ຈະເລີ່ມດໍາເນີນການຄັດແຍກຂີ້ເຫຍື້ອໃນເດືອນກຸມພານີ້

     ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ພ້ອມດ້ວຍທ່ານ ຄໍາພາວ ໂພຂາວ ຮອງຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ແລະ ສື່ມວນຊົນຂະແໜງ ການຕ່າງໆ ລົງຕິດຕາມກວດກາຄວາມຄືບໜ້າຂອງໂຄງການລົງທຶນກໍ່ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ ຂອງບໍລິສັດວຽງຈັນບໍລິຫານຈັດການຂີ້ເຫຍື້ອຈໍາກັດ ວັນທີ 11 ມັງກອນ 2021 ຢູ່ໂຮງງານດັ່ງກ່າວ (ບໍລິເວນສະໜາມບໍາບັດຂີ້ເຫຍື້ອ ຫຼັກ 32 ບ້ານນາຜາສຸກ ເມືອງໄຊທານີ) ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຮສ ປອ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດຂວັນເມືອງກຣຸບ ຈໍາກັດຜູ້ດຽວ ຜູ້ອໍານວຍການບໍລິສັດວຽງຈັນບໍລິຫານຈັດການຂີ້ເຫຍື້ອຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ.

    ທ່ານ ຮສ ປອ ຄໍາຫຼ້າ ນາກຄະວົງ ລາຍງານວ່າ: ປັດຈຸບັນການກໍ່ສ້າງໂຮງງານຄັດແຍກຂີ້ເຫຍື້ອ ມີຄວາມຄືບໜ້າ 80% ຄາດວ່າໃນອາທິດນີ້ເຄື່ອງຈັກຈະເຂົ້າມາຮອດ ແລະ ທໍາການຕິດຕັ້ງ ເດືອນກຸມພາ 2021 ຈະໃຫ້ສໍາເລັດສົມບູນ ສາມາດເດີນເຄື່ອງຈັກ ແລະ ນໍາຂີ້ເຫຍື້ອເຂົ້າສູ່ຂະບວນການຄັດແຍກ 100% ໃນນີ້ ຂີ້ເຫຍື້ອທີ່ຄັດແຍກອອກມາແຕ່ລະຊະນິດຈະນໍາໃຊ້ແຕກຕ່າງກັນ ເຊິ່ງເປົ້າໝາຍໂຄງການຈະກໍ່ສ້າງ 4 ໂຮງງານ ຄື: ໂຮງງານຄັດແຍກຂີ້ເຫຍື້ອ ກໍາລັງການຜະລິດເບື້ອງຕົ້ນ 400 ໂຕນຕໍ່ວັນ ໂຮງງານຜະລິດເມັດປລາສຕິກ ໂຮງງານຜະລິດໄຟຟ້າ ແລະ ໂຮງງານຜະລິດປຸຍຊີວະພາບ ສະເພາະການລົງທຶນກໍ່ສ້າງໂຮງງານຜະລິດພະລັງງານໄຟຟ້າຈາກຂີ້ເຫຍື້ອ ຖ້າບໍລິສັດສາມາດລົງນາມສັນຍາຊື້-ຂາຍພະລັງງານໄຟຟ້າກັບລັດວິສາຫະກິດໄຟຟ້າລາວແລ້ວ ກໍຈະສືບຕໍ່ລົງທຶນກໍ່ສ້າງໂຮງງານທັນທີ ໂດຍຄາດວ່າຈະໃຊ້ເວລາໃນການກໍ່ສ້າງ 18 ເດືອນ.

    ທ່ານ ບຸນຈັນ ແກ້ວສີທໍາມະ ກ່າວວ່າ: ພາຍຫຼັງທີ່ໄດ້ດັດແກ້ສັນຍາ ແລະ ວາງສີລາຈາລຶກກໍ່ສ້າງໂຄງການ ບໍລິສັດກໍໄດ້ເລີ່ມກໍ່ສ້າງໂຮງງານຄັດແຍກຂີ້ເຫຍື້ອ ແລະ ກໍາລັງຈະຕິດຕັ້ງເຄື່ອງຈັກໃນໄວໆນີ້ ເຊິ່ງພາຍຫຼັງຕິດຕັ້ງແລ້ວ ກໍຈະໄດ້ຂຸດຄົ້ນເອົາຂີ້ເຫຍື້ອຂຶ້ນມາແຍກ ເພື່ອນໍາໃຊ້ເຂົ້າໃນ 3 ຈຸດປະສົງ ຄື: ນໍາເຊື້ອເພີງມາຜະລິດເປັນພະລັງງານໄຟຟ້າທົດແທນ ຜະລິດເປັນເມັດຢາງ ແລະ ຜະລິດປຸຍຊີວະພາບ ເຊິ່ງຜ່ານການຕິດຕາມກວດກາຄັ້ງນີ້ ໂຄງການດັ່ງກ່າວມີຄວາມຄືບໜ້າຢ່າງໜ້າເພິ່ງພໍໃຈ ແລະ ຈະສາມາດດໍາເນີນການຜະລິດໃນໄວໆນີ້ ໃນນີ້ ນວ ໄດ້ມອບໃຫ້ບໍລິສັດຂຸດຄົ້ນຂີ້ເຫຍື້ອທີ່ຝັງດິນຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ໃຫ້ສໍາເລັດພາຍໃນເວລາ 10 ປີ.

                    # ຂ່າວ & ພາບ : ສະບາໄພ

error: Content is protected !!