ຮ່ວມພະລັງມານະຈິດ ເພື່ອຕ້ານໂຄວິດ

ພົບ​ກັນ​ຕາມ​ເຄີຍ​ກັບ “ເບິ່ງ​ບ້ານ​ເຂົາ​ເອົາ​ບົດ­ຮຽນ” ຄໍ​ລຳ​ທີ່​ສັນ​ຫາ​ມາ​ເລົ່າ​ກ່ຽວ​ກັບ​ມາດ​ຕະ­ການ​ທາງ​ດ້ານ​ກົດ­ໝາຍ ລະ­ບຽບ​ການ ກໍ​ຄື ນະ­ໂຍ­ບາຍ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ​ໃນ​ຕ່າງ­ປະ­ເທດ ເຊິ່ງ​ມີ​ທັງ​ທີ່​ເປັນ​ບົດ­ຮຽນ​ທີ່​ດີ ແລະ ບົດ­ຮຽນ​ທີ່​ພວກ​ເຮົາ​ຄວນ​ລະ­ວັງ​ບໍ່​ໃຫ້​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ລາວ​ພວກ​ເຮົາ.

ສຳ­ລັບ​ວັນ​ນີ້​ຂໍ​ສະ­ເໜີ​ກ່ຽວ​ກັບ​ມາດ​ຕະ­ການ ກໍ​ຄື ນະ­ໂຍ­ບາຍ​ທີ່​ປະ­ຕິ­ບັດ​ກັນ​ຢູ່​ປະ­ເທດ​ແອດ​ສະ​ປາຍ (ສະ​ເປນ) ອິ​ຕາ​ລີ ແລະ ມຽນ​ມາ ທີ່​ພົວ­ພັນ​ກັບ​ພະ­ຍາດ​ໂຄ​ວິດ-19.

ທີ່ ແອດ​ສະ​ປາຍ: ໃນ​ທ້າຍ​ເດືອນ​ກັນ­ຍາ 2020 ລັດ­ຖະ­ບານ​ສະ­ຫະ­ພາບ​ແຮງ​ງານ ແລະ ບັນ­ດາ​ຜູ້­ນຳ​ຂອງ​ພາກ​ທຸ­ລະ​ກິດ ແອດ​ສະ​ປາຍ ໄດ້​ຮ່ວມ​ກັນ​ຮ່າງ​ກົດ­ໝາຍ​ບັງ­ຄັບ​ໃຫ້​ບັນ­ດາ​ນາຍ​ຈ້າງ ຕ້ອງ​ຈ່າຍ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ສຳ­ລັບ​ລູກ­ຈ້າງ​ທີ່​ເຮັດ​ວຽກ​ຢູ່​ເຮືອນ​ຂອງ​ຕົນ ເນື່ອງ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ກົດ­ໝາຍ​ສະ­ບັບ​ດັ່ງ­ກ່າວ ແມ່ນ​ບ່ອນ​ອີງ​ທີ່​ເປັນ​ພື້ນ­ຖານ​ສຳ­ຄັນ ໃນ​ການ​ປົກ​ປ້ອງ​ສິດ​ຂອງ​ແຮງ​ງານ​ທີ່​ເລືອກ​ເຮັດ​ວຽກ​ຢູ່​ເຮືອນ.

