
ຖືເປັນຂ່າວດີທີ່ສຸດ 3 ວັນຕິດຕໍ່ກັນ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ພ້ອມຄະນະ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດຂອງພະຍາດ COVID-19 ໃນ ສປປ ລາວ ວັນທີ 4 ເມສາ 2020 ວ່າ: ໃນວັນທີ 3 ເມສາ 2020 ໄດ້ມີກໍລະນີສົງໄສ ແລະ ເກັບຕົວຢ່າງມາກວດ 53 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 39 ຄົນ ແຂວງບໍ່ແກ້ວ 6 ຄົນ ບໍລິຄຳໄຊ ແລະ ຄຳມ່ວນ ແຂວງລະ 3 ຄົນ ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ ແຂວງລະ 1 ຄົນ ທັງໝົດໄດ້ເກັບຕົວຢ່າງ ຜ່ານການກວດ ຜົນກວດອອກມາເປັນລົບ ຖືວ່າຍັງບໍ່ມີກໍລະນີໃໝ່.
ເລີ່ມແຕ່ເດືອນມັງກອນ ມາເຖິງວັນທີ 3 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 573 ຄົນ ກວດພົບເຊື້ອ 10 ຄົນ ປັດຈຸບັນ ຈຳນວນກໍລະນີໃກ້ຊິດສຳຜັດກັບຄົນເຈັບທີ່ກຳລັງຕິດຕາມມີ 216 ຄົນຄື: ນະຄອນຫຼວງ 141 ຄົນ ຫຼວງພະບາງ 49 ຄົນ ອຸດົມໄຊ 24 ຄົນ ຄຳມ່ວນ 2 ຄົນ ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວ ໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນ ແລະ ມີແພດໄປຕິດຕາມອາການທຸກວັນ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກ ກໍຕ້ອງໄດ້ນຳມາປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວ COVID-19.
ທ່ານ ພູທອນ ເມືອງປາກ ໄດ້ກ່າວຕື່ມວ່າ: ສຳລັບຂໍ້ແນະນຳໃນໄລຍະແຕ່ນີ້ເຖິງວັນທີ 19 ເມສາ 2020 ນີ້ ເຊິ່ງແມ່ນໄລຍະປະຕິບັດຄຳສັ່ງເລກທີ 06/ນຍ ມາດຕະການສຳຄັນໃນການຄວບຄຸມການລະບາດ ແມ່ນການປິດດ່ານບໍ່ໃຫ້ມີຜູ້ເດີນທາງຈາກເຂດທີ່ມີການລະບາດຂອງພະຍາດ ກັນບໍ່ໃຫ້ນຳເອົາພະຍາດເຂົ້າມາ ໃນໄລຍະ 14 ວັນນີ້ ຈຳກັດບໍລິເວນຢູ່ເຮືອນຕົນເອງ ຫຼືວ່າຢູ່ສູນທີ່ລັດສະໜອງໃຫ້ ຜູ້ເດີນທາງເຂົ້າມາຈາກບ່ອນທີ່ມີການລະບາດໃຫ້ຄົບ 14 ວັນ ພ້ອມຕິດຕາມອາການບົ່ງມະຕິພະຍາດ ແລະ ປິ່ນປົວໃຫ້ດີ ການຕິດຕາມການຈຳກັດບໍລິເວນ ແລະ ອາການຂອງຜູ້ໃກ້ຊິດ ຈຳນວນ 216 ຄົນ ເພື່ອບົ່ງມະຕິພະຍາດ ແລະ ປິ່ນປົວໃຫ້ດີໄວ ເອົາໃຈໃສ່ປິ່ນປົວ 10 ຄົນທີ່ຕິດເຊື້ອພະຍາດໂຄວິດແລ້ວນີ້ໃຫ້ຫາຍດີໄວ ພະນັກງານ ລັດຖະກອນ ປະຊາຊົນບັນດາເຜົ່າ ຕ້ອງປະຕິບັດມາດຕະການຈຳກັດການອອກຈາກເຮືອນ ການເດີນທາງຢ່າງເຄັ່ງຄັດ ຕາມຄຳສັ່ງເລກທີ 06.