ສະຕິສຳປະຊັນຍະ

    ຫຼັກ​ທຳ​ມະ​ໃນ​ຍາມ​ວິ​ກິດ​ແບບ​ນີ້ ຜູ້​ຂຽນ​ຄິດ​ໄດ້​ວ່າ: ສະ­ຕິ​ສຳ​ປະ­ຊັນ​ຍະ​ນັ້ນ ຈະ​ສາ­ມາດ​ຊ່ວຍ​ໃຫ້​ຄົນ​ຕົກ­ໃຈ ຂາດ​ທີ່​ເພິ່ງ ມີ​ກຳ­ລັງ​ໃຈ​ຂຶ້ນ​ໄດ້ ແລະ ຈະ​ສາ­ມາດ​ຊ່ວຍ​ປະ­ຄອງ​ໃຫ້​ຜູ້­ກ່ຽວ​ເຂົ້າ­ໃຈ​ແຈ້ງ ທຳ​ມະ ຂໍ້​ນີ້ ປັບ­ປຸງ​ຕົວ​ເອງ​ຖືກ​ທາງ ສະ­ຕິ​ຄື​ຄວາມ​ລະ­ນຶກ​ໄດ້ ເຊັ່ນ: ລະ­ນຶກ​ໄດ້​ວ່າ ເຮົາ​ຢູ່​ໃນ​ສະ­ພາ­ວະ​ຂອງ​ການ​ແຜ່​ເຊື້ອ​ໄວ​ລັດ (Covid-19) ສຳ​ປະ­ຊັນ​ຍະ ຄື: ຄວາມ​ຮູ້​ໂຕ ໝາຍ​ຄວາມ​ວ່າ ຮູ້​ໂຕ​ເອງ​ວ່າ ຈະ​ຕ້ອງ​ມີ​ການ​ຕັ້ງ​ສະ­ຕິ ດຳ­ເນີນ​ຊີ­ວິດ​ແບບ​ໃດ ເພື່ອ​ໃຫ້​ຕົນ​ເອງ ແລະ ຍາດ​ພີ່­ນ້ອງ​ພົ້ນ​ຈາກ​ໄພ­ພິ­ບັດ​ຊະ­ນິດ​ນີ້.

    ສະ­ຕິ​ສຳ​ປະ­ຊັນ​ຍະ ຈຶ່ງ​ແມ່ນ​ຫຼັກ​ທຳ​ມະ​ສອງ​ຂໍ້​ທີ່​ປະ­ກອບ​ໄປ​ຄູ່​ກັນ ເຊິ່ງ​ເຂົ້າ­ໃຈ​ວ່າ ຊາວ​ພຸດ​ລາວ​ຫຼາຍ​ຄົນ­ຮູ້​ຈັກ​ເວົ້າ​ໄດ້ ແຕ່​ບໍ່​ເຂົ້າ­ໃຈ​ວ່າ ແປ​ແນວ­ໃດ ແລະ ຈະ​ນຳ​ມາ​ເປັນ​ຫຼັກ​ຊີ­ວິດ​ໃນ​ຍາມ​ພາ­ວະ​ວິ​ກິດ​ແບບ​ນີ້ ໄດ້​ແນວ­ໃດ ! ທາງ​ພຸດ​ທະ​ສາ­ສະ­ໜາ ຖື​ວ່າ ການ​ປົກ​ປ້ອງ​ຮັກ­ສາ​ຕົນ​ເອງ ເທົ່າ​ກັບ​ການ​ຮັກ­ສາ​ຄົນ​ອື່ນ​ໄປ​ໃນ​ໂຕ ເຊັ່ນ​ດຽວ​ກັບ​ການ​ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ­ແຂງ​ເປັນ​ທີ່​ເພິ່ງ​ຂອງ​ຕົນ​ໄດ້​ກໍ​ເທົ່າ​ກັບ​ການ​ສ້າງ​ທີ່​ເພິ່ງ​ແກ່​ຄົນ​ອື່ນ​ໄປ​ນຳ ! ການ​ຢູ່​ຮ່ວມ​ກັນ​ແບບ​ແຍກ​ຫ່າງ​ໄລ­ຍະ​ຊົ່ວ­ຄາວ ພຽງ​ແຕ່​ໃຫ້​ຖື​ວ່າ ແຍກ​ທາງ​ກາຍ ແຕ່​ຈິດ­ໃຈ​ນັ້ນ​ເປັນ​ຫ່ວງ​ໃຍ​ກັນ ເຊິ່ງ​ແຕ່­ລະ­ຄົນ​ຮັກ­ສາ​ຕົນ​ຫ່າງ​ໄກ​ຈາກ​ພະ­ຍາດ.

