ຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດສາມສ້າງ ຕິດພັນກັບຂະບວນການຕ່າງໆ

    ວຽກງານຊຸກຍູ້ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ແມ່ນໜຶ່ງໃນມາດຕະຖານການພັດທະນາຂອງລັດຖະບານ ຕາມທິດສາມສ້າງ ຕິດພັນກັບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ ຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ແລະ ຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊິ່ງແນວລາວສ້າງຊາດໄດ້ປະສານສົມທົບກັບບັນດາອົງການພາຄີ ແລະ ພາກສ່ວນຕ່າງໆ ໂດຍສະເພາະ ບັນດາອົງການຈັດຕັ້ງມະຫາຊົນ ໃນການປະກອບສ່ວນຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

    ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ປະກອບຄໍາເຫັນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະໃໝ່ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກວ່າ: ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງພັກແຕ່ລະຂັ້ນ ໄດ້ເປັນເຈົ້າການລົງພົບປະໂອ້ລົມ ໂຄສະນາສຶກສາອົບຮົມ ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຮາກຖານ ໃຫ້ມີຄວາມສາມັກຄີປອງດອງ ມີຄວາມສະເໝີພາບຍິງ-ຊາຍ ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີຄວາມຕື່ນຕົວເປັນເຈົ້າການສ້າງບ້ານທີ່ມີຄວາມສາມັກຄີ ແລະ ບ້ານພັດທະນາໂດຍບໍ່ຈໍາແນກຊົນເຜົ່າ ສາສະໜາ ປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ພ້ອມນັ້ນ ໄດ້ເອົາໃຈໃສ່ຊຸກຍູ້ການສ້າງ ໄປພ້ອມກັບການສົ່ງເສີມຕົວແບບໃນການພັດທະນາແກ້ໄຂຄວາມທຸກຍາກ ແລະ ຫຼາຍໆກິດຈະກໍາຢ່າງເປັນຂະບວນຟົດຟື້ນ ເຂົ້າຮ່ວມວັນສໍາຄັນຕ່າງໆຂອງພັກ ຂອງຊາດ ແລະ ວັນສໍາຄັນອື່ນໆ ຕິດພັນກັບຂະບວນການຈັດຕັ້ງປະຕິບັດບັນດາຂໍ້ແຂ່ງຂັນມີຜົນສໍາເລັດອັນພົ້ນເດັ່ນ ເປັນຕົ້ນ ຂະບວນສ້າງຄອບຄົວສາມັກຄີປອງດອງໄດ້ 745.760 ຄອບຄົວ ບ້ານສາມັກຄີປອງດອງໄດ້ 5.002 ບ້ານ ແລະ ເມືອງສາມັກຄີປອງດອງ 9 ເມືອງ ຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າລາວໄດ້ 393 ບ້ານ ຂະບວນການປະຕິບັດຂໍ້ແຂງຂັນ 3 ດີ ຂອງສະຫະພັນແມ່ຍິງລາວໄດ້ 17 ແຂວງ-ນະຄອນຫຼວງ 135 ເມືອງ 7.987ບ້ານ ແລະ ຂະບວນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວໄດ້ 17 ແຂວງ 10 ກະຊວງ-ອົງການທຽບເທົ່າ ສ່ວນຂະບວນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ປະຕິບັດໄດ້ 12 ແຂວງ-ນະຄອນຫຼວງ 16 ກະຊວງ 15 ອົງການ 141 ເມືອງ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາໃນທົ່ວປະເທດໄດ້ 78%.

                   # ຂ່າວ & ພາບ : ຂັນທະວີ

error: Content is protected !!