ແນວລາວສ້າງຊາດເມືອງໄຊເສດຖາ ສະຫຼຸບຜົນງານໃນປີຜ່ານມາ

    ແນວລາວສ້າງຊາດເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບວຽກງານ ການເຄື່ອນໄຫວໃນປີ 2020 ຜ່ານມາ ແລະ ວາງທິດທາງແຜນການໃນປີ 2021 ພ້ອມຮັບຟັງການເຜີຍແຜ່ມະຕິ ເລກທີ 108/ກມສພ ວ່າດ້ວຍວຽກງານມະຫາຊົນຂອງພັກໄລຍະໃໝ່ ໂດຍມີທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໄຊເສດຖາ ທ່ານ ແສງພອນ ສຸວັນນີ ຮອງປະທານແນວລາວສ້າງຊາດ ນວ ທ່ານປະທານແນວລາວ ສ້າງຊາດເມືອງ ຫົວໜ້າຫ້ອງການ ອົງການຈັດຕັ້ງມະຫາຊົນ ອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ແສງ ພັນມະນີ ປະທານແນວລາວສ້າງຊາດເມືອງໄຊເສດຖາ ໄດ້ຂຶ້ນຜົນງານໃນປີຜ່ານມາ ຍົກໃຫ້ເຫັນ ຜົນງານການຈັດຕັ້ງສຶກສາອົບຮົມວຽກງານແນວຄິດການເມືອງ ເຕົ້າໂຮມຄວາມສາມັກຄີພາຍໃນ ສຸມໃສ່ ປະຕີບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃນວຽກງານຈັດຕັ້ງສັງຄົມ ຊົນເຜົ່າ ແລະ ສາສະໜາ ເພື່ອໃຫ້ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ວຽກງານຈຸດສຸມໃນປີ 2021 ຈະຕ້ອງເພີ່ມທະວີເຕົ້າໂຮມຄວາມ ສາມັກຄີປອງດອງທຸກຊັ້ນຄົນ ເອົາໃຈໃສ່ອົບຮົມບັນດາຊັ້ນຄົນທຸກເຜົ່າ ເພດໄວ ທຸກສາສະໜາ ພ້ອມຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ແນວລາວສ້າງຊາດ ນວ ອົງຄະນະພັກເມືອງ ແນວລາວສ້າງຊາດເມືອງ ລົງສູ່ຮາກຖານໃຫ້ ທົ່ວເຖິງ ແລະ ມອບຫຼຽນກາລະນຶກ 70 ປີ ຈຳນວນ 85 ທ່ານ ແລະ ໃບຍ້ອງຍໍຈາກສູນກາງແນວລາວສ້າງຊາດ ຈຳນວນ 56  ທ່ານ ທີ່ມີຜົນງານການປະກອບສ່ວນໃນວຽກງານຂະບວນການຂອງແນວລາວສ້າງຊາດ ກໍຄືການ ສ້າງສາພັດທະນາປະເທດ.

                # ຂ່າວ & ພາບ : ບຸນມີ

error: Content is protected !!