ກົດ­ໝາຍ​ໄດ້​ກຳ­ນົດ​ລະ­ອຽດ​ວ່າ ນາຍ​ຈ້າງ​ຈະ​ຕ້ອງ​ຮັບ­ຜິດ­ຊອບ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ທີ່​ພົວ­ພັນ​ກັບ​ການ​ເຮັດ​ວຽກ​ຢູ່​ເຮືອນ​ຂອງ​ລູກ­ຈ້າງ ເຊັ່ນ: ຄ່າ​ຄອມ​ພິວ​ເຕີ ເຄື່ອງ­ມື-ອຸ­ປະ­ກອນ​ທີ່​ຈຳ­ເປັນ​ໃນ​ການ​ເຮັດ​ວຽກ ນອກ­ຈາກ​ນັ້ນ ລູກ­ຈ້າງ​ຍັງ​ມີ​ສິດ​ກຳ­ນົດ​ເວ­ລາ​ທີ່​ສະ­ດວກ​ສຳ­ລັບ​ການ​ເຮັດ​ວຽກ​ຂອງ​ຕົນ ແນວ­ໃດ​ກໍ​ດີ ລູກ­ຈ້າງ​ທີ່​ມີ​ເງື່ອນ­ໄຂ​ເຮັດ​ວຽກ​ຢູ່​ເຮືອນ ຈະ​ຕ້ອງ​ແມ່ນ​ຜູ້​ທີ່​ໃຊ້​ເວ­ລາ​ເຮັດ​ວຽກ​ຢູ່​ເຮືອນ​ຢ່າງ​ໜ້ອຍ 30% ຂອງ​ເວ­ລາ​ເຮັດ​ວຽກ​ທັງ​ໝົດ ສ່ວນ​ນາຍ​ຈ້າງ​ນັ້ນ​ກໍ​ມີ​ສິດ​ຕິດ­ຕາມ ກວດ­ກາ​ການ​ເຮັດ​ວຽກ​ຂອງ​ລູກ­ຈ້າງ​ທາງ​ອອນ​ລາຍ ແຕ່​ຕ້ອງ​ເຄົາ­ລົບ​ໃນ​ສິດ​ຂອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ລູກ­ຈ້າງ ການ​ເຮັດ​ວຽກ​ຢູ່​ເຮືອນ​ນັ້ນ ຕ້ອງ​ມາ​ຈາກ​ການ​ຍິນ​ຍອມ​ພ້ອມ​ໃຈ​ກັນ​ຂອງ​ທັງ​ນາຍ​ຈ້າງ ແລະ ລູກ­ຈ້າງ ຂ່າວ​ບອກ​ວ່າ: ມາ​ຮອດ​ປັດ­ຈຸ­ບັນ ລູກ­ຈ້າງ​ໃນ​ປະ­ເທດ​ແອດ​ສະ​ປາຍ​ຫຼາຍ​ລ້ານ​ຄົນ ຍັງ​ສືບ­ຕໍ່​ເຮັດ​ວຽກ​ຢູ່​ເຮືອນ ເຖິງ​ແມ່ນ​ວ່າ​ທາງ​ລັດ­ຖະ­ບານ​ໄດ້​ຜ່ອນ­ຜັນ​ມາດ​ຕະ­ການ​ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19 ລົງ​ແລ້ວ​ກໍ​ຕາມ.

ທີ່ ອິ​ຕາ​ລີ: ໃນ​ຊຸມ​ເດືອນ​ເບື້ອງ​ຕົ້ນ​ຂອງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ນັ້ນ ປະ­ເທດ​ອິ​ຕາ​ລີ​ເປັນ​ໜຶ່ງ​ໃນ​ປະ­ເທດ​ທີ່​ປະ­ສົບ​ເຄາະ​ຮ້າຍ​ຢ່າງ​ໜັກ­ໜ່ວງ ຈາກ​ການ​ແຜ່​ລາມ​ຢ່າງ​ໄວ­ວາ​ຂອງ​ພະ­ຍາດ​ດັ່ງ­ກ່າວ ດັ່ງ­ນັ້ນ ມາດ​ຕະ­ການ​ບັງ­ຄັບ​ໃຫ້​ທຸກ​ຄົນ​ໃສ່​ຜ້າ​ອັດ​ປາກ ອັດ​ດັງ ຈຶ່ງ​ມີ​ລັກ­ສະ­ນະ​ເດັດ­ຂາດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ສະ­ພາບ​ລະ​ເຫຼີງ ຫຼື ຂາດ​ສະ­ຕິ.

