ໂຮງຮຽນກຽດຕິສັກນານາຊາດ ກັບການສິດສອນຜ່ານທາງອອນລາຍ

    ທ່ານ​ນາງ ຈັນ​ແດງ ແສງ​ວໍ­ລະ​ວົງ ຮອງ​ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ກຽດ​ຕິ​ສັກ​ນາໆຊາດ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ວ່າ: ອີງ​ຕາມ​ຈົດ­ໝາຍ​ແຈ້ງ​ການ​ຂອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ສະ­ບັບ​ເລກ​ທີ 369/ສກກ ລົງ​ວັນ​ທີ  18 ມີ­ນາ 2020 ເລື່ອງ​ການ​ໂຈະ​ການ​ຮຽນ-ການ​ສອນ​ຊົ່ວ­ຄາວ ແຕ່​ວັນ​ທີ 19 ມີ­ນາ 2020 ເຖິງ​ວັນ​ທີ 21 ເມ­ສາ 2020.

    ພາຍ­ຫຼັງ​ມີ​ແຈ້ງ​ການ​ອອກ​ມາ ທາງ​ໂຮງ­ຮຽນ​ພວກ​ເຮົາ​ກໍ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ຢ່າງ​ເຄັ່ງ​ຄັດ ຈາກ​ສະ­ພາບ​ເງື່ອນ­ໄຂ​ຂອງ​ໂຮງ­ຮຽນ ເຊິ່ງ​ພວກ​ເຮົາ ໃນ​ໄລ­ຍະ​ການ​ໂຈະ​ການ​ຮຽນ-ການ​ສອນ​ຊົ່ວ­ຄາວ​ນີ້ ທາງ​ໂຮງ­ຮຽນ​ກຽດ​ຕິ​ສັກ​ນາ­ນາ​ຊາດ ໄດ້​ສືບ­ຕໍ່​ດຳ­ເນີນ​ການ​ຮຽນ-ການ​ສອນ​ໃຫ້​ນັກ­ຮຽນ​ໄດ້​ຮຽນ​ຢູ່​ບ້ານ​ຜ່ານ​ທາງ Whatsapp Messenger Thinkwave ແລະ Zoom ໂດຍ​ປະ­ຕິ­ບັດ​ດັ່ງ­ນີ້:

    ຊັ້ນ​ອະ­ນຸ­ບານ ແລະ ຊັ້ນ​ປະ­ຖົມ ຄູ​ໄດ້​ມອບ​ປຶ້ມ​ບົດ­ຮຽນ ບົດ​ຄົ້ນ­ຄວ້າ ບົດ​ເຝິກ​ຫັດ ແລະ ແບບ​ສອບ​ຖາມ​ຕ່າງໆ​ໃຫ້​ນັກ­ຮຽນ​ເອົາ​ກັບ​ບ້ານ ຄູ​ເອົາ​ເບີ­ໂທລະ­ສັບ​ຜູ້​ປົກ­ຄອງ​ຕັ້ງ​ກຸ່ມ Whatsapp ຫຼື ກຸ່ມ messenger ແລະ ອອກ​ລະ­ບຽບ​ພ້ອມ​ທັງ​ສ້າງ​ຄວາມ​ເຂົ້າ­ໃຈ​ໃນ​ການ​ເຂົ້າ​ໃຊ້ ຕອນ​ເຊົ້າ​ວັນ​ຈັນ – ວັນ​ສຸກ ຄູ​ຈະ​ໄດ້​ແນະ­ນຳ​ການ​ຮຽນ ການ​ເຮັດ​ກິດ­ຈະ­ກຳ​ຕ່າງໆ​ລົງ​ກຸ່ມ ວ່າ​ຮຽນ​ບົດ​ໃດ ໜ້າ​ໃດ ຜູ້​ປົກ­ຄອງ​ຕິດ­ຕາມ​ລູກ​ຫຼານ​ໃນ​ການ​ຮຽນ ແລະ ເຮັດ​ບົດ​ເຝິກ​ຫັດ ພ້ອມ​ທັງ​ຖ່າຍ­ຮູບ ແລະ ວິ​ດີ​ໂອ​ລົງ​ກຸ່ມ ສຳ­ລັບ​ຊັ້ນ​ອະ­ນຸ­ບານ ສຳ­ລັບ​ຊັ້ນ​ປະ­ຖົມ​ແມ່ນ​ສົ່ງ​ໃຫ້​ຄູ​ທາງ Whatsapp ສ່ວນ​ຕົວ ຫຼື ຕາມ​ທີ່​ຄູ​ກຳ­ນົດ ຄູ​ກວດ​ໃຫ້​ຄະ­ແນນ ຍ້ອງ­ຍໍ  ໃຫ້​ກຳ­ລັງ​ໃຈ ແລະ ອະ­ທິ­ບາຍ​ຂໍ້​ທີ່​ນັກ­ຮຽນ​ເຮັດ​ຜິດ.

