ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ II ຕິດພັນກັບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຢ່າງເປັນທາງການ ໃນວັນທີ 8 ມັງກອນ 2021 ທີ່ສະຖາບັນການທະນາຄານ ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍນາງ ວັດທະນາ ດາລາລອຍ ກຳມະການປະຈຳພັກ ຮອງຜູ້ວ່າການ ທຫລ ມີບັນດາສະຫາຍຄະນະປະຈໍາພັກ-ຄະນະພັກ ທຫລ ຄະນະໜ່ວຍພັກ ຄະນະພັກຮາກຖານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ການເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ ມີເອກະສານມະຕິຂອງກົມການເມືອງສູນກາງພັກ ເລກທີ 118 ວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກ ຕໍ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ແລະ ເອກະສານແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ ໂດຍລົງເລິກ ສະເພາະຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກັບການຈັດຕັ້ງປະຕິບັດວຽກງານການເງິນ-ເງິນຕາ ຢູ່ປະເທດເຮົາ” ຕິດພັນໂດຍກົງກັບໜ້າທີ່ການເມືອງຂອງຂະແໜງທະນາຄານ ພ້ອມທັງລະດົມຄວາມເຫັນຕໍ່ຫົວຂໍ້ຂອງບົດດັ່ງກ່າວ ມີການແປຄວາມໝາຍໃຫ້ໄດ້ຢ່າງຖືກຕ້ອງ ແລະ ສ່ອງແສງໃຫ້ເຫັນສະພາບຄວາມເປັນຈິງຂອງຂະແໜງທະນາຄານ ເພື່ອກໍານົດທິດທາງໃນຕໍ່ໜ້າໃຫ້ມີຄວາມສອດຄ່ອງຍິ່ງຂຶ້ນ ທັງເຮັດໃຫ້ບັນດາສະຫາຍຂັ້ນນຳ-ຂັ້ນວິຊາການ ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວ ແລ້ວນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າສູ່ສະພາບຕົວຈິງ ໂດຍສະເພາະ ການປຸກລະດົມສະມາຊິກພັກ-ພະນັກງານຂອງຕົນ ເຂົ້າຮ່ວມການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃຫ້ເປັນຂະບວນຟົດຟື້ນ ແລະ ບັນລຸຕາມຈຸດປະສົງ-ລະດັບຄາດໝາຍທີ່ວາງໄວ້.

# ຂ່າວ & ພາບ : ເພັດສະໝອນ