All-New Isuzu D-Max ໄດ້ຮັບມາດຕະຖານຄວາມປອດໄພສູງສຸດລະດັບ 5 ດາວ

    All-New Isuzu D-Max ຜູ້ນໍາແຫ່ງໂລກກະບະຕົວຈິງ ໄດ້ຮັບມາດຕະຖານຄວາມປອດໄພສູງສຸດລະດັບ 5 ດາວ ຈາກສະຖາບັນທົດສອບຄວາມປອດໄພລົດຊັ້ນແນວໜ້າ ASEAN NCAP ຕອກຢໍ້າຄວາມເປັນຜູ້ນໍາແຫ່ງຄວາມປອດໄພຕົວຈິງ ຫຼັງຈາກລົດກະບະຮຸ່ນໃໝ່ All-New Isuzu D-Max ທີ່ຫາກໍນໍາສະເໜີໄປໃນທ້າຍປີຜ່ານມາ ໄດ້ຮັບການຕອບ-ຮັບຈາກຜູ້ໃຊ້ລົດໃນປະເທດລາວຢ່າງຫຼວງຫຼາຍເກີນຄວາມຄາດໝາຍ ໂດຍມີຍອດຈອງ 100 ຄັນ ໃນໄລຍະ 10 ວັນ ພ້ອມທັງໄດ້ຮັບລາງວັນອອກແບບດີເດັ່ນ “Good Design Award 2020” (G Mark) ສາຂາພາຫະນະການຄ້າ (Commercial vehicle Commercial vehicle-related instruments) ຈາກສະຖາບັນສົ່ງເສີມການອອກແບບປະເທດຍີ່ປຸ່ນ (JDP) ຕື່ມອີກ.

    ຫຼ້າສຸດ ລົດກະບະຮຸ່ນໃໝ່ All-New Isuzu D-Max ຜູ້ນໍາແຫ່ງໂລກກະບະຕົວຈິງ ຍັງໄດ້ຮັບລາງວັນສຸດຍອດລົດຍົນດ້ານຄວາມປອດໄພໃນກຸ່ມລົດກະບະ ຈາກສະຖາບັນທົດສອບຄວາມປອດໄພລົດຊັ້ນແນວໜ້າ ASEAN NCAP ໂດຍໄດ້ຮັບຄະແນນລວມສູງສຸດ ລະດັບ 5 ດາວ ຈາກການທົດສອບຄວາມປອດໄພໃນດ້ານຕ່າງໆ ເຊັ່ນ: ການທົດສອບໃນສ່ວນຂອງການປົກປ້ອງຜູ້ໂດຍສານທີ່ເປັນຜູ້ໃຫຍ່ ການປົກປ້ອງຜູ້ໂດຍສານທີ່ເປັນເດັກນ້ອຍ ແລະ ເຕັກໂນໂລຊີເພື່ອຄວາມປອດໄພ ລາງວັນດັ່ງກ່າວ ຖືເປັນການຕອກຢໍ້າຄວາມເປັນຜູ້ນໍາແຫ່ງຄວາມປອດໄພຢ່າງແທ້ຈິງ.

    ສໍາລັບລູກຄ້າທີ່ສົນໃຈທົດລອງຂັບຮຸ່ນໃໝ່ All-New Isuzu D-Max ຜູ້ນໍາແຫ່ງໂລກກະບະຕົວຈິງ ສາມາດລົງທະບຽນລ່ວງໜ້າໄດ້ທີ່ http://www.myisuzulaos.com/test-drive/ ຫຼື ມາສໍາຜັດລົດອີຊູຊຸດ້ວຍຕົວເອງ ທີ່ສູນຂາຍອີຊູຊຸທຸກສາຂາ ພ້ອມຮັບຂໍ້ສະເໜີສຸດພິເສດ ຂໍ້ມູນເພີ່ມເຕີມ ຕິດຕໍ່ໄດ້ທີ່ຝ່າຍປະຊາສໍາພັນ ຫ້ອງການຜູ້ຕາງໜ້າປະຈໍາປະເທດລາວ ບໍລິສັດ ຕຣີເພຊອີຊູຊຸເຊວຊ໌ ຈໍາກັດ ໝາຍເລກໂທລະສັບ 021 417 387 ແຟັກ 021 417 386.

                # ຂ່າວ & ພາບ : ສະບາໄພ

error: Content is protected !!