
ວັນທີ 6 ເມສາ 2020 ທີມງານຂ່າວໜັງສືພິມວຽງຈັນໃໝ່ ໄດ້ລົງຕິດຕາມສອບຖາມແມ່ຄ້າ-ຊາວຂາຍ ກ່ຽວກັບການຄ້າຂາຍອາຫານການກິນຢູ່ພາຍໃນຕະຫຼາດໂນນຄໍ້ ເຊິ່ງສ່ວນຫຼາຍເຫັນວ່າການຄ້າ-ຂາຍໃນປັດຈຸບັນແມ່ນມີຄວາມຫຍຸ້ງຍາກ ລູກຄ້າຫຼຸດລົງປະມານ 50-60% ຍ້ອນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

ຜ່ານການສໍາພາດແມ່ຄ້າຂາຍຜັກໃຫ້ຮູ້ວ່າ: ນັບແຕ່ມີການແຜ່ລະບາດເຊື້ອພະຍາດໂຄວິດ-19 ເປັນຕົ້ນມາ ລູກຄ້າໄດ້ຫຼຸດລົງເປັນຈໍານວນຫຼາຍປະມານ 50% ໂດຍສະເພາະແມ່ນລູກຄ້າປະຈໍາທີ່ເຮັດຮ້ານອາຫານ ໂຮງແຮມ ຮ້ານເຝີ ແມ່ຄ້າມາແຕ່ນອກແມ່ນບໍ່ມີ ປັດຈຸບັນ ແມ່ນຂາຍໃຫ້ກັບຜູ້ບໍລິໂພກຍ່ອຍ ແລະ ລາຄາກໍຍັງຂາຍປົກກະຕິ ສະເພາະຜັກຫອມປ້ອມ ແມ່ນຂຶ້ນລາຄາຈາກເມືອກ່ອນລາຄາກິໂລ 5-7 ພັນກີບ ຂຶ້ນລາຄາເປັນກິໂລ 12 ພັນກີບ.

ແມ່ຄ້າຂາຍໄຂ່ໃຫ້ຮູ້ອີກວ່າ: ໄຂ່ມີລາຄາຂາຍໃນເມື່ອກ່ອນມີລາຄາແຕ່ 25-27 ພັນກີບ ປັດຈຸບັນຂາຍແຕະ 27 ພັນກີບຫາ 30 ພັນກີບ ລາຄານີ້ໄດ້ເພີ່ມຂຶ້ນເລັກນ້ອຍ ຍ້ອນລາຄາຕົ້ນທຶນສູງມາແຕ່ຟາມ ເຊິ່ງສະພາບການຂາຍແມ່ນໄດ້ຮັບຜົນກະທົບຈາກເມື່ອກ່ອນຂາຍໄດ້ມື້ລະປະມານ 200 ແຕະ ດຽວນີ້ຈະຂາຍໃຫ້ໄດ້ມື້ລະ 100 ແຕະກໍທັງຍາກ ສະຫຼຸບລວມແລ້ວ ລູກຄ້າຫຼຸດລົງປະມານ 70%.

ແມ່ຄ້າຂາຍຊີ້ນໃຫ້ຮູ້ຕື່ມອີກວ່າ: ລາຄາຊີ້ນໝູ ແມ່ນໄດ້ຂາຍຕາມລາຄາແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ນໝູກິໂລໜຶ່ງສູງສຸດ 40 ພັນກີບ ຊີ້ນງົວ ກິໂລ 75 ພັນກີບ ເຊິ່ງການຂາຍແມ່ນຂາຍໃຫ້ລູກຄ້າທົ່ວໄປ ສ່ວນລູກຄ້າຂາປະຈໍາ ໂດຍສະເພາະຮ້ານອາຫານຕ່າງໆໄດ້ຢຸດ ເປັນສາເຫດເຮັດໃຫ້ລູກຄ້າຫຼຸດລົງ 50%.

ແມ່ຄ້າຂາຍເຄື່ອງແຫ້ງໃຫ້ຮູ້ວ່າ: ປັດຈຸບັນ ເຄື່ອງແຫ້ງນໍາເຂົ້າມາເລີ່ມຂາດ ເປັນຕົ້ນ ໝີ່ໄວໆ.
ແມ່ຄ້າຮ້ານຂາຍຂອງກິນສຸກກ່າວຕື່ມອີກວ່າ: ການຂາຍຂອງກິນສຸກ ໄດ້ພົບຄວາມຫຍຸ້ງຍາກ ຕົວຢ່າງ ເມື່ອກ່ອນໄກ່ອົບໄດ້ຂາຍມື້ລະ 10-20 ໂຕ ປັດຈຸບັນໄດ້ຂາຍ 2-5 ໂຕ.
ເຖິງຢ່າງໃດກໍຕາມ ຕໍ່ສະພາບການຫຍຸ້ງຍາກດັ່ງກ່າວ ບັນດາແມ່ຄ້າຢູ່ຕະຫຼາດໂນນຄໍ້ກໍຍັງສືບຕໍ່ຂາຍເປັນປົກກະຕິໃນແຕ່ລະມື້ ພ້ອມນັ້ນ ຍັງຮຽກຮ້ອງໃຫ້ເຈົ້າຂອງຕະຫາດມີນະໂຍບາຍຫຼຸດຜ່ອນການເກັບຄ່າໂຕະໃນແຕ່ລະມື້ ເນື່ອງຈາກສະພາບການຄ້າຂາຍບໍ່ໄດ້ຂາຍດີດັ່ງເມື່ອກ່ອນ.