ຍ້ອງຍໍພາກສ່ວນກົມກອງດີເດັ່ນໃນການປະກອບສ່ວນບໍລິຈາກເລືອດ

    ກອງປະຊຸມການປຸກລະດົມຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຄ່າຕອບແທນ ປະຈຳປີ 2020 ແລະ ທີດທາງແຜນການແບບມີສ່ວນຮ່ວມ 2021 ຂອງພາກສ່ວນປ້ອງກັນຄວາມສະຫງົບ ຈັດຂຶ້ນວັນທີ 12 ມັງກອນ 2021 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ ໂດຍເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຫົວໜ້າ ສູນເລືອດແຫ່ງຊາດ ອົງການກາແດງລາວ ພັນໂທ ພອຍສະຫວັນ ວົງຄຳຈັນ ຮອງກົມເສນາຮັກ ກະຊວງປ້ອງກັນ ຄວາມສະຫງົບ ມີຄນະພັກ ຄະນະບັນຊາຈາກກົມກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ປີຜ່ານມາ ໄດ້ຈັດກິດຈະກຳຮ່ວມກັບບັນດາກົມກອງ ປກສ ທັງໝົດ 12 ຄັ້ງ ມີຜູ້ເຂົ້າຮ່ວມ 878 ຄົນ ແລະ ມີຜູ້ສາມາດໃຫ້ການປະກອບສ່ວນບໍລິຈາກເລືອດໄດ້ທັງໝົດ 536 ຄົນ ສ່ວນແຜນ 2021 ຄາດວ່າຈະອອກຮັບ ບໍລິຈາກເລືອດຮ່ວມກັບກົມກອງໃຫ້ໄດ້ 24 ຄັ້ງ ເປົ້າໝາບຜູ້ເຂົ້າຮ່ວມ 2.000 ຄົນ ແລະ ໃຫ້ມີຜູ້ປະກອບສ່ວນ ບໍລິຈາກເລືອດ 950 ຄົນ ພ້ອມທັງຈະຈັດການຮັບບໍລິຈາກເລືອດເນື່ອງໃນໂອກາດວັນສຳຄັນຕ່າງໆໃຫ້ໄດ້ 3-4 ຄັ້ງ ແລະ ຈະຈັດເຝິກອົບຮົມໃຫ້ໄດ້ 1-2 ຄັ້ງ ພ້ອມມອບໃບຍ້ອງຍໍໃຫ້ກັບ ບັນດາກົມກອງທີ່ມີຜົນງານດີເດັ່ນໃນ ການປະກອບສ່ວນບໍລິຈາກເລືອດໃນປີຜ່ານມາ ໄດ້ຮັບຍ້ອງຍໍຈາກຄະນະກຳມະການເລືອດແຫ່ງຊາດ ຈຳນວນ 5 ກົມກອງ ຍ້ອງຍໍຈາກອົງການກາແດງ 2 ກົມກອງ ແລະ ຍ້ອງຍໍຈາກສູນເລືອດແຫ່ງຊາດ  3 ກົມກອງ.

                    # ຂ່າວ & ພາບ : ບຸນມີ

error: Content is protected !!