ໄຟຟ້າລາວ ເປີດການໃຊ້ບໍລິການສາຍດ່ວນ 1199 ແລະ EDL mobile Application EDL

    ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ຈັດພິທີເປີດນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ (CALL Center 1199) ແລະ EDL mobile Application  ໂດຍການເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຟຟລ) ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານຮອງລັດຖະມົນຕີ ​ແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.​

    ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 (CALL Center 1199) ເປັນໂຄງການຮ່ວມມືກັນລະຫວ່າງລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຊິສເມຕິກ ໄອທີ ໂຊລູຊັນ ຈໍາກັດ ເພື່ອພັດທະນາ ແລະ ປັບປຸງລະບົບ CALL Center  ແລະ  EDL mobile Application ຂອງ ຟຟລ ໃຫ້ທຽບເທົ່າກັບລະບົບທີ່ທັນສະໄໝ ໃຫ້ທຽບເທົ່າກັບສາກົນ ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ມີສູນກາງຕັ້ງຢູ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ (ຊັ້ນ10) ເພື່ອພັດທະນາລະບົບສາຍດ່ວນທີ່ມີຢູ່ໃນປັດຈຸບັນ ຈາກ 10 ຄູ່ສາຍທີ່ມີຢູ່ ມາເປັນ 30 ຄູ່ສາຍ ເພື່ອຮອງຮັບການແຈ້ງເຫດກ່ຽວກັບໄຟຟ້າຕະຫຼອດ 24 ຊົ່ວໂມງ ແລະ ການບໍລິການອື່ນໆ.

    ທ່ານ ວິຈິດ ຊິນດາວົງ ປະທານສະພາບໍລິຫານ ບໍ​ລິ​ສັດ ຊິ​ສ​ເມ​ຕິກ ໄອ​ທີ ໂຊ​ລູ​ຊັ່ນ ຈຳ​ກັດ ຜູ້ຮ່ວມພັດທະນາ ໄດ້ກ່າວວ່າ: ບໍລິສັດ ຊິສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ ເປັນບໍລິສັດໜຶ່ງຢູ່ພາຍໃຕ້ກຸ່ມບໍລິສັດ ເອໄອເອັຟ ໄດ້ດໍາເນີນທຸລະກິດໃນຂົງເຂດການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ມີຈຸດປະສົງເພື່ອສະໜອງການບໍລິການ ພັດທະນາລະບົບໄອທີຮອບດ້ານ ລະບົບພື້ນຖານໂຄງລ່າງໄອທີ ລວມໄປເຖິງລະບົບຊໍາລະສະສາງອອນລາຍ (Payment gateway).

                     # ຂ່າວ & ພາບ : ບຸນມີ

error: Content is protected !!