    ຊັ້ນ​ມັດ­ທະ­ຍົມ: ນຳ​ໃຊ້​ຫຼັກ­ສູດ​ນາໆຊາດ ຄູ​ທຸກ​ຄົນ​ຈະ​ໃຊ້​ລະ­ບົບ​ດຽວ​ກັນ​ໃນ​ການ​ດຳ­ເນີນ​ການ​ຮຽນ-ການ​ສອນ ຄື: ນັກ­ຮຽນ​ເອົາ​ບົດ­ຮຽນ ບົດ​ຄົ້ນ­ຄວ້າ ວຽກ­ບ້ານ ສົ່ງ​ວຽກ­ບ້ານ ແລະ ເບິ່ງ​ຄະ­ແນນ​ຂອງ​ຕົນ​ແຕ່​ລະ­ວິ​ຊາ​ຢູ່ Thinkwave ຄູ​ດຳ­ເນີນ​ການ​ຮຽນ-ການ​ສອນ ຕາມ​ຕາ­ຕະ­ລາງ​ຮຽນ​ປົກ­ກະ­ຕິ​ແຕ່​ລະ­ວິ​ຊາ ໃນ​ແຕ່​ລະ​ວັນ​ກັບ​ນັກ­ຮຽນ ໂດຍ​ຜ່ານ Zoom ລະ­ບົບ​ນີ້​ຄູ ແລະ ນັກ­ຮຽນ​ໄດ້​ເຫັນ​ໜ້າ-ໄດ້​ຍິນ​ສຽງ ແລະ ໄດ້​ສົນ­ທະ­ນາ​ກັນ​ເປັນ​ກຸ່ມ ຄູ ແລະ ນັກ­ຮຽນ ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້​ທາງ Whatsapp ສ່ວນ​ຕົວ.

    ສະ­ເພາະ​ຫຼັກ­ສູດ​ລາວ ຄູ-ອາ­ຈານ​ແຕ່​ລະ­ວິ​ຊາ ເອົາ​ບົດ​ຄົ້ນ­ຄວ້າ​ໃຫ້​ນັກ­ຮຽນ​ເມືອ​ຄົ້ນ­ຄວ້າ ຕອບ ແລ້ວ​ສົ່ງ​ໃຫ້​ຄູ​ທາງ Whatsapp ສ່ວນ​ຕົວ ໃນ​ແຕ່​ລະ​ອາ­ທິດ.

    ພິ­ເສດ ຫ້ອງ­ການ​ຂອງ​ໂຮງ­ຮຽນ ເປີດ​ວັນ​ຈັນ ເຖິງ ວັນ​ສຸກ ແຕ່​ເວ­ລາ 8:00 – 11:30 ໂມງ ຄູ​ອາ­ຈານ​ປ່ຽນ​ຜຽນ​ກັນ​ມາ​ປະ­ຈຳ­ການ​ເພື່ອ​ໃຫ້​ຂໍ້​ມູນ ແລະ ຊ່ວຍ­ເຫຼືອ​ນ້ອງ​ນັກ­ຮຽນ​ທີ່​ມີ​ບັນ­ຫາ​ໃນ​ການ​ເຂົ້າ​ເຖິງ​ລະ­ບົບ​ການ​ຮຽນ​ການ​ສອນ.