    ສຳ­ລັບ​ນະ­ໂຍ­ບາຍ​ທາງ​ລັດ​ອອກ​ມາ​ເລື່ອງ​ການ​ຄວບ​ຄຸມ​ລາ­ຄາ​ສິນ­ຄ້າ​ໄລ­ຍະ​ວິ​ກິດ​ແບບ​ນີ້ ຝ່າຍ​ກ່ຽວ­ຂ້ອງ​ຄວນ​ລົງ​ກວດ­ກາ ຕິດ­ຕາມ​ຊີ້​ນຳ​ຢ່າງ​ໃກ້­ຊິດ ເພື່ອ​ເປັນ​ການ​ອົບ​ອຸ່ນ​ຈິດ­ໃຈ​ປະ­ຊາ­ຊົນ ເມື່ອ​ເວ­ລາ​ເຂົາ​ໄປ​ຊື້​ເຄື່ອງ​ຂອງ ຈຶ່ງ​ຈະ​ໝັ້ນ​ໃຈ​ວ່າ ບໍ່​ຖືກ​ເອົາ​ປຽບ​ຈາກ​ຄົນ​ຂາຍ ເພາະ​ຖ້າ­ວ່າ ມີ​ແຕ່​ພຽງ​ອອກ​ປະ­ກາດ​ນະ­ໂຍ­ບາຍ ແຕ່​ບໍ່​ລົງ​ກວດ­ກາ ກໍ​ຄົງ​ໜີ​ບໍ່​ມົ້ມ​ແບບ​ລາ­ຄາ​ຜ້າ (ໜ້າ​ກາກ) ອັດ​ປາກ​ທີ່​ລາ­ຄາ​ສູງ​ຫຼາຍ​ທົບ​ກວ່າ​ຍາມ​ປົກ­ກະ­ຕິ ດັ່ງ­ນັ້ນ ຄຳ​ວ່າ ສະ­ຕິ​ສຳ​ປະ­ຊັນ​ຍະ ຈຶ່ງ​ຄວນ​ປະ­ກອບ​ໃຫ້​ມີ​ກັນ​ທຸກ​ຝ່າຍ ເພາະ​ສະ­ຕິ​ບໍ່​ພຽງ​ແຕ່​ວ່າ​ລະ­ນຶກ​ຂຶ້ນ​ໄດ້​ຢ່າງ​ດຽວ ແຕ່​ສຳ​ປະ­ຊັນ​ຍະ ຄື ໂຕ​ປັນ­ຍາ​ຕ້ອງ​ໄດ້​ສອດ­ສ່ອງ​ແກ້​ໄຂ​ບັນ­ຫາ.

    ພວກ​ເຮົາ​ບໍ່​ຄວນ​ລືມ​ວ່າ ປະ­ເທດ​ເຮົາ​ໄດ້​ຜ່ານ​ພົ້ນ​ວິ​ກິດ​ຮ້າຍ​ແຮງ​ມາ​ຫຼາຍ​ຄັ້ງ ກໍ​ຍ້ອນ​ນ້ຳ­ໃຈ​ສາ­ມັກ­ຄີ​ຊ່ວຍ­ເຫຼືອ​ເຫັນ­ໃຈ​ກັນ ໂດຍ​ສະ­ເພາະ ທາງ​ການ​ຄ້າ­ຂາຍ ບໍ່​ຄວນ​ສວຍ­ໂອ­ກາດ​ເອົາ​ປຽບ​ກັບ​ຄົນ​ຊື້​ຍາມ​ວິ​ກິດ!.

ໂດຍ: ດັ້ນກີບເມກ

error: Content is protected !!