ຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສາຂາເມືອງໄຊທານີ ພ້ອມໃຫ້ບໍລິການຢ່າງເປັນທາງການ

    ຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສາຂາເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດນໍາໃຊ້ຢ່າງເປັນທາງການວັນທີ 16 ມັງກອນ 2021 ທີ່ບ້ານໂພຄໍາ ເມືອງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ການນໍາເມືອງໄຊທານີ ແລະ ພະນັກງານກ່ຽວຂ້ອງ.

    ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ໄດ້ກ່າວໃນພິທີວ່າ: ຫ້ອງການຄຸ້ມຄອງພາຫະນະ ແລະ ການຂັບຂີ່ ສາຂາເມືອງໄຊທານີ ຕັ້ງຢູ່ບ້ານໂພຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 6.783 ຕາແມັດ ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກໍລະກົດ 2020 ແລະ ສໍາເລັດໃນເດືອນມັງກອນ 2021 ອາຄານແຫ່ງນີ້ ປະກອບມີຫ້ອງເຮັດວຽກພະນັກງານ ຫ້ອງປະຊຸມ ຫ້ອງຄຸ້ມຄອງລະບົບເກັບກໍາຂໍ້ມູນ (ເຊີເວີ) ຫ້ອງບໍລິການ ຫ້ອງລໍຖ້າຂອງແຂກ ຫ້ອງການອາກອນ ຫ້ອງການຄັງເງິນ ຫ້ອງການຊັບສິນນະຄອນຫຼວງວຽງຈັນ ຫ້ອງຕໍາຫຼວດຕິດປ້າຍ ຫ້ອງນໍ້າສໍາລັບພະນັກງານ ແລະ ແຂກ ມີ 3 ຊ່ອງໃຫ້ບໍລິການ ເຊິ່ງໃນເບື້ອງຕົ້ນ ຈະເປີດນໍາໃຊ້ກ່ອນ 1 ຊ່ອງ ທີ່ໄດ້ປະກອບເຄື່ອງກວດເຕັກນິກທັນສະໄໝສໍາເລັດແລ້ວ ສາມາດໃຫ້ບໍລິການກວດລົດເບົາ ລົດບັນທຸກ ແລະ ລົດໂດຍສານ ໃນນັ້ນ ປະກອບມີເຄື່ອງກວດກາລະບົບຄວັນຈັກແອັດຊັງ ແລະ ກາຊວນ ສຽງດັງ ໄຟສະຫວ່າງ ຊ່ວງລ່າງ ລູກໝາກຄັນສົ່ງ ສູນລໍ້ ນໍ້າໜັກ ຫ້າມລໍ້ ແລະ ຄວາມໄວຂອງລົດ.

    ໂດຍລວມແລ້ວ ອຸປະກອນປະກອບເຂົ້າຢູ່ໃນສູນແຫ່ງນີ້ ລ້ວນແຕ່ເປັນເຄື່ອງທີ່ທັນສະໄໝ ແລະ ໄດ້ມາດຕະຖານສາກົນ ລວມມູນຄ່າຊຸດເຄື່ອງດັ່ງກ່າວ 1,9 ຕື້ກີບ ແລະ ພ້ອມເປີດໃຫ້ບໍລິການແຕ່ວັນທີ 18 ມັງກອນ 2021 ເປັນຕົ້ນໄປ.

                   # ຂ່າວ & ພາບ : ຂັນ​ທະວີ

error: Content is protected !!