ໂລກສົດໃສ ເມື່ອໄຮ້ຂີ້ເຫຍື້ອປະເພດຢາງ

ບົດ​ປະ­ຈຳ​ວັນ​ນີ້ ຂໍ​ນຳ​ທ່ານ​ຜູ້​ອ່ານ​ໄປ​ຮູ້­ຈັກ​ກັບ​ບັ້ນ​ຮົບ​ຕ້ານ​ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ຢາງ ຫຼື ປຼັສ​ຕິກ ເພື່ອ​ຖອດ​ໄວ້​ເປັນ​ບົດ­ຮຽນ​ສຳ­ລັບ​ມາດ​ຕະ­ການ​ຫຼຸດ­ຜ່ອນ​ການ​ໃຊ້​ຖົງ​ຢາງ​ຢູ່​ລາວ ພວກ​ເຮົາ​ຫາ​ກໍ​ເລີ່ມ​ຂຶ້ນ​ຢ່າງ​ຈິງ​ຈັງ​ຫວ່າງ​ບໍ່​ດົນ​ມາ​ນີ້.

ທີ່​ອັງ­ກິດ: ບັ້ນ​ຮົບ​ຕ້ານ​ການ​ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ຢາງ​ນັ້ນ​ເລີ່ມ​ຂຶ້ນ​ຢ່າງ​ເປັນ​ຂະ​ບວນ ຈາກ​ການ​ຈຳ­ກັດ​ການ​ໃຊ້​ຖົງ​ຢາງ​ຕາມ​ຮ້ານ​ສັບ­ພະ​ສິນ­ຄ້າ​ກ່ອນ ຄື:  ໄດ້​ມີ​ການ​ກຳ­ນົດ​ຫ້າມ​ບັນ­ດາ​ຮ້ານ​ຄ້າ​ບໍ­ລິ­ການ​ຖົງ​ຢາງ​ລ້າໆ​ໃຫ້​ລູກ​ຄ້າ ໝາຍ​ຄວາມ​ວ່າ ຖ້າ​ລູກ​ຄ້າ​ຕ້ອງ­ການ​ຖົງ​ຢາງ​ບັນ­ຈຸ​ເຄື່ອງ​ທີ່​ຊື້​ກໍ​ຕ້ອງ​ໄດ້​ຊື້​ເອົາ​ເອງ ດ້ວຍ​ວິ­ທີ​ດັ່ງ­ກ່າວ​ບັນ­ດາ​ລູກ​ຄ້າ​ກໍ​ເລີຍ​ຈຳ​ຕ້ອງ​ມີ​ຖົງ​ຕົນ​ເອງ​ຕິດ​ມື​ເວ­ລາ​ໄປ​ຮ້ານ​ຄ້າ ເພື່ອ​ຈະ​ບໍ່​ໄດ້​ຈົກ​ເງິນ​ຈ່າຍ ປາ ກົດ​ວ່າ​ມາດ​ຕະ­ການ​ນີ້ ໄດ້­ຜົນ​ດີ​ເຮັດ​ໃຫ້­ການ​ໃຊ້​ຖົງ​ຢາງ​ປະ­ເພດ​ໃຊ້​ຄັ້ງ​ດຽວ​ແລ້ວ​ຖິ້ມ​ຫຼຸດ​ລົງ​ຫຼາຍ ບັດ​ນີ້​ພັດ​ມີ​ຂ່າວ​ວ່າ ທາງ​ການ​ຂອງ​ອັງ­ກິດ ໄດ້​ບັງ ຄັບ​ໃຊ້​ກົດ­ໝາຍ​ຫ້າມ​ໃຊ້​ທໍ່­ດູດ​ເຄື່ອງ​ດື່ມ ແລະ ບ່ວງ​ຢາງ​ທີ່​ໃຊ້​ຄົນ​ເຄື່ອງ​ດື່ມ ນັບ​ແຕ່​ວັນ​ທີ 1 ຕຸ­ລາ 2020 ເປັນ­ຕົ້ນ​ມາ (ຂ່າວ AFP ແລະ ໜັງ­ສື­ພິມ ຜູ້​ແທນ​ປະ­ຊາ­ຊົນ​ສະ­ບັບ 704) ຂ່າວ​ບອກ​ວ່າ ກົດ­ໝາຍ​ສະ­ບັບ​ນີ້​ໄດ້​ສົ່ງ​ສັນ­ຍານ​ໃຫ້​ຮູ້​ວ່າ ລັດ­ຖະ­ບານ​ອັງ­ກິດ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ກວດ​ຂັນ ກ່ຽວ​ກັບ​ການ​ໃຊ້​ຜະ­ລິດ​ຕະ​ພັນ​ປຼັສ​ຕິກ ປະ­ເພດ​ໃຊ້​ເທື່ອ​ດຽວ​ແລ້ວ​ຖິ້ມ ຊຶ່ງ​ເປັນ​ອັນ­ຕະ­ລາຍ​ສຳ­ລັບ​ສິ່ງ­ແວ­ດລ້ອມ ບ້ອຍ­ວ່າ​ກົດ­ໝາຍ​ສະ­ບັບ​ນີ້​ຖືກ​ປະ­ກາດ​ໃຊ້ ກຸ່ມ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ​ຕ່າງ​ກໍ​ສະ­ແດງ​ຄວາມ​ຍິນ​ດີ ພ້ອມ​ທັງ​ຮຽກ­ຮ້ອງ​ໃຫ້​ມີ​ມາດ​ຕະ­ການ​ຢຸດ​ການ​ຜະ­ລິດ​ເຄື່ອງ­ໃຊ້​ທີ່​ເຮັດ​ດ້ວຍ​ຢາງ​ອື່ນໆ ປະ­ເພດ​ໃຊ້​ເທື່ອ​ດຽວ​ແລ້ວ​ຖິ້ມ ຕາມ​ສະ­ຖິ­ຕິ​ຄົນ​ອັງ­ກິດ​ໃຊ້​ທໍ່​ດູດ​ປຼັສ​ຕິກ 4,7 ພັນ​ລ້ານ​ທໍ່ ແລະ ບ່ວງ​ຢາງ​ຄົນ​ເຄື່ອງ​ດື່ມ 316 ລ້ານ​ກ້ານ​ຕໍ່​ປີ ແນວ­ໃດ​ກໍ​ດີ ກົດ­ໝາຍ​ໄດ້​ມີ​ຂໍ້​ຍົກ­ເວັ້ນ​ສຳ­ລັບ​ການ​ໃຊ້​ຜະ­ລິດ​ຕະ​ພັນ​ເຮັດ​ດ້ວຍ​ຢາງ​ທີ່​ໃຊ້​ພຽງ​ຄັ້ງ​ດຽວ​ຕາມ​ໂຮງ­ໝໍ ແລະ ສຳ­ລັບ​ກຸ່ມ​ຄົນ​ເຈັບ ຄົນ​ເສຍ​ອົງ­ຄະ​ທີ່​ຈຳ­ເປັນ​ຕ້ອງ​ໄດ້​ໃຊ້​ທໍ່​ດູດ​ປຼັສ​ຕິກ.

