ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດພິທີຈັດສົ່ງຊາວໜຸ່ມ-ຊາຍສະກັນ ເຂົ້າເປັນທະຫານພັນທະໃໝ່ ວັນທີ 15 ມີນາ 2021 ຢູ່ກອງບັນຊາການດັ່ງກ່າວ ໂດຍມີທ່ານ ພັນໂທ ບຸນລິດ ສີສຸພອນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານ ນວ ທ່ານ ພັນໂທ ສົມເພັດ ສຸລິວົງ ຫົວໜ້າພະແນກກຳລັງພົນ ກອງບັນຊາການທະຫານ ນວ ທ່ານ ພັນໂທ ທະນູສິນ ເທບພະຊົນ ຫົວໜ້າພະແນກບັນຊີ ກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດສົ່ງຊາວໜຸ່ມ-ຊາຍສະກັນເຂົ້າເປັນທະຫານພັນທະໃໝ່ຄັ້ງນີ້ ມີ 134 ສະຫາຍ ສົ່ງໃຫ້ກະຊວງປ້ອງກັນປະເທດ 100 ສະຫາຍ ແລະ ສົ່ງໃຫ້ກອງບັນຊາການທະຫານ ນວ 34 ສະຫາຍ ເພື່ອເປັນການປະຕິບັດຕາມພັນທະປ້ອງກັນຊາດ ເຂົ້າໃນກຳລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຮັດສຳເລັດໜ້າທີ່ທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.
