ອັນຕະລາຍຈາກພິດເຫຼົ້າຊຳເຮື້ອ

ໂຣກ “ພິດ​ເຫຼົ້າ​ຊຳ​ເຮື້ອ” ຫຼື​ທີ່​ເຮົາ​ຮູ້­ຈັກ​ກັນ​ໃນ ອີກ​ຊື່​ໜຶ່ງ​ວ່າ ໂຣກ “ຕັບ​ແຂງ” ເປັນ​ໂຣກ​ທີ່​ເກີດ ຈາກ​ການ​ດື່ມ​ເຫຼົ້າ​ເຂົ້າ​ໄປ​ໃນ​ປະ­ລິ­ມານ​ຫຼາຍ ເປັນ​ເວ­ລາ​ດົນ​ນານ​ຕິດ­ຕໍ່​ກັນ ຈົນ​ເຮັດ​ໃຫ້​ລະ­ບົບ​ການ​ເຮັດ​ວຽກ​ຕັບ​ເສຍ​ຫາຍ ບໍ່​ສາ­ມາດ​ຂັບ​ທຳ ລາຍ​ສານ­ພິດ​ຕາມ​ໜ້າ­ທີ່ ສົ່ງ​ຜົນ​ໃຫ້​ສານ­ພິດ​ສະ ສົມ​ຕົກ​ຄ້າງ​ຢູ່​ໃນ​ຮ່າງ­ກາຍ ຈົນ​ກໍ່​ເກີດ​ເປັນ​ໂຣກ ຮ້າຍ​ຂ້າ​ຊີ­ວິດ.

ໂຣກ​ຕັບ​ອ່ອນ​ອັກ­ເສບ ໂຣກ​ມະ​ເຮັງ ໂຣກ​ລະ­ບົບ​ຫົວ­ໃຈ ແລະ ຫຼອດ​ເລືອດ ດ້ວຍ​ໂຣກ​ໃດ​ໂຣກ​ໜຶ່ງ​ຫຼື​ທັງ​ໝົດ ທີ່​ສຳ­ຄັນ​ກ່ອນ​ໂຣກ​ຮ້າຍ​ຕ່າງໆ ຂອງ​ພິດ​ເຫຼົ້າ​ຊຳ​ເຮື້ອ ຈະ​ເຮັດ​ໜ້າ­ທີ່​ສະ­ແດງ​ອາ ການ​ຜົນ​ຂອງ​ເຫຼົ້າ​ຍັງ​ສາ­ມາດ​ທຳ­ລາຍ​ລະ­ບົບ​ປະ­ສາດ​ຕ່າງໆ​ໃຫ້​ເສື່ອມ​ສະ­ພາບ ໂດຍ​ສະ­ເພາະ ກົດ​ການ​ເຮັດ​ວຽກ​ຂອງ​ສະ­ໝອງ ກ້ານ​ສະ­ໝອງ (Brain stem) ແລະ ສູນ​ຄວບ​ຄຸມ​ການ​ເຕັ້ນ ຂອງ​ຫົວ­ໃຈ (Reticular formation) ສົ່ງ​ຜົນ​ໃຫ້ ສະ­ໝອງ​ເປັນ​ພິດ ແລະ ເສຍ​ຊີ­ວິດ​ທັນ­ທີ.

ສັນ­ຍານ​ອາ­ການ​ທີ່​ບົ່ງ​ຊີ້ ໄດ້­ແກ່:

1. ອາ­ການ​ມື​ສັ່ນ ຄວາມ​ຈຳ​ເສື່ອມ​ລົງ.

2. ເລີ່ມ​ຮູ້­ສຶກ​ຕົວ​ຊ້າ ສະ­ຕິ​ສຳ​ປະ­ຊັນ​ຍະ​ຕ່ຳ​ລົງ.