    ທ່ານ​ຮອງ​ຜູ້­ອຳ­ນວຍ­ການ​ກ່າວ​ຕື່ມ​ອີ​ກວ່າ: ສະ­ເພາະ​ການ­ຈັດ­ຕັ້ງ​ການ​ຮຽນ-ການ​ສອນ​ຂອງ​ໂຮງ­ຮຽນ​ພວກ​ເຮົາ ຕໍ່​ກັບ​ການ​ສອນ​ອອນ​ລາຍ​ນີ້ ຂໍ້​ສະ­ດວກ ເນື່ອງ​ຈາກ​ມີ​ເງື່ອນ­ໄຂ​ສະ­ດວກ​ທາງ​ດ້ານ​ບຸກ​ຄະ­ລາ​ກອນ ອຸ­ປະ­ກອນ​ການ​ຮຽນ-ການ​ສອນ ທີ່​ທັນ​ສະ­ໄໝ ທີ່​ສຳ­ຄັນ​ເປັນ​ການ​ຮຽນ​ທີ່​ທັນ​ສະ­ໄໝ ນັກ­ຮຽນ​ຕ້ອງ​ເປັນ​ເຈົ້າ​ການ​ດ້ວຍ​ຕົນ​ເອງ ບັງ­ຄັບ​ຕົນ​ເອງ ສ່ວນ​ຂໍ້​ຫຍຸ້ງ­ຍາກ​ແມ່ນ​ການ​ຕິດ­ຕາມ​ການ​ຮຽນ ບໍ່​ສາ­ມາດ​ດູ​ແລ​ຮອບ­ດ້ານ​ຄື​ກັບ​ການ​ມາ​ຮຽນ​ຢູ່​ໂຮງ­ຮຽນ ອີກ​ທັງ​ການ­ເຄື່ອນ­ໄຫວ​ກິດ­ຈະ­ກຳ​ເສີມ​ສ້າງ​ທັກ​ສະ​ທີ່​ເຮັດ​ວຽກ​ເປັນ​ກຸ່ມ ບໍ່​ສາ­ມາດ​ດຳ­ເນີນ​ການ​ໄດ້ ໂດຍ​ສະ­ເພາະ​ການ­ເຄື່ອນ­ໄຫວ​ນອກ​ຫຼັກ­ສູດ ແລະ ໃນ​ຫຼັກ­ສູດ​ຈຳ­ນວນ​ໜຶ່ງ ແຕ່​ເຖິງ​ຢ່າງ­ໃດ ແມ່ນ​ຈະ​ໄດ້​ປະ­ຕິ­ບັດ​ໄປ​ຕາມ​ການ​ແນະ­ນຳ​ຂອງ​ຂັ້ນ​ເທິງ ຈົນ​ກວ່າ​ຈະ​ມີ​ຄຳ​ສັ່ງ​ໃໝ່​ສຳ­ລັບ​ການຮຽນ-ການ​ສອນ​ທາງ​ອອນ​ລາຍ ທາງ​ໂຮງ­ຮຽນ​ພວກ​ເຮົາ​ມີ​ຄວາມ​ສະ­ດວກ ແລະ ຄວາມ​ພ້ອມ ແລະ ໂອ­ກາດ​ນີ້ ກໍ​ຕ້ອງ​ຂໍຄວາມ​ຮ່ວມ​ມຶ​ນຳ​ຜູ້​ປົກ­ຄອງ ໃນ​ການ​ຕິດ­ຕາມ​ແນະ­ນຳ​ລູກ​ຫຼານ​ຕົນ​ເອງ​ຊ່ວຍ​ທາງ​ໂຮງ­ຮຽນ​ຕື່ມ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ການ​ຮຽນ-ການ​ສອນ​ຄັ້ງ​ນີ້ ບັນ­ລຸ​ໄດ້​ຕາມ​ຈຸດ­ປະ­ສົງ​ລະ­ດັບ​ຄາດ­ໝາຍ.

error: Content is protected !!