ບຸນຊ້າງປີນີ້ຈະຈັດພຽງ 1 ວັນ ເທົ່ານັ້ນ

    ເພື່ອເປັນການປະຕິບັດຕາມມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນັ້ນ ແຂວງໄຊຍະບູລີ ຈະໄດ້ຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນຕາມຮີດຄອງປະເພນີ ໂດຍຈະໄດ້ມີການຈໍາກັດແຂກຄົນເພື່ອເຂົ້າຮ່ວມງານບຸນດັ່ງກ່າວ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ກໍານົດ 1 ວັນ.

    ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານບຸນຊ້າງ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນຊ້າງ ໃນວັນທີ 17 ມັງກອນ 2021 ທີ່ສະໂມສອນຫ້ອງວ່າການແຂວງ ໃຫ້ຮູ້ວ່າ: ການຈັດງານມະຫະກໍາບຸນຊ້າງໃນປີ 2021 ນີ້ ຖືວ່າເປັນຄັ້ງທີ 15 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 13 ກຸມພາ 2021 ຕາມຮີດຄອງທີ່ເຄີຍປະຕິບັດມາ ແຕ່ປີນີ້ ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຍັງບໍ່ມີທ່າທີວ່າຈະຜ່ອນຄາຍລົງ ໂດຍສະເພາະແມ່ນບັນດາປະເທດໃກ້ຄຽງ ຕໍ່ກັບບັນຫາດັ່ງກ່າວ ແຂວງໄຊຍະບູລີຈຶ່ງຈຳເປັນຕ້ອງໄດ້ກໍານົດຈັດງານມະຫະກຳບຸນຊ້າງປະຈໍາປີ 2021 ນີ້ພຽງ 1 ວັນ ຈະບໍ່ໄດ້ຈັດງານໃຫຍ່ ແລະ ຈະຈໍາກັດຜູ້ເຂົ້າຮ່ວມພາຍໃນພຽງແຕ່ 200-300 ຄົນເທົ່ານັ້ນ ຈະບໍ່ມີຕະຫຼາດນັດວາງສະແດງສິນຄ້າ ແລະ ການບັນເທີງຕ່າງໆ

    ສະນັ້ນ ຄະນະຮັບຜິດຊອບຈັດງານມະຫະກໍາບຸນຊ້າງ ຈຶ່ງໄດ້ຕົກລົງກໍານົດເອົາແຕ່ກິດຈະກໍາທີ່ສຳຄັນ ແລະ ຈໍາເປັນເຊັ່ນ: ກ່ອນມື້ຈັດງານມະຫະກໍາບຸນຊ້າງ ກົງກັບວັນທີ 12 ກຸມພາ 2021 ຕອນແລງແມ່ນຈະໄດ້ເຮັດພິທີກໍາຄອບເລົ່າສິ່ງສັກສິດ ເຈົ້າຫຼັກບ້ານຫຼັກເມືອງ ໃນວັນທີ 13 ກຸມພາ 2021 ເປັນມື້ຈັດງານມະຫະກໍາບຸນຊ້າງ ພວກເຮົາຈະໄດ້ເຮັດພິທີຕັກບາດເພື່ອອຸທິດສ່ວນບຸນກຸສົນໃຫ້ຊ້າງ ແຫ່ຂະບວນຊ້າງ ບາສີສູ່ຂວັນຊ້າງ ຈັດອາຫານບຸບເຟໃຫ້ຊ້າງກິນ ເພື່ອເປັນການສ້າງເງື່ອນໄຂໃຫ້ຊ້າງມີໂອກາດໄດ້ມາພົບປະກັນ ສໍາລັບຊ້າງທີ່ຈະເຂົ້າຮ່ວມງານບຸນ ແມ່ນໄດ້ກໍານົດເອົາຊ້າງຈໍານວນ 16-18 ໂຕ ທີ່ລ້ຽງຢູ່ພາຍໃນເມືອງໄຊຍະບູລີ.

    ທ່ານ ເພັດພິໄຊ ສູນວິໄລ ຍັງໄດ້ແຈ້ງມາຍັງບັນດາທ່ານແຂກທີ່ມີກຽດ ທ່ານຍິງ-ທ່ານຊາຍ ແລະ ນັກທ່ອງທ່ຽວຊາບຕື່ມອີກວ່າ: ບຸນຊ້າງຢູ່ແຂວງໄຊຍະບູລີຂອງພວກເຮົາປີນີ້ ແມ່ນຈະໄດ້ຈັດຕາມຮີດຄອງປະເພນີທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ແຕ່ຫຼຸດລະດັບລົງ ຄືດັ່ງໄດ້ກ່າວມານັ້ນ ແລະ ຫວັງວ່າໃນຄັ້ງຕໍ່ໄປ ງານມະຫະກໍາບຸນຊ້າງນີ້ຈະກັບມາຄຶກຄື້ນອີກຄັ້ງ ພາຍຫຼັງເຊື້ອພະຍາດໂຄວິດ-19 ໄດ້ຫາຍໝົດໄປຈາກໂລກມະນຸດຂອງພວກເຮົາ.

# ຂ່າວ: ອຸ່ນເຮືອນ ໂພທິລັກ

# ພາບໂດຍ: Khaen Khonesavanh Chanthalangsy

error: Content is protected !!