ສານປະຊາຊົນ

ສານ​ປະ­ຊາ­ຊົນ ແມ່ນ​ອົງ­ການ​ຕຸ­ລາ­ການ ທີ່​ເຮັດ​ໜ້າ­ທີ່​ພິ­ຈາ­ລະ­ນາ​ຕັດ­ສິນ​ຄະ­ດີ ຢູ່ ສປປ ລາວ ມີ​ແຕ່​ສານ​ເທົ່າ​ນັ້ນ ຈຶ່ງ​ມີ​ສິດ​ອຳ­ນາດ​ພິ­ຈາ­ລະ­ນາ​ຕັດ­ສິນ​ຄະ­ດີ ບົນ​ພື້ນ­ຖານ​ຫຼັກ​ຖານ ການ​ເຄົາ­ລົບ ແລະ ປະ­ຕິ­ບັດ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ.

ສານ​ປະ­ຊາ­ຊົນ ແມ່ນ​ໜຶ່ງ​ໃນ​ອົງ­ການ​ຂະ​ບວນ​ການ​ຍຸ­ຕິ​ທຳ​ທາງ​ອາ­ຍາ ເປັນ​ອົງ­ການ​ທີ່​ມີ​ພາ­ລະ​ບົດ­ບາດ ໜ້າ­ທີ່​ສຳ­ຄັນ​ທີ່​ສຸດ ແລະ ມີ​ຄວາມ​ເປັນ​ອິດ­ສະ­ຫຼະ ໂດຍ​ປາ­ສະ­ຈາກ​ການ​ແຊກ​ແຊງ​ຈາກ​ພາຍ​ນອກ ສານ​ມີ­ໜ້າ​ທີ່​ໃນ​ການ​ນຳ​ເອົາ​ມາດ­ຕາ​ຂອງ​ກົດ­ໝາຍ​ມາ​ຈັດ​ຕັ້ງ​ປະ­ຕິ­ບັດ ຫຼື ວາງ​ຜູ້​ກະ­ທຳ​ຜິດ​ໃຫ້​ມີ​ຄວາມ​ເໝາະ​ສົມ ແລະ ຖືກ­ຕ້ອງ​ກັບ​ຄວາມ​ເປັນ​ຈິງ​ທີ່​ປາ­ກົດ​ຕາມ​ຫຼັກ​ຖານ​ພະ ຍານ​ໃນ​ແຕ່​ລະ​ຄະ­ດີ ດ້ວຍ​ຄວາມ​ເປັນ­ກາງ ບໍ­ລິ­ສຸດ ແລະ ຍຸ­ຕິ​ທຳ ສານ ແມ່ນ​ເປັນ​ທີ່​ເພິ່ງ​ສຸດ​ທ້າຍ​ຂອງ​ປະ­ຊາ­ຊົນ​ໃນ​ຂະ​ບວນ​ການ​ຍຸ­ຕິ​ທຳ.

ພົນ­ລະ­ເມືອງ​ລາວ​ທຸກ​ຄົນ ມີ​ຄວາມ​ສະ­ເໝີ­ພາບ​ຕໍ່­ໜ້າ​ກົດ­ໝາຍ ແລະ ສານ ໂດຍ​ບໍ່​ຈຳ­ແນກ​ເພດ ເຊື້ອ​ຊາດ ຊົນ­ເຜົ່າ ຖາ­ນະ​ທາງ​ດ້ານ​ເສດ­ຖະ­ກິດ ແລະ ສັງ­ຄົມ ພາ­ສາ ລະ­ດັບ​ການ​ສຶກ​ສາ ອາ­ຊີບ ຄວາມ​ເຊື່ອ​ຖື ພູມ­ລຳ­ເນົາ ແລະ ອື່ນໆ ພົນ­ລະ­ເມືອງ​ລາວ ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ ກ່ຽວ​ກັບ​ຂໍ້​ຂັດ​ແຍ່ງ​ທາງ​ແພ່ງ ແລະ ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ອົງ­ການ​ສືບ­ສວນ-ສອບ​ສວນ ຫຼື ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ ເມື່ອ​ມີ​ການ​ລະ­ເມີດ​ທາງ​ອາ­ຍາ ຄົນ​ຕ່າງ­ປະ­ເທດ ຊາວ​ຕ່າງ​ດ້າວ ແລະ ຜູ້​ບໍ່​ມີ​ສັນ­ຊາດ ທີ່­ຢູ່​ໃນ​ດິນ­ແດນ ແຫ່ງ ສປປ ລາວ ມີ​ສິດ​ເທົ່າ​ທຽມ​ກັນ​ກັບ​ພົນ­ລະ­ເມືອງ​ລາວ ຖ້າ​ກົດ­ໝາຍ​ຫາກ​ບໍ່​ໄດ້​ກຳ­ນົດ​ໄວ້​ຢ່າງ​ອື່ນ.

ນອກ­ຈາກ​ສານ​ປະ­ຊາ­ຊົນ​ແລ້ວ ກໍ​ຍັງ​ມີ​ສານ​ທະ­ຫານ​ຂັ້ນ​ສູງ ຊຶ່ງ​ແມ່ນ​ອົງ­ການ​ພິ­ພາກ­ສາ​ສູງ​ສຸດ​ຂອງ​ກອງ­ທັບ​ປະ­ຊາ­ຊົນ​ລາວ ມີ​ພາ­ລະ​ບົດ­ບາດ​ໃນ​ການ​ພິ­ພາກ­ສາ​ຄະ­ດີ​ອາ­ຍາ​ເປັນ​ຂັ້ນ​ອຸ­ທອນ ຄຸ້ມ​ຄອງ​ທາງ​ດ້ານ​ການ­ຈັດ­ຕັ້ງ ບໍ­ລິ­ຫານ ກວດ­ກາ​ທາງ​ດ້ານ​ວິ­ຊາ​ສະ­ເພາະ ຊີ້​ນຳ​ການ­ເຄື່ອນ­ໄຫວ ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ສານ​ທະ­ຫານ​ພາກ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ.

ສຳ­ລັບ​ໂຄງ​ປະ­ກອບ ທາງ​ດ້ານ​ບຸ​ຄະ­ລາ​ກອນ​ຂອງ​ສານ​ທະ­ຫານ ກໍ​ເຊັ່ນ​ກັນ​ກັບ​ໂຄງ​ປະ­ກອບ​ບຸ​ຄະ­ລາ​ກອນ ຂອງ​ສານ​ປະ­ຊາ­ຊົນ ຊຶ່ງ​ປະ­ກອບ​ດ້ວຍ ປະ­ທານ ຮອງ​ປະ­ທານ ຜູ້​ພິ­ພາກ­ສາ ຜູ້​ຊ່ວຍ​ຜູ້​ພິ­ພາກ­ສາ ຈ່າ​ສານ ພະ­ນັກ­ງານ​ວິ­ຊາ​ການ ແລະ ພະ­ນັກ­ງານ​ບໍ­ລິ­ຫານ​ຈຳ­ນວນ​ໜຶ່ງ.

ໂດຍ: ໄມ້​ງັດ

error: Content is protected !!