ເຄັດລັບກວດສຸຂະພາບດ້ວຍຕົວເອງງ່າຍໆ ຫ່າງໄກພະຍາດ

ເຮົາ​ຄວນ​ກວດ​ສຸ­ຂະ­ພາບ​ກັບ​ແພດ​ທີ່​ໂຮງ­ໝໍ​ຢ່າງ​ໜ້ອຍ​ທຸກ​ປີ ເພື່ອ​ທີ່​ຈະ​ໄດ້​ກວດ­ກາ​ສະ­ພາບ​ຮ່າງ­ກາຍ​ຂອງ​ຕົວ​ເອງ ຢູ່​ສະ­ເໝີ​ວ່າ ຄວນ​ດູ​ແລ ໃຫ້​ຄວາມ​ສົນ­ໃຈ​ສ່ວນ​ໃດ​ເປັນ​ພິ­ເສດ ຫຼື ບໍ່ ແຕ່​ນອກ­ຈາກ​ເຮົາ​ຕ້ອງ​ລໍ­ຖ້າ​ໃຫ້​ແພດ​ມາ​ກວດ​ຮ່າງ­ກາຍ​ຂອງ​ເຮົາ​ດ້ວຍ​ອຸ­ປະ­ກອນ​ທາງ​ການ​ແພດ​ຕ່າງໆ​ທຸກ​ປີ​ແລ້ວ ເຮົາ​ຍັງ​ສາ­ມາດ​ກວດ​ຮ່າງ­ກາຍ​ຂອງ​ເຮົາ​ໄດ້​ດ້ວຍ​ຕົນ​ເອງ​ໂດຍ​ບໍ່​ຕ້ອງ​ລໍ­ຖ້າ​ໃຫ້​ຄົບ 1 ປີ​ອີກ​ດ້ວຍ ຫາກ​ກວດ​ຮ່າງ­ກາຍ​ຂອງ​ຕົວ​ເອງ​ຕາມ 5 ຂໍ້​ນີ້ ຮັບ​ຣອງ​ວ່າ ຮ່າງ­ກາຍ​ຂອງ​ທ່ານ​ຈະ​ແຂງ­ແຮງ ບໍ່​ເປັນ​ພະ­ຍາດ​ງ່າຍໆ​ຢ່າງ​ແນ່­ນອນ.

5 ເຄັດ​ລັບ “ກວດ​ສຸ­ຂະ­ພາບ” ດ້ວຍ​ຕົວ​ເອງ​ງ່າຍໆ ຫ່າງ​ໄກ​ພະ­ຍາດ

ທຸກ​ເວ­ລາ ກວດ​ສຸ­ຂະ­ພາບ​ຂອງ​ຕົວ​ເອງ​ທຸກ​ເວ­ລາ ທຸກ​ນາ­ທີ ດ້ວຍ​ການ​ຫຼີກ​ລ່ຽງ​ການ​ດື່ມ​ສິ່ງ​ມຶນ­ເມົາ ງົດ​ສູບ­ຢາ ທຸກ​ສະ­ຖານ­ທີ່​ທຸກ​ເວ­ລາ.

ທຸກ​ວັນ ກວດ​ສຸ­ຂະ­ພາບ​ຂອງ​ຕົວ​ເອງ​ທຸກ​ວັນ ງ່າຍໆ ດ້ວຍ​ການ “ນັບ​ກ້າວ” ໃນ 1 ວັນ​ຄວນ​ຍ່າງ​ບໍ່​ຕ່ຳ​ກວ່າ 7.500 ກ້າວ ສາ­ມາດ​ໃຊ້​ແອັບ​ພລິ​ເຄ​ຊັ່ນ​ໃນ​ສະ­ມາດ​ໂຟນ​ຊ່ວຍ​ນັບ​ກ້າວ​ໃຫ້ ຫຼື​ເລືອກ​ໃຊ້​ເປັນ​ສະ​ມາ​ດວ​ອຊ ຫຼື ໂມງ​ອັດ​ສະ​ລິ​ຍະ​ທີ່​ມີ​ຟັງ​ຊັ່ນ​ຊ່ວຍ​ນັບ​ກ້າວ​ໃຫ້​ກໍ​ໄດ້.

ທຸກ​ອາ­ທິດ ກວດ​ສຸ­ຂະ­ພາບ​ກັນ​ທຸກ​ອາ­ທິດ​ດ້ວຍ​ການ “ຊັ່ງ​ນ້ຳ­ໜັກ” ໃນ 1 ອາ­ທິດ​ຄວນ​ເລືອກ​ວັນ ແລະ ເວ­ລາ​ທີ່​ຈະ​ຊັ່ງ​ນ້ຳ­ໜັກ​ມາ 1 ວັນ ເຊັ່ນ ເຊົ້າ​ວັນ​ຈັນ​ກ່ອນ​ກິນ​ອາ­ຫານ​ເຊົ້າ ແລ້ວ​ຈົດ ບັນ­ທຶກ​ນ້ຳ­ໜັກ​ຂອງ​ຕົວ​ເອງ​ເອົາ​ໄວ້​ທຸກ​ອາ­ທິດ ເພື່ອ​ເບິ່ງ​ການ​ປ່ຽນ­ແປງ​ຂອງ​ນ້ຳ­ໜັກ​ຢູ່​ສະ­ເໝີ.

