ເມືອງສັງທອງ ສ້າງຂະບວນອອກແຮງງານລວມ

    ວັນທີ 8 ມັງກອນ 2021 ທົ່ວເມືອງສັງທອງ ໄດ້ພ້ອມກັນສ້າງຂະບວນການອອກແຮງານອະນາໄມລວມຕາມຂອບເຂດເທສະບານທົ່ວເມືອງດັ່ງກ່າວ ການອອກແຮງງານໃນຄັ້ງນີ້ ໄດ້ພ້ອມກັນຕັດຫຍ້າ ຖາງປ່າບ່ອນທີ່ຮົກເຮືື້ອ ປັດກວາດເກັບມ້ຽນຂີ້ເຫຍື້