ໃນ​ວັນ​ທີ 8 ຕຸ­ລາ​ປີ­ຜ່ານ­ມາ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ອິ​ຕາ​ລີ ໄດ້​ປະ­ກາດ​ກ່ຽວ​ກັບ​ມາດ​ຕະ­ການ​ນີ້​ຢ່າງ​ເຄັ່ງ­ຂຶມ​ວ່າ “ການ​ໃຊ້​ຜ້າ​ອັດ​ປາກ ອັດ​ດັງ ແມ່ນ​ສິ່ງ​ທີ່​ຕ້ອງ​ເຮັດ” ໂດຍ​ມີ​ບົດ​ລົງ­ໂທດ​ຕໍ່​ຜູ້​ລະ­ເມີດ​ດ້ວຍ​ການ​ປັບ​ໃໝ​ສູງ​ສຸດ​ເປັນ​ເງິນ 1 ພັນ​ເອີ​ໂຣ ຫຼື ປະ­ມານ 10 ລ້ານ​ກີບ ມາດ​ຕະ­ການ​ບັງ­ຄັບ​ໃຊ້​ຜ້າ​ອັດ​ປາກ ອັດ​ດັງ ແບບ​ເຄັ່ງ​ຄັດ​ດ້ວຍ​ການ​ປັບ​ໃໝ​ນີ້ ຈະ​ດຳ­ເນີນ​ໄປ​ຈົນ​ຮອດ​ວັນ​ທີ 31 ມັງ­ກອນ 2021 ພຸ້ນ.

ທີ່ ມຽນ​ມາ: ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຢູ່​ມຽນ​ມາ​ມີ​ທ່າ​ອ່ຽງ​ຮຸນ​ແຮງ​ຂຶ້ນ ສົມ​ທຽບ​ກັບ​ສະ­ພາບ​ການ​ແຜ່​ລະ­ບາດ​ຢູ່​ບັນ­ດາ​ປະ­ເທດ​ໃນ​ອາ​ຊຽນ ແນວ­ໃດ​ກໍ​ດີ ທາງ​ການ​ຂອງ​ປະ­ເທດ ກໍ​ເຄີຍ​ໄດ້​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຜ່ອນ­ຜັນ​ເປັນ​ພິ­ເສດ ໃນ​ການ​ຄຸ້ມ​ຄອງ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ ສະ­ເພາະ​ໃນ​ວັນ​ທີ 8 ເດືອນ​ພະ­ຈິກ ປີ 2020 ເຊິ່ງ​ເປັນ​ວັນ​ເລືອກ​ຕັ້ງ​ລະ­ດັບ​ຊາດ ທັງ​ນີ້ ກໍ​ເພື່ອ​ໃຫ້​ປະ­ຊາ­ຊົນ​ສາ­ມາດ​ຮ່ວມ​ກຸ່ມ​ກັນ​ໄດ້​ຫຼາຍ​ກວ່າ 30 ຄົນ ແລະ ສາ­ມາດ​ອອກ​ຈາກ​ເຮືອນ​ໄດ້​ສະ­ດວກ​ຂຶ້ນ ເພື່ອ​ໄປ​ໃຊ້​ສິດ​ລົງ​ຄະ­ແນນ​ສຽງ​ເລືອກ​ຕັ້ງ ສຳ­ລັບ​ຜູ້​ອາ­ຍຸ​ສູງ​ແຕ່ 60 ປີ​ຂຶ້ນ​ໄປ ເຊິ່ງ​ເປັນ​ໄວ​ທີ່​ສ່ຽງ​ສູງ​ຕໍ່​ການ​ຕິດ­ພະ­ຍາດ​ໂຄ​ວິດ-19 ນັ້ນ ໄດ້​ຮັບ​ສິດ​ພິ­ເສດ​ໃນ​ການ​ໄປ​ໃຊ້​ສິດ​ເລືອກ​ຕັ້ງ​ກ່ອນ​ໜ້າ ຄື​ໃນ​ວັນ​ທີ 29 ເດືອນ​ຕຸ­ລາ 2020.

error: Content is protected !!