ນ້ຳ­ໜັກ​ຂອງ​ຄົນ​ເຮົາ​ສາ­ມາດ​ຂຶ້ນ​ລົງ​ໄດ້ 1-2 ກິ​ໂລກ​ຣາມ ລະ­ຫວ່າງ​ວັນ ແຕ່​ຫາກ​ທ່ານ​ຊັ່ງ​ນ້ຳ­ໜັກວັນ ແລະ ເວ­ລາ​ເດີມ​ທຸກ​ອາ­ທິດ ນ້ຳ­ໜັກ​ຂອງ​ທ່ານ​ຄວນ​ຈະ​ເທົ່າ​ເດີມ ຫຼື ໃກ້​ຄຽງ​ນ້ຳ­ໜັກ​ເດີມ​ບໍ່​ສູງ​ຕ່ຳ​ບໍ່​ເກີນ 1 ກິ​ໂລກ​ຣາມ ຫາກ​ເພີ່ມ​ຈາກ​ເດີມ​ມາ​ທີ່ 1-2 ກິ​ໂລກ​ຣາມ​ຕິດ­ຕໍ່​ກັນ 3-4 ອາ­ທິດ ສະ­ແດງ​ວ່າ​ທ່ານ​ຕຸ້ຍ​ຂຶ້ນ ຕ້ອງ​ຫຼຸດ​ນ້ຳ­ໜັກ​ໃຫ້​ກັບ​ໄປ ເທົ່າ​ເດີມ.

ໃນ​ກໍ­ລະ­ນີ​ທີ່​ທ່ານ​ມີ​ນ້ຳ­ໜັກ​ເກີນ​ມາດ­ຕະ­ຖານ​ຢູ່​ແລ້ວ ຄວນ​ຫຼຸດ​ນ້ຳ­ໜັກ​ແລ້ວ​ກວດ​ນ້ຳ­ໜັກ​ຂອງ​ຕົວ​ເອງ​ທຸກ​ອາ­ທິດ ເຊັ່ນ​ກັນ​ວ່າ ນ້ຳ­ໜັກ​ລົງ​ແດ່ ຫຼື ບໍ່ ຫາກ​ນ້ຳ­ໜັກ​ບໍ່​ມີ​ການ​ປ່ຽນ­ແປງ​ເລີຍ ຫຼື​ນ້ຳ­ໜັກ​ຍັງ​ເພີ່ມ​ຂຶ້ນ​ມາ​ອີກ​ຫຼັງ​ພະ­ຍາ­ຍາມ​ຫຼຸດ​ນ້ຳ­ໜັກ​ມາ 3-4 ອາ­ທິດ ສະ­ແດງ​ວ່າ​ວິ­ທີ​ການ​ຫຼຸດ​ນ້ຳ­ໜັກ​ຂອງ​ທ່ານ​ບໍ່​ໄດ້­ຜົນ.

ທຸກ​ເດືອນ ກວດ​ສຸ­ຂະ­ພາບ​ທຸກ​ເດືອນ​ດ້ວຍ​ການ ກວດ “ຄວາມ­ດັນ­ເລືອດ” ຄວາມ­ດັນ­ເລືອດ​ປົກ­ກະ­ຕິ​ບໍ່​ຄວນ​ເກີນ 120/80 ຫາກ​ກວດ​ຄວາມ­ດັນ­ເລືອດ​ໄດ້​ຄ່າ​ຫຼາຍ​ກວ່າ​ນີ້ ຄວນ​ປຶກ­ສາ​ແພດ​ເພື່ອ​ດຳ­ເນີນ​ການ​ປິ່ນ­ປົວ.

ທຸກ 3 ເດືອນ ກວດ​ສຸ­ຂະ­ພາບ​ຂອງ​ຕົວ​ເອງ​ທຸກ​ປີ ດ້ວຍ​ການ “ແທກ​ຮອບ​ແອວ” ທຸກໆ 3 ເດືອນ ຈົດ​ບັນ­ທຶກ​ເອົາ​ໄວ້​ວ່າ​ຮອບ​ແອວ​ຂະ­ຫຍາຍ​ໃຫຍ່​ຂຶ້ນ​ຫຼື​ບໍ່ ຕາມ​ມາດ­ຕະ­ຖານ​ແລ້ວ ຮອບ​ແອວ​ບໍ່​ເກີນ​ຈາກ​ສ່ວນ​ສູງ​ຂອງ​ຕົວ​ເອງ ຫານ​ດ້ວຍ​ສອງ ເຊັ່ນ: ຫາກ​ທ່ານ​ສູງ 168 ຊັງ​ຕິ​ແມັດ ຮອບ​ແອວ​ຂອງ​ທ່ານ​ກໍ​ບໍ່​ຄວນ​ເກີນ 84 ຊັງ​ຕີ​ແມັດ ເປັນ­ຕົ້ນ.

ຫາກ​ໝັ່ນ​ກວດ​ຮ່າງ­ກາຍ​ເປັນ​ປະ­ຈຳ​ຕາມ​ນີ້​ແລ້ວ ຮັບ​ຣອງ​ວ່າ​ສຸ­ຂະ­ພາບ​ຮ່າງ­ກາຍ​ແຂງ­ແຮງ ​ຈົນ​ທ່ານ­ໝໍ​ທີ່​ກວດ​ຮ່າງ­ກາຍ​ປະ­ຈຳ​ປີ​ຕ້ອງ​ຊື່ນ​ຊົມ​ແນ່­ນອນ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!