ເປີດສາກແລ້ວ ເບສບອນ ຊີງຂັນເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 1

    ເປີດສາກຂຶ້ນຢ່າງເປັນທາງການແລ້ວ ການແຂ່ງຂັນກີລາເບສບອນ ລີກ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ຄັ້ງທີ 1 ປະຈຳປີ 2021 ໃນວັນທີ 9 ມັງກອນ 2021 ຢູ່ສະໜາມກີລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ອິມ ມູ ຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ ແລະ ທ່ານ ຄໍາຜາຍ ສີສະຫວັນ ປະທານສະຫະພັນກີລາເບສບອນແຫ່ງຊາດລາວ ພ້ອມດ້ວຍແຂກຖືກເຊີນ ຄູເຝິກ ແລະ ນັກກີລາ ເບສບອນ 100 ກວ່າຄົນເຂົ້າຮ່ວມ.

    ໂອກາດນີ້, ທ່ານ ຄໍາຜາຍ ສີສະຫວັນ ກ່າວວ່າ: ກີລາເບສບອນ ເປັນກີລາທີ່ໄດ້ຮັບຄວາມນິຍົມໃນຫຼາຍປະເທດທົ່ວໂລກ ແລະ ກໍາລັງໄດ້ຮັບຄວາມນິຍົມ ແລະ ໄດ້ຮັບການພັດທະນາຂຶ້ນຢູ່ ສປປ ລາວ ທີມເບສບອນທີມທໍາອິດຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ໂດຍຄູເຝິກ ທ່ານ JE Sung Uk ຄົນປະເທດ ສ ເກົາຫຼີ ຕົກມາຮອດປີ 2014 ທ່ານ Lee Man Soo ເຊິ່ງເຄີຍເປັນອະດີດນັກກີລາເບສບອນທີມຊາດ ສ ເກົາຫຼີ ໄດ້ເຂົ້າມາສົ່ງເສີມກີລາເບສບອນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ພ້ອມທັງໄດ້ຈັດໃຫ້ມີການແຂ່ງຂັນກີລາເບສບອນມິດຕະພາບລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຂຶ້ນຫຼາຍຄັ້ງ ຕົກມາຮອດປີ 2017 ໄດ້ມີການສ້າງຕັ້ງສະຫະພັນກີລາເບສບອນແຫ່ງຊາດລາວຂຶ້ນຢ່າງເປັນທາງການ ແລະ ໄດ້ເຄື່ອນໄຫວຈັດການເຝິກຊ້ອມ ແລະ ສົ່ງນັກກີລາເບສບອນລາວ ເຂົ້າຮ່ວມການແຂ່ງຂັນຢູ່ຫຼາຍໆງານ ທັງພາຍໃນ ແລະ ຕ່າງປະເທດ ໃນປີ 2019 ສປປ ລາວ ໄດ້ເຂົ້າເປັນສະມາຊິກສະຫະພັນເບສບອນໂລກ (WBSC) ແລະ ສະຫະພັນເບສບອນອາຊີ (BFA) ຢ່າງເປັນທາງການ ແລະ ໄດ້ມີການແລກປ່ຽນ ແລະ ພັດທະນາກີລາເບສບອນລາວໃຫ້ທຽບເທົ່າລະດັບພາກພື້ນ ແລະ ສາກົນຕະຫຼອດມາ.

     ການແຂ່ງຂັນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຄົບຮອບ 25 ປີ ທັງເປັນການທົດສອບຄວາມສາມາດຂອງນັກກີລາເບສບອນລາວ ທີ່ຜ່ານການເຝິກຝົນຕະຫຼອດໄລຍະຜ່ານມາ ແລະ ເປັນການຍົກລະດັບຂີດຄວາມສາມາດຂອງນັກກີລາເບສບອນລາວໃຫ້ກ້າວສູ່ລະດັບສາກົນ ລາຍການດັ່ງກ່າວ ປະກອບມີ ທີມນັກກີລາເບສບອນຈາກ 3 ສະໂມສອນເຂົ້າຮ່ວມ ທັງປະເພດຊາຍ ແລະ ຍິງ ກໍຄືທີມຈາກໂຮງຮຽນມັດທະຍົມສຶກສາວຽງຈັນ ສະໂມສອນ J-Brothers ແລະ ສະໂມສອນ Miracle ມະຫາວິທະຍາໄລແຫ່ງຊາດ ການແຂ່ງຂັນໄດ້ຈັດຂຶ້ນວັນທີ 9 ມັງກອນ ຫາ 27 ກຸມພາ 2021 ໂດຍແຂ່ງຂັນທຸກໆວັນເສົາ ແລະ ອາທິດ ທີ່ສະໜາມກີລາເບສບອນແຫ່ງຊາດ ເຊິ່ງການແຂ່ງຂັນໄດ້ຮັບສະໜັບສະໜູນຈາກ DGB Financing Group.

                   # ຂ່າວ & ພາບ : ໄຊບັນດິດ

error: Content is protected !!