ນາຊ່າ ສົ່ງຍານສຳຫຼວດລຳທີ 9 ຄົ້ນຫາຮ່ອງຮອຍສິ່ງມີຊີວິດເທິງດາວອັງຄານ

ອົງ­ການ​ອະ­ວະ­ກາດ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຫຼື ນາ​ຊ່າ (NASA) ສົ່ງ​ຍານ­ພາ­ຫະ­ນະ​ສຳ​ຫຼວດ​ພື້ນ​ຜິວ​ດາວ​ອັງ­ຄານ Perseverance ໄປ​ກັບ​ລູກ​ສອນ​ໄຟ Atlas 5 ທີ່​ພຸ່ງ​ທະ­ຍານ​ອອກ​ຈາກ​ແທ່ນ​ສົ່ງ​ລູກ​ສອນ​ໄຟ​ທີ່ Cape Canaveral ໃນ​ລັດ​ຟລໍ​ຣິ​ດາ ເມື່ອ​ມໍ່ໆມານີ້ ໃນ​ພາ­ລະ­ກິດ​ຫຼ້າ​ສຸດ ເພື່ອ​ຄົ້ນ​ຫາ​ຮ່ອງ­ຮອຍ​ຂອງ​ສິ່ງ​ທີ່​ມີ​ຊີ­ວິດ​ເທິງ​ດາວ​ອັງ­ຄານ ເຊິ່ງ​ໃຊ້​ງົບ­ປະ­ມານ ປະ­ມານ 2,4 ຕື້​ໂດ​ລາ.

ນາ​ຊ່າ ຄາດ​ວ່າ​ຍານ​ສຳ​ຫຼວດ​ຈະ​ເດີນ­ທາງ​ໄປ​ເຖິງ​ດາວ​ອັງ­ຄານ ໃນ​ເດືອນ​ກຸມ­ພາ​ປີ­ໜ້າ ໂດຍ​ຈະ​ສົ່ງ​ຍານ­ພາ­ຫະ­ນະ 6 ລໍ້​ຂະ­ໜາດ​ເທົ່າ​ລົດ​ໃຫຍ່ ຄວບ​ຄຸມ​ດ້ວຍ​ລະ­ບົບ​ອັດ­ຕະ­ໂນ­ມັດ ໄປ​ລົງ​ເທິງ​ພື້ນ​ຜິວ​ດາວ​ອັງ­ຄານ ເພື່ອ​ເລີ່ມ​ພາ­ລະ­ກິດ​ຄັ້ງ​ໃໝ່.

ໂດຍ​ໃນ​ຄັ້ງ​ນີ້ ຍານ­ພາ­ຫະ­ນະ Perseverance ຈະ​ຖືກ​ສົ່ງ​ລົງ​ໄປ​ຍັງ​ບໍ­ລິ­ເວນ​ປ່ອງ​ພູ­ເຂົາ​ໄຟ​ຄວາມ​ເລິກ 250 ແມັດ ທີ່​ເອີ້ນ​ວ່າ Jezero ເຊິ່ງ​ເຄີຍ​ເປັນ​ທະ­ເລ­ສາບ​ມາ​ກ່ອນ ເມື່ອ 3.500 ລ້ານ​ປີ​ທີ່​ຜ່ານ​ມາ ໂດຍ​ນັກ­ວິ­ທະ­ຍາ­ສາດ​ເຊື່ອ​ວ່າ ບໍ­ລິ­ສັດ​ດັ່ງ­ກ່າວ​ອາດ​ມີ​ຮ່ອງ­ຮອຍ​ທີ່​ສະ­ແດງ​ເຖິງ​ການ​ດຳ­ລົງ​ຢູ່ ຂອງ​ສິ່ງ​ມີ​ຊີ­ວິດ​ປະ­ເພດ​ຈຸ​ລິນ​ຊີ​ເທິງ​ດາວ​ອັງ­ຄານ ເມື່ອ​ຫຼາຍ​ລ້ານ​ປີ​ກ່ອນ.