3. ຫາກ​ບໍ່​ໄດ້​ດື່ມ​ເຫຼົ້າ​ຕາມ​ປົກ­ກະ­ຕິ​ເຊັ່ນ​ເດີມ ຈະ​ມີ​ອາ­ການ​ທີ່​ເອີ້ນ​ວ່າ “ລົງ­ແດງ” (ຫງຸດ​ຫງິດ ຮູ້­ສຶກ​ຕົວ​ສັ່ນ​ວິ­ຕົກ​ກັງ­ວົນ ໂມ­ໂຫ​ງ່າຍ ອາ­ລົມ​ປັ່ນ​ປ່ວນ ຊຶມ​ເສົ້າ ອ່ອນ­ເພຍ ຄິດ​ອັນ​ໃດ​ບໍ່​ອອກ ໃຈ​ສັ່ນ ປວດ​ຫົວ​ຕຸບໆ ເຫື່ອ​ອອກ​ໜ້າ ແລະ ມື ປຸ້ນ­ທ້ອງ​ປວດ­ຮາກ ເບື່ອ​ອາ­ຫານ ນອນ​ບໍ່​ຫຼັບ ມື​ສັ່ນ​ໃຈ​ເຕັ້ນ​ໄວ ຊຶ່ງ​ຫາກ​ເປັນ​ຫຼາຍໆ ຈະ​ມີ​ລັກ­ສະ­ນະ ຄຸ້ມ​ຄັ່ງ ອາ­ການ​ບໍ່​ຕ່າງ​ຈາກ​ຜູ້​ປ່ວຍ “ໂຣກ​ຈິດ ຕະ​ເວດ” ທຸກ​ປະ­ການ) ກ່ອນ​ທີ່​ຈະ​ເກີດ​ອາ­ການ “ເພີ້້​ຄັງ​ເຫຼົ້າ” ແລະ ເສຍ​ຊີ­ວິດ​ໄດ້ ຖ້າ​ບໍ່​ໄດ້​ຮັບ ການ​ປິ່ນ­ປົວ​ທ່ວງ​ທັນ​ຫຼັງ​ຈາກ​ຢຸດ​ເຫຼົ້າ 12-72 ຊົ່ວ­ໂມງ.

ຂັ້ນ​ເລີ່ມ​ຕົ້ນ​ການ​ຕິດ​ເຫຼົ້າ​ຊຳ​ເຮື້ອ:

ດື່ມ​ເຫຼົ້າ​ໂດຍ​ບໍ່​ຈຳ­ກັດ ດື່ມ​ໄດ້​ຕະ­ຫຼອດ​ເວ­ລາ ຕັ້ງ­ແຕ່​ເຊົ້າ​ຫຼັງ​ຕື່ນ​ນອນ ແລະ ລະ­ຫວ່າງ​ວັນ ຈົນ​ເຖິງ​ເຂົ້າ​ນອນ​ເຖິງ​ຢຸດ​ດື່ມ ປະ­ຕິ­ເສດ​ວ່າ​ບໍ່​ຕິດ​ເຫຼົ້າ ແຕ່​ວ່າ​ຜູ້​ປ່ວຍ​ມັກ​ຈະ​ມີ​ອາ­ການ​ເມົາ​ຄ້າງ​ຕະ­ຫຼອດ​ເວ­ລາ ແລະ ຫຼັງ​ຈາກ​ດື່ມ​ຕິດ­ຕໍ່​ກັນ​ເປັນ​ໄລ­ຍະ​ເວ­ລາ​ໜຶ່ງ ຜູ້​ປ່ວຍ​ຈະ​ເລີ່ມ​ດື້​ຕໍ່​ເຫຼົ້າ ດື່ມ​ເທົ່າ​ເດີມ​ແຕ່​ເມົາ​ບໍ່​ເໝືອນ​ເດີມ ເຮັດ​ໃຫ້​ຕ້ອງ​ເພີ່ມ​ປະ­ລິ­ມານ ຂອງ​ເຫຼົ້າ.

ວ. ດາ­ລາ​ວົງ – ນຳ​ສະ­ເໜີ

error: Content is protected !!