ມອບລາງວັນໃຫ້ຜູ້ຊະນະແຂ່ງຂັນຂຽນບົດຄວາມ ເລື່ອງສັ້ນ ແລະ ບົດກະວີ

    ພິທີມອບລາງວັນການແຂ່ງຂັນບົດຄວາມ ເລື່ອງສັ້ນ ແລະ ກະວີຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ພາຍໃຕ້ຫົວຂໍ້ ແມ່ຍິງລາວສັນລະເສີນບຸນຄຸນພັກ ແລະ ນຳສະເໜີປຶ້ມບຸກວິກິດໂຄວິດ-19 ກ້າວສູ່ແບບແຜນດຳລົງຊີວິດແບບໃໝ່ ຈັດຂຶ້ນວັນທີ 11 ມັງກອນ 2021 ທີ່ສູນກາງສະຫະພັນແມ່ຍິງລາວ ມີພະເຖລານຸເຖລະ ທ່ານນາງ ບົວຈັນ ສີຫານາດ ຮອງປະທານສູນກາງສະຫະພັນແມ່ຍິງລາວ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ກົມຂ່າວສານແມ່ຍິງລາວ ສຳນັກພິມລາວດວງເດືອນ ແລະ ບັນດານັກຂຽນເຂົ້າຮ່ວມ.

    ທ່ານ ສາຍສະໝອນ ບຸດດາລາ ຫົວໜ້າກົມຂ່າວສານສະຫະພັນແມ່ຍິງລາວ ກ່າວວ່າ: ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສຳນັກພິມລາວດວງເດືອນ ແລະ ສະມາຄົມນັກປະພັນລາວ ຈັດຕັ້ງໂຄງການແຂ່ງຂັນຂຽນບົດຄວາມ ເລື່ອງສັ້ນ ກາບກອນ ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໃນນີ້ ມີຜູ້ສົ່ງເຂົ້າແຂ່ງຂັນຈາກຂະແໜງການຕ່າງໆທົ່ວປະເທດ ມີບົດຄວາມທີ່ສົ່ງມາແຂ່ງຂັນ 17 ບົດ ເລື່ອງສັ້ນ 16 ບົດ ແລະ ກາບກອນ 37 ບົດ ແລະ ບົດປະກອບຈາກນັກຂຽນກິດຕິມະສັກ ນັກຂຽນມືອາຊີບ 10 ບົດ ລວມທັງໝົດ 80 ບົດ ຄະນະກໍາມະການກວດບົດ ປະກອບມີ 6 ທ່ານ.

    ຜ່ານຈາກການສັງລວມຄະແນນ ສາມາດຄັດເລືອກບົດຄວາມ ເລື່ອງສັ້ນ ແລະ ກາບກອນທີ່ໄດ້ຮັບລາງວັນຄືລາງວັນທີ 1 ປະເພດບົດຄວາມ ຫົວຂໍ້: “ບົດບາດແມ່ຍິງໃນສັງຄົມລາວ” ໂດຍທ່ານ ຊາຍສະໝຸດ ຈໍາປາອຸທຸມ ລາງວັນທີ 2 ຫົວຂໍ້ “ຄຽງບ່າຄຽງໄຫຼ່ກັບເພດຊາຍ ປະຕິບັດໜ້າທີ່ອັນສົມກຽດຂອງຊາດ” ໂດຍຮ້ອຍເອກ ໂຊເລ່ ບຸນເຮືອງ ຈາກກອງບັນຊາການທະຫານແຂວງຈໍາປາສັກ ລາງວັນທີ 3 ຫົວຂໍ້ວ່າ “ສົມແລ້ວທີ່ໄດ້ຮັບໃບຢັ້ງຢືນເປັນໜ່ວຍ 3 ດີ” ໂດຍຮ້ອຍໂທ ນາງ ຍ້ອມເພັດ ວິໄລວັນ ລາງວັນຊົມເຊີຍ ມີ 3 ລາງວັນ ເລື່ອງສັ້ນລາງວັນ 1 ຫົວຂໍ້ວ່າ: “ຂວັນແພງ ” ໂດຍທ່ານນາງ ທິບພະເກສອນ ດວງຈັກ ລາງວັນທີ 2 ຫົວຂໍ້ “ຕື່ນເຖີດ” ໂດຍ ຈັນ ໄຊຍະວົງຈາກແຂວງຫຼວງນ້ຳທາ ລາງວັນທີ 3 ຫົວຂໍ້ວ່າ “ນາງແພດອາສາສະໝັກ” ໂດຍ ອາໂນລາດ ພິມໂວຫານ ລາງວັນຊົມເຊີຍ 3 ລາງວັນ ກາບກອນລາງວັນ 1 ຫົວຂໍ້ວ່າ “ແນວທາງແມ່ສ່ອງແສງ” ໂດຍທ່ານ ສົມພອນ ສີສຸວັນນະ ລາງວັນທີ 2 ຫົວຂໍ້ວ່າ “ແມ່ຍິງລາວກ້າວໄກ ພາຍໃຕ້ການນຳພາຂອງພັກ” ໂດຍນາມປາກກາ ດອກຄຳ ລາງວັນທີ 3 ມີຫົວຂໍ້ວ່າ “ແມ່ຍິງ 3 ດີ” ໂດຍທ່ານ ຄຳບຸນມີ ສອນວິໄລ ລາງວັນຊົມເຊີຍ ມີ 3 ລາງວັນ ນອກຈາກນີ້  ໃນພິທີ ກໍໄດ້ມອບປຶ້ມ ບຸກທະລຸວິກິດໂຄວິດ-19 ກ້າວສູ່ແບບແຜນດຳລົງຊີວິດແບບໃໝ່ ໃຫ້ບັນດາຜູ້ເຂົ້່າຮ່ວມອີກດ້ວຍ.

                     # ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!