົມສະຫວັນ

error: Content is protected !!