ທີ່​ເຢຍ​ລະ​ມັນ: ນັບ​ແຕ່​ວັນ​ທີ 3 ເດືອນ​ກໍ­ລະ­ກົດ ປີ 2021 ເປັນ­ຕົ້ນ​ໄປ ກົດ­ໝາຍ​ຫ້າມ​ຈຳ­ໜ່າຍ​ຜະ ລິດ​ຕະ​ພັນ​ປຼັສ​ຕິກ​ທີ່​ໃຊ້​ພຽງ​ຄັ້ງ​ດຽວ ຈະ​ເລີ່ມ​ມີ​ຜົນ​ບັງ­ຄັບ​ໃຊ້​ທົ່ວ​ປະ­ເທດ​ເຢຍ​ລະ​ມັນ ທັງ​ນີ້ ກໍ​ເພື່ອ​ໃຫ້​ເປັນ​ໄປ​ຕາມ​ຂໍ້​ບັງ­ຄັບ​ທີ່​ທາງ​ສະ­ຫະ­ພາບ​ເອີ​ຣົບ (ອີ​ຢູ່-EU) ໄດ້​ວາງ​ອອກ ແລະ ເພື່ອ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ​ຢູ່​ພາຍ​ໃນ​ປະ­ເທດ​ເຢຍ​ລະ​ມັນ​ເອງ ພາຍ​ໃຕ້​ກົດ­ໝາຍ​ດັ່ງ­ກ່າວ ຜະ­ລິດ​ຕະ​ພັນ​ຢາງ​ທີ່​ໃຊ້​ໄດ້​ພຽງ​ຄັ້ງ​ດຽວ​ຈະ​ກາຍ­ເປັນ​ສິ່ງ​ຕ້ອງ​ຫ້າມ ຊຶ່ງ​ຈະ​ບໍ່​ມີ​ການ​ວາງ​ຂາຍ​ຢູ່​ພາຍ​ໃນ​ປະ­ເທດ​ອີກ​ຕໍ່​ໄປ ຜະ­ລິດ​ຕະ​ພັນ​ຢາງ​ທີ່​ຕ້ອງ​ຫ້າມ ລວມ​ມີ ຖ້ວຍ-ຈານ​ຢາງ ສຳ­ລັບ​ບັນ­ຈຸ​ອາ­ຫານ ບ່ວງ ສ້ອມ ໄມ້​ທູ່​ຢາງ ທໍ່­ດູດ​ເຄື່ອງ​ດື່ມ  ກັບ​ໂຟມ ກ່ອງ​ຢາງ​ໃສ ແລະ ຈອກ​ປຼັສ​ຕິກ ຈຸດ­ປະ­ສົງ​ຕົ້ນ­ຕໍ​ໃນ​ການ​ປະ­ກາດ​ໃຊ້​ກົດ­ໝາຍ​ສະ­ບັບ​ນີ້ ແມ່ນ​ເພື່ອ​ຫຼຸດ­ຜ່ອນ​ປະ­ລິ­ມານ​ຂີ້​ເຫ​ຍື້ອປຼັສ​ຕິກ​ທີ່​ຖິ້ມ​ລົງ​ທະ­ເລ ຊຶ່ງ​ຄາດ​ກັນ​ວ່າ ກົດ­ໝາຍ​ຈະ​ຊ່ວຍ​ຫຼຸດ­ຜ່ອນ​ຈຳ­ນວນ​ຂີ້​ເຫຍື້ອ​ດັ່ງ­ກ່າວ ໄດ້​ເຖິງ 70% ໃນ​ລາຍ​ລະ­ອຽດ​ກ່ຽວ​ກັບ​ການ​ປະ­ຕິ­ບັດ​ກົດ­ໝາຍ​ດັ່ງ­ກ່າວ​ຍັງ​ຈະ​ມີ​ການ​ບັນ­ຍັດ​ມາດ​ຕະ­ການ​ເພີ່ມ ເຊັ່ນ: ການ​ກຳ­ນົດ​ໃຫ້​ມີ​ການ​ພິມ​ຄຳ­ເຕືອນ​ຕິດ​ໃສ່ ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ຢາງ (ປະ­ເພດ​ບໍ່​ໃຊ້​ຄັ້ງ​ດຽວ) ເພື່ອ​ໃຫ້​ຜູ້​ໃຊ້​ຮູ້​ໄດ້​ເຖິງ​ຜົນ​ເສຍ​ຫາຍ​ຂອງ​ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວ​ຕໍ່​ສິ່ງ­ແວ­ດລ້ອມ ຮູ້​ກ່ຽວ​ກັບ​ວິ­ທີ​ຖິ້ມ​ຜະ­ລິດ​ຕະ​ພັນ​ຢາງ​ປອດ​ໄພ.

error: Content is protected !!