ເຈົ້າໜ້າທີ່ຍຶດຢາບ້າໄດ້ ຈໍານວນ 55 ເປົາ ຫຼື 5.474.000 ເມັດ

     ວັນທີ 15 ມັງກອນ 2021 ເວລາປະມານ 18 : 30 ນາທີ ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີຂະບວນການຂົນສົ່ງ ຢາເສບຕິດຈາກເມືອງຕົ້ນເຜິ້ງ ຫາ ເມືອງຫ້ວຍຊາຍ ດັ່ງນັ້ນ ທາງເຈົ້າ ໜ້າທີ່ ປກສ ເມືອງຕົ້ນເຜິ້ງ ສົມທົບກັບ ປກສ ແຂວງ ບໍ່ແກ້ວ ໄດ້ລົງຕິດຕາມ ເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ເຂົ້າສະກັດຈັບກຸ່ມລົດເປົ້າ ໝາຍຄັນດັ່ງກ່າວຢູ່ເສັ້ນທາງສະຫວ່າງບ້ານໃຫຍ່ ຕົ້ນເຜິ້ງ ຫາສີເມືອງງາມ ໄດ້ກັກຜູ້ຖືກຫາໄດ້ ຈໍານວນ 4 ຄົນ ຄື:  ທ້າວ ຕົງເຮີ ອາຍຸ 22 ປີ ຊົນເຜົ້າມົ້ງ, ຢູ່ບ້ານ ຈຽງຕອງ ເມຶືອງ ປາກທາ ແຂວງ ບໍ່ແກ້ວ  ທ້າວ ຊົວວາ ອາຍຸ 24 ປີ ຊົນເຜົ່າມົ້ງ ຢູ່ບ້ານ ຈຽງຕອງ ເມືອງ ປາກທາ ທ້າວ ດົງເຮີ ອາຍຸ 19 ປີ ຊົນເຜົ່າມົ້ງ ບ້ານຈຽງຕອງ  ເມືອງ ປາກທາ   ທ້າວ ໄຊທໍ່ ອາຍຸ 19 ປີ ຊົນເຜົ່າມົ້ງ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.      

    ສໍາລັບຂອງກາງ ທາງເຈົ້າໜ້າທີ່ ຍຶດຢາບ້າໄດ້ ຈໍານວນ 55 ເປົາ ເທົ່າ ກັບ 2.737 ມັດ ຫຼື 5.474.000 ເມັດ ລົດໃຫຍ່ 2 ຄັນ ແລະ ອີກຄັນໜຶ່ງແມ່ນໄດ້ຫຼົບໜີ, ຍຶດໂທລະສັບ 08 ໜ່ວຍ ປືນ 9 ມມ 01 ກະບອກ ພ້ອມລູກ 15 ລູກ, ສາຍຄໍຄໍາ 01 ເສັ້ນ ສ່ວນຜູ້ຖືກຫາທາງເຈົ້າໜ້າທີ່ຈະໄດ້ກັກຕົວ ແລະ ທຳການສືບສວນ – ສອບສວນ ເພື່ອຂະຫຍາຍຜົນ ຕໍ່ໄປ.

     ຂ່າວ: ປກສ ເມືອງ ຕົ້ນເຜິ້ງ.

error: Content is protected !!