ຄົນຕ່າງປະເທດລາຍທຳອິດທີ່ຕິດເຊື້ອພະຍາດ COVID-19 ຢູ່ລາວ ລວມຍອດເປັນ 11 ຄົນແລ້ວ.​

    ກວດພົບຜູ້ຕິດເຊື້ອພະຍາດ COVID-19 ລາຍທີ 11 ເຊິ່ງເປັນພະນັກງານບໍລິສັດ ພູເບ້ຍມາຍນິງ ເພດຊາຍ ອາຍຸ 55 ປີ ສັນຊາດປາປົວນິວກີເນຍ ທີ່ເດີນທາງມາຈາກປາປົວນິວກີເນຍ ຜ່ານປະເທດສິງກະໂປ ໃນວັນທີ 21 ມີນາ 2020 ວັນທີ 22 ມີນາ ພັກຢູ່ສິງກະໂປ ມາວັນທີ 23 ມີນາ ໄດ້ເດີນທາງເຂົ້າມາ ສປປ ລາວ ຜ່ານສະໜາມບິນປະເທດໄທ ວັນທີ 23-24 ມີນາ ເຂົ້າພັກຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ວັນທີ 25 ມີນາ ເດີນທາງໂດຍລົດບໍລິສັດ ໄປພູເບ້ຍມາຍນິງ ລວມທັງໜົດ 11 ຄົນ ທີ່ໃກ້ຊິດກັນ ແລະ ພົວພັນຢູ່ບ່ອນເຮັດວຽກອີກປະມານ 100 ຄົນ. ມາຮອດວັນທີ 3 ເມສາ 2020 ຜູ້ກ່ຽວເລີ່ມມີອາການໄຂ້ ໄອ ເຈັບຄໍ ແລະ ເຈັບຫົວ ຈາກນັ້ນ ວັນທີ 4 ເມສາ ເວລາ 10:00 ໂມງ ເຂົ້າມາກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອ COVID-19 ປັດຈຸບັນແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວໂຮງໝໍມິດຕະພາບ. 

    ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ຖະແຫຼງຂ່າວຕໍ່ສື່ມວນຊົນ ຕອນບ່າຍວັນທີວັນ 5 ເມສາ 2020 ວ່າ: ໃນວັນທີ 4 ເມສາ 2020 ໄດ້ມີກໍລະນີສົງໄສ ແລະ ເກັບຕົວຢ່າງມາກວດທັງໝົດ 31 ຄົນ ໄດ້ແກ່ນະຄອນຫຼວງວຽງຈັນ 14 ຄົນ (ຄົນລາວ 13 ແລະ ຄົນປາປົວນິວກີເນຍ 1 ຄົນ) (ຜ່ານດ່ານລາວ-ໄທ 1 ຄົນ ກໍລະນີຍັງຖືກຕິດຕາມຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ 4 ຄົນ ບໍ່ພົບເຊື້ອກໍລະນີສົງໄສທົ່ວໄປ 9 ຄົນ) ຈາກຕ່າງແຂວງ 17 ຄົນ ເປັນຕົ້ນ: ແຂວງອຸດົມໄຊ 3 ຄົນ (3 ກໍລະນີສົງໄສທົ່ວໄປ) ຈໍາປາສັກ 2 ຄົນ ໃນນັ້ນ ມີ 1 ກໍລະນີສົງໄສທົ່ວໄປ 1 ຄົນ ແມ່ນແຮງງານລາວກັບມາແຕ່ໄທ ໄຊຍະບູລີ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ຫຼວງນໍ້າທາ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ສາລະວັນ 2 ຄົນ (2 ກໍລະນີສົງໄສທົ່ວໄປ) ສະຫວັນນະເຂດ 1 ຄົນ (1 ກໍລະນີ ແມ່ນແຮງງານລາວກັບມາແຕ່ໄທ) ບໍ່ແກ້ວ 1 ຄົນ (1 ກໍລະນີແມ່ນແຮງງານລາວກັບມາແຕ່ໄທ) ຫົວພັນ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ຫຼວງພະບາງ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ແຂວງເຊກອງ 1 ຄົນ (1 ກໍລະນີສົງໄສທົ່ວໄປ) ແລະ ແຂວງອັດຕະປື 1 ຄົນ (1 ກໍລະນີສົງໄສທົ່ວໄປ). 

    ສຳລັບຕົວຢ່າງທີ່ເກັບທັງໝົດ 31 ຄົນ ຜົນກວດພົບຜູ້ຕິດເຊື້ອ 1 ຄົນ ເຊິ່ງແມ່ນກໍລະນີນໍາເຂົ້າ ເປັນພະນັກງານບໍລິສັດພູເບ້ຍ ເພດຊາຍ ອາຍຸ 55 ປີ ສັນຊາດ ປາປົວນິວກີເນຍ ເດີນທາງຈາກປາປົວນິວກີເນຍ.

error: Content is protected !!