ລົດ​ສຳ​ຫຼວດ Perseverance ຍັງ​ຈະ​ທົດ​ສອບ​ອຸ­ປະ­ກອນ​ຕ່າງໆ ສຳ­ລັບ​ການ​ສົ່ງ​ມະ­ນຸດ​ໄປ​ຍັງ​ດາວ​ອັງ­ຄານ​ໃນ​ອະ­ນາ­ຄົດ ລວມ​ທັງ​ຍັງ​ໄດ້​ຮັບ​ການ​ຕິດ​ຕັ້ງ​ເຮລິ​ຄອບ​ເຕີ​ຄວບ​ຄຸມ​ຕົນ​ເອງ​ຂະ­ໜາດ​ນ້ອຍ ທີ່​ມີ​ຊື່­ວ່າ Ingenuity ເພື່ອ​ໃຊ້​ຖ່າຍ​ພາບ​ມຸມ​ສູງ​ຂອງ​ພື້ນ​ຜິວ​ດາວ​ອັງ­ຄານ ສົ່ງ​ກັບ​ມາ​ຍັງ​ໂລກ​ໄດ້​ດ້ວຍ.

ການ​ເດີນ­ທາງ​ໄປ​ຍັງ​ດາວ​ອັງ­ຄານ​ຄັ້ງ​ນີ້ ຖື​ເປັນ​ຄັ້ງ​ທີ 9 ຂອງ​ນາ​ຊ່າ ໂດຍ​ເມື່ອ​ຕົ້ນ​ເດືອນ​ກໍ­ລະ­ກົດ​ທີ່​ຜ່ານ​ມາ ສະ­ຫະ­ລັດ​ອາ​ຫຼັບ ເອ​ມິ​ເຣດ ແລະ ຈີນ ກໍ​ໄດ້​ສົ່ງ​ຍານ​ສຳ​ຫຼວດ​ໄປ​ຍັງ​ດາວ​ອັງ­ຄານ​ເຊັ່ນ​ກັນ.

ອົງ­ການ​ນາ​ຊ່າ ເລີ່ມ​ສົ່ງ​ຍານ­ພາ­ຫະ­ນະ​ສຳ​ຫຼວດ​ພື້ນ​ຜິວ​ດາວ​ອັງ­ຄານ​ຄັນ​ທຳ​ອິດ ຄື Sojourner ໄປ​ດາວ​ອັງ­ຄານ​ເປັນ​ຜົນ­ສຳ­ເລັດ ເມື່ອ​ປີ 1997 ກ່ອນ​ທີ່​ຈະ​ສົ່ງ​ຍານ­ພາ­ຫະ­ນະ​ລັກ­ສະ­ນະ​ຄ້າຍ­ຄື​ກັນ​ໄປ​ອີກ 5 ຄັນ ໄດ້­ແກ່ Spirit Opportunity Pathfinder Phoenix ແລະ InSight.

ສະ­ຫະ­ລັດ​ອາ​ເມ​ຣິ​ກາ ວາງ​ແຜນ​ໄວ້​ວ່າ​ຈະ​ສົ່ງ​ມະ­ນຸດ​ໄປ​ຍັງ​ດາວ​ອັງ­ຄານ​ໃນ​ອີກ ປະ­ມານ 10 ກວ່າ​ປີ​ຂ້າງ​ໜ້າ ໂດຍ​ຈະ​ເລີ່ມ​ຈາກ​ການ​ສົ່ງ​ມະ­ນຸດ​ຂຶ້ນ​ໄປ​ທົດ​ລອງ​ໃຊ້​ຊີ­ວິດ​ເທິງ​ດວງ​ຈັນ​ໃນ​ໄລ­ຍະ​ເວ­ລາ​ໜຶ່ງ ກ່ອນ​ທີ່​ຈະ​ກ້າວ​ໄປ​ເປັນ​ການ​ສົ່ງ​ມະ­ນຸດ​ໄປ​ຍັງ​ດາວ​ອັງ­ຄານ​ຕໍ່​ໄປ.

error: Content is protected !!