ສີໂຄດຕະບອງ ຕັ້ງຈຸດກວດກາເຂົ້າ-ອອກເມືອງ 7 ຈຸດ ຫຼຸດຜ່ອນການແຜ່ລາມ COVID-19

    ເພື່ອ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 06/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ມາດ​ຕະ­ການ​ສະ­ກັດ​ກັ້ນ ການ​ລະ­ບາດ ຄວບ​ຄຸມ ແລະ ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ເພື່ອ​ຕ້ານ​ພະ­ຍາດ COVID-19 ທາງ​ອຳ­ນາດ​ການ​ປົກ­ຄອງ​ເມືອງ​ສີ​ໂຄດ​ຕະ­ບອງ ຈຶ່ງ​ໄດ້​ແຕ່ງ​ຄະ­ນະ​ຮັບ­ຜິດ­ຊອບ​ສະ­ກັດ​ກັ້ນ ແລະ ປ້ອງ​ກັນ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ COVID-19 ຂັ້ນ​ເມືອງ ລວມ​ທັງ​ໝົດ 7 ທ່ານ ເພື່ອ​ຊີ້​ນຳ​ວຽກ​ງານ​ດັ່ງ­ກ່າວ​ນີ້.

    ທ່ານ ບຸນ​ເຖິງ ວັນ­ນາ​ມະ­ຫາ​ໄຊ ປະ­ທານ​ກຳ­ມະ­ບານ​ເມືອງ​ສີ​ໂຄດ​ຕະ­ບອງ ຄະ­ນະ​ກຳ­ມະ­ການ​ສະ­ເພາະ​ກິດ ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ COVID-19 ກຸ່ມ​ບ້ານ​ສີ​ໄຄ ເມືອງ​ສີ​ໂຄດ​ຕະ­ບອງ ໃຫ້​ສຳ­ພາດ​ໃນ​ວັນ​ທີ 04 ເມ­ສາ 2020 ວ່າ: ພາຍ­ຫຼັງ​ທີ່​ມີ​ຄຳ​ສັ່ງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເລກ​ທີ 06/ນຍ ອອກ​ມາ ອຳ­ນາດ​ການ​ປົກ­ຄອງ​ເມືອງ​ສີ​ໂຄດ​ຕະ­ບອງ ກໍ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ວຽກ​ງານ​ນີ້​ຂຶ້ນ ເພື່ອ​ຈັດ​ຕັ້ງ​ໂຄ­ສະ­ນາ ເຜີຍ­ແຜ່​ການ​ແຜ່​ລະ­ບາດ ແລະ ຜົນ​ຮ້າຍ​ຂອງ​ພະ­ຍາດ COVID-19 ໃຫ້​ແກ່​ປະ­ຊາ­ຊົນ ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ລວມ​ທັງ​ຊາວ​ຕ່າງ­ປະ­ເທດ ທີ່​ເຄື່ອນ​ໄຫວ​ຢູ່​ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ຮັບ​ຮູ້ ເຂົ້າ­ໃຈ ແລະ ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ຕົນ​ເອງ.

    ພ້ອມ​ດຽວ​ກັນ​ນີ້ ຍັງ​ໄດ້​ຮ່ວມ​ກັບ​ກອງ­ຮ້ອຍ​ຕຳ­ຫຼວດ​ຈະ­ລາ­ຈອນ​ເມືອງ ສາ­ທາ­ລະ­ນະ​ສຸກ​ເມືອງ ອຳ­ນາດ​ການ​ປົກ­ຄອງ​ບ້ານ ປກສ ເມືອງ ແລະ ປກສ ກຸ່ມ ຕັ້ງ​ຈຸດ​ກວດ­ກາ​ການ​ເຂົ້າ-ອອກ​ເມືອງ​ສີ​ໂຄດ​ຕະ­ບອງ ຊົ່ວ­ຄາວ ທັງ​ໝົດ 7 ຈຸດ ເຊິ່ງ​ໄດ້​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ວັນ​ທີ 03 ເມ­ສາ 2020 ຄື: ຢູ່​ກຸ່ມ​ບ້ານ​ໃໝ່ ກຸ່ມ​ເກົ້າ​ລ້ຽວ ກຸ່ມ​ສີ​ໄຄ ກຸ່ມ​ໜອງ​ໜ້ຽວ ກຸ່ມ​ໜອງ​ບຶກ ກຸ່ມ​ໜອງ​ດ້ວງ ແລະ ກຸ່ມ​ສີ​ຖານ ເພື່ອ​ເຜີຍ­ແຜ່​ແນະ­ນຳ​ການ​ແຜ່​ລະ­ບາດ ແລະ ຜົນ​ຮ້າຍ​ຂອງ​ພະ­ຍາດ COVID-19 ໃຫ້​ບັນ­ດາ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ໄດ້​ຮັບ​ຮູ້ ແລະ ເຂົ້າ­ໃຈ​ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ພະ­ຍາດ​ດັ່ງ­ກ່າວ​ນີ້ ຖ້າ​ບໍ່​ມີ​ຄວາມ​ຈຳ­ເປັນ ແມ່ນ​ຫ້າມ​ອອກ​ຈາກ​ເຮືອນ​ເປັນ​ເດັດ­ຂາດ ຖ້າ​ຍັງ​ພົບ​ເຫັນ​ອີກ ຈະ​ມີ​ການ​ກ່າວ​ເຕືອນ ຫຼື ເຮັດ​ບົດ​ບັນ­ທຶກ ຖ້າ​ຍັງ​ດື້​ດ້ານ​ຝ່າ­ຝືນ ກໍ​ຈະ​ນຳ​ໂຕ​ໄປ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ ທັງ​ນີ້​ກໍ​ເພື່ອ​ເປັນ​ຫຼຸດ­ຜ່ອນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ COVID-19 ນີ້.

error: Content is protected !!