ທ່ານນາງ ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ວັນທີ 13 ມັງກອນ 2021 ໂອກາດທີ່ໄດ້ເຂົ້າຮ່ວມຮັບໃຊ້ໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວວ່າ: ກົມອາຫານ ແລະ ຢາ ໄດ້ຈັດທີມງານມາຮັບໃຊ້ໃນກອງປະຊຸມໃຫຍ່ຄັ້ງນີ້ ມີທັງໝົດ 25 ຄົນ ໃນນີ້ ສະເພາະທີມງານປະຈຳຢູ່ກອງປະຊຸມແມ່ນມີ 5 ຄົນ ແລະ ມີທີມງານທີ່ປະຈຳຢູ່ໂຮງແຮມທີ່ບັນດາຜູ້ແທນກອງປະຊຸມເຂົ້າພັກ ໂດຍລວມໄດ້ພ້ອມກັນຕິດຕາມກວດກາເບິ່ງນ້ຳດື່ມ ແລະ ແຫຼ່ງອາຫານທີ່ສະໜອງໃຫ້ຜູ້ແທນໃນກອງປະຊຸມ ແລະ ໂຮງແຮມບັນດາຜູ້ແທນໄດ້ພັກຢູ່ ເຊິ່ງກົມອາຫານ ແລະ ຢາ ຖືເອົາຄຳຂັວນທີ່ວ່າ: ອາຫານປອດໄພ ສຸຂະພາບດີ ແນໃສ່ຮັບປະກັນໄດ້ໃນຄວາມປອດໄພ ແລະ ຄຸນນະພາບ ໂດຍມີການກວດກາຢ່າງເຂັ້ມງວດ ມີການສົ່ງຕົວຢ່າງມາກ່ອນ ແລ້ວພວກເຮົາກໍໄດ້ມາກວດກັບທີ່ທຸກມື້ ເພື່ອເຮັດໃຫ້ອາຫານ ນ້ຳ ຫຼື ເຄື່ອງດື່ມທີ່ເຂົ້າມາສະໜອງໃນກອງປະຊຸມໃຫຍ່ໃນຄັ້ງນີ້ ຮັບປະກັນໄດ້ໃນສຸຂະພາບ ແລະ ຄວາມປອດໄພ.
