ສະຫຼອງອົງການກາແດງລາວ ຄົບຮອບ 66 ປີ

    ອົງການກາແດງລາວ ຈັດປາຖະກະຖາເນື່ອງໃນໂອກາດວັນສ້າງຕັ້ງອົງການກາແດງລາວ ( 01/01/ 1955 – 01/01/2021 ) ຄົບຮອບ 66 ປີ ໃນວັນທີ 8 ມັງກອນ 2021 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ) ຂຶ້ນເຜີຍແຜ່ເອກະສານໂດຍທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ມີທ່ານຮອງ ປະທານອົງການກາແດງລາວ ຫົວໜ້າຫ້ອງການ ສູນ ກອງວິຊາການ ພະນັກງານ ລັດຖະກອນ ພາຍໃນອົງການ ກາແດງລາວເຂົ້າຮ່ວມ.    

    ທ່ານ ຄຳຮຸ່ງ ເຮືອງວົງສີ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງອົງການກາແດງລາວ ຊື່ເດີມແມ່ນ ສະພາກາຊາດລາວ ຖືກສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955 ທີ່ (ນວ) ໂດຍຄະນະກໍາມະການຊຸດໜຶ່ງ ມີ 7 ທ່ານ ຍິງ 2 ທ່ານ ທີ່ມາຈາກກຸ່ມວິຊາຊີບ ພະນັກງານຈາກກະຊວງຕ່າງໆ ແພດໝໍ ນັກກົດໝາຍ ນັກສັງຄົມສົງເຄາະ ກອງປະຊຸມຄັ້ງທຳອີດ ເລືອກເອົາທ່ານ ອຸດົມ ສຸວັນນະວົງ ເປັນປະທານ ແລະ ທ່ານ ກູແກ້ວ ໄຊໂກສີ ເປັນເລຂາທິການ ມີສໍານັກງານໃຫຍ່ຕັ້ງຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນວ ຖືກຮັບຮອງຈາກຄະນະກໍາມະການກາແດງສາກົນ ( ICRC) ໃນວັນທີ 23 ພຶດສະພາ 1957 ໄດ້ເຂົ້າເປັນສະມາຊິກຂອງສະຫະພັນກາແດງ ເເລະ ສະມາຊີກວົງເດືອນແດງສາກົນ (IFRC) ວັນທີ 25 ຕຸລາ 1957 ໂດຍກອງປະຊຸມໃຫຍ່ຄັ້ງທີ 24 ທີ່ນະຄອນຫຼວງນິວເດັນລີ ປະເທດອິນເດຍ (ເວລານັ້ນ ກາແດງທົ່ວໂລກມີ 80 ປະເທດ) ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນ ອົງການກາແດງລາວໄດ້ຜ່ານຂະບວນວິວັດການເຕີບໃຫຍ່ຂະຫຍາຍຕົວເປັນ 3 ໄລຍະຄື: ໄລຍະທີ I: (1955 -1975) ໄລຍະທີ່ II: (1975 – 1998) ແລະ ໄລຍະທີ III: ( 1999-2019) ເຄື່ອນໄຫວພາຍໃຕ້ນິຕິກໍາ ສອງສະບັບຄື: ດໍາລັດ 36/ນຍ ລົງວັນທີ 21 ເມສາ 1999 ວ່າດ້ວຍການຈັດຕັ້ງຂອງອົງການກາແດງລາວ ແລະ ດໍາລັດ 138 / ລບ ລົງວັນທີ 13 ພຶດສະພາ 2013 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການກາແດງລາວ.

    ອົງການກາແດງລາວ ມີການເຕີບໃຫຍ່ຂະຫຍາຍຕົວເປັນແຕ່ລະໄລຍະຢ່າງຕໍ່ເນື່ອງ ປັດຈຸບັນແມ່ນປະຕິບັດ ຕາມມາດຕາ 8 ຂອງກົດໝາຍວ່າດ້ວຍວຽກງານກາແດງລາວ ລວມມີ 9 ໜ້າທີ່. 

                # ຂ່າວ & ພາບ : ບຸນມີ

error: Content is protected !!