ເພັດສະໝອນກໍ່ສ້າງ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

    ວັນທີ 14 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ທ່ານນາງ ເພັດສະໝອນ ແສງສະຫວ່າງ ປະທານບໍລິສັດເພັດສະໝອນກໍ່ສ້າງ ເຄຫະສະຖານຂົວທາງ-ຊົນລະປະທານ ຈໍາກັດ ມອບເງິນ 100.000.000 ກີບ ຊຸກຍູ້ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຕາງໜ້າຮັບຂອງທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າອະນຸກໍາມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

                    # ຂ່າວ & ພາບ : ຂັນທະວີ

error: Content is protected !!