ການນໍາພັກ-ລັດ ວາງພວງມາລາໃນໂອກາດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

    ວັນທີ 12 ມັງກອນ 2021 ຄະນະບໍລິຫານງານສູນກາງພັກ ນຳໂດຍສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ແລະ ຄະນະຜຸູ້ແທນສູນກາງ ແລະ ທ້ອງຖິ່ນ ນຳໂດຍສະຫາຍ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນປະທານ ໄກສອນ ພົມວິຫານ ເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ. 

    ການວາງພວງມາລາ ແລະ ກະຕ່າດອກໄມ້ຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີວິດ ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

                # ຂ່າວ & ພາບ : ໄຊບັນດິດ

error: Content is protected !!