ແພດໝໍເກືອບ 100 ຄົນ ກຽມພ້ອມຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

    ໜ່ວຍງານແພດ-ໝໍ ເປັນອີກໜ່ວຍງານໜຶ່ງທີ່ສໍາຄັນໃນການຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ມີການກະກຽມຄວາມພ້ອມທາງດ້ານອຸປະກອນການແພດຄົບຊຸດ ເພື່ອໃຫ້ບໍລິການສຸຂະພາບຂອງຜູ້ແທນ ກໍຄືແຂກທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ແນໃສ່ເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.

    ທ່ານ ນາງ ບົວເທບ ພູມິນ ຊ່ຽວຊານດ້ານຟື້ນຟູໜ້າທີ່ການ ຮອງຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໃຫ້ສໍາພາດວັນທີ 13 ມັງກອນ 2021 ວ່າ: ທີມແພດຂອງພວກເຮົາໄດ້ເຂົ້າປະຈໍາການເພື່ອບໍລິການຮັບໃຊ້ບັນດາຜູ້ແທນຢ່າງເຕັມທີ່ ຕະຫຼອດໄລຍະການດຳເນີນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນລະຫວ່າງວັນທີ 13-15 ມັງກອນນີ້ ເຊິ່ງໜ່ວຍງານແພດໝໍເກືອບ 100 ຄົນ ໄດ້ກຽມພ້ອມທຸກດ້ານ ທັງດ້ານຮ່າງກາຍ ຈິດໃຈ ແລະ ອຸປະກອນຮັບໃຊ້ຄົບຊຸດ ເປັນຕົ້ນ ເຄື່ອງແທກຄື່ນຫົວໃຈ ເຄື່ອງກະຕຸ້ນຫົວໃຈ ເຄື່ອງຕິດຕາມອາການຊີວິດກໍ ລະນີສຸກເສີນ ຖັງອົກຊີແຊນ ເຄື່ອງຮົມຢາກໍລະນີສຸກເສີນ ແລະ ລົດຮັບ-ສົ່ງຄົນເຈັບ ພ້ອມນັ້ນ ໄດ້ຈັດສັນແພດໝໍທັງໝົດ 4 ທີມ ສ່ວນທີມຮັກສາສຸຂະພາບປະຈຳຢູ່ຫໍປະຊຸມແຫ່ງຊາດ ປະກອບມີ 2 ຈຸດ ຄື: ຈຸດບໍລິການຮັບໃຊ້ບັນດາສະເພາະກົມການເມືອງ ການນໍາ ແລະ ແຂກພິເສດ ຈຸດບໍລິການຮັບໃຊ້ທົ່ວໄປ ນອກຈາກນີ້ ຍັງໄດ້ແຕ່ງຕັ້ງພະນັກງານແພດໝໍປະຈຳຢູ່ໂຮງແຮມທີ່ມີຜູ້ແທນກອງປະຊຸມພັກຢູ່ ຈຳນວນ 7 ຈຸດ ໜ່ວຍລົດແພດ ມີ 5 ຈຸດ ປະຈຳຢູ່ໂຮງໝໍມີ 3 ຈຸດ ພ້ອມດ້ວຍຢາສຸກເສີນ ແລະ ອຸປະກອນການແພດກຽມພ້ອມຄົບຊຸດ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!