COVID-19 ສົ່ງຜົນກະທົບຕໍ່ຜູ້ປະກອບການຂາຍຍ່ອຍ

    ຜົນກະທົບຂອງການແຜ່ລະບາດພະຍາດ COVID-19 ໄດ້ສົ່ງຜົນກະທົບເຖິງທຸກພາກສ່ວນວຽກງານແຕ່ລະຂະແໜງການ ລວມເຖິງຜູ້ປະກອບການທຸລະກິດຂະໜ້ອຍ ຂະໜາດກາງ ແລະ ຊາວຄ້າຂາຍທົ່ວໄປ.

    ຮ້ານເຄື່ອງຍ່ອຍ ທ່ານ ພອນໄຊ ໄຊຍະລາດ ຂາຍເຄື່ອງຍ່ອຍຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ເຊິ່ງທ່ານນາງ ຫຼ້າ ໄຊຍະລາດ ເຈົ້າຂອງຮ້ານ ກ່າວວ່າ: ຈາກຜົນກະທົບຄັ້ງນີ້ ເຮັດໃຫ້ລູກຄ້າຫາຍໄປເກືອບ 80%. ຕາມປົກກະຕິແລ້ວ ຮ້ານຂອງພວກເຮົາເປັນຮ້ານຂາຍເຄື່ອງອຸພະໂພກ ແລະ ບໍລິໂພກສິນຄ້າທີ່ຈຳເປັນໃນຊີວິດປະຈຳວັນ ລວມທັງຜັກພືດ ໝາກໄມ້ຕາມລະດູການ ເຊິ່ງພາຍຫຼັງມີຄຳສັ່ງຂອງຂັ້ນເທິງ ໂດຍສະເພາະການຫ້າມການເຄື່ອນໄຫວ ສັ່ງໂຈະການຮຽນ-ການສອນ ແລະ ຢຸດເຊົາຊົ່ວຄາວ ໃນການປະຕິບັດໜ້າທີ່ຂອງພະນັກງານທັງພາກລັດ ແລະ ເອກະຊົນ ລວມທັງການກັກກັນພົນລະເມືອງໃຫ້ຢູ່ພາຍໃນເຮືອນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດ COVID-19 ເຮັດໃຫ້ການຄ້າຂາຍພາຍໃນຮ້ານພວກເຮົາກໍ່ງຽບເຫງົາທັນທີ ເນື່ອງຈາກເປັນຮ້ານແຄມທາງ ມີສະຖາບັນການສຶກສາ ລວມທັງສຳນັກງານອົງການຕັ້ງຢູ່ໃກ້ເປັນຈຳນວນຫຼາຍ ກໍເລີຍພົບບັນຫາຢ່າງຫຼີກລ່ຽງບໍ່ໄດ້ ແຕ່ເຖິງຢ່າງໃດກໍດີ ເພື່ອຕອບສະໜອງໃຫ້ກັບພໍ່ແມ່ປະຊາຊົນ ຮ້ານຂອງພວກເຮົາກໍຕ້ອງເປີດບໍລິການ ເຊິ່ງສ່ວນໃຫຍ່ລູກຄ້າກໍຈະເປັນລູກຄ້າປະຈຳ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເປັນສ່ວນໃຫຍ່.

    ສະເພາະການຄ້າຂາຍ ພວກເຮົາກໍປະຕິບັດຕາມຄຳສັ່ງແນະນຳຂອງຂັ້ນເທິງ ໃຊ້ຜ້າປິດປາກ ຫຼີກລ່ຽງການສຳຜັດ ເວັ້ນໄລຍະຫ່າງ ທີ່ສຳຄັນແມ່ນໃຊ້ເຄື່ອງກັ້ນ ບໍ່ໃຫ້ລູກຄ້າເຂົ້າພາຍໃນຮ້ານ ຢາກໄດ້ຫຍັງ ທາງພວກເຮົາຈະເປັນຜູ້ບໍລິການຢິບໃຫ້ ເຖິງຢ່າງໃດກໍດີ ຂອບໃຈນຳລູກຄ້າທຸກທ່ານທີ່ໃຫ້ການອຸດໜູນຕະຫຼອດມາ ແລະ ພ້ອມກັນເອົາໃຈໃສ່ປະຕິບັດຕາມຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອພ້ອມກັນຜ່ານວິກິດການຄັ້ງນີ້ໄປດ້ວຍກັນ.

error: Content is protected !!