ວັນທີ 11 ມັງກອນ 2021 ກຸ່ມບໍລິສັດພົງສະຫວັນ ແລະ ບໍລິສັດປີໂຕຣລຽມ ເທຣດດິງລາວ ມະຫາຊົນ ໄດ້ມອບເງິນ 1 ຕື້ກີບໃຫ້ລັດຖະບານ ເພື່ອອຸປະຖຳກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ຈະຈັດຂຶ້ນວັນທີ 13-15ມັງກອນ 2021 ຢູ່ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ຈັນທອນ ສິດທິໄຊ ປະທານສະພາບໍລິຫານບໍລິສັດປີໂຕຣລຽມ ເທຣດດີງລາວ ມະຫາຊົນ ແລະ ກ່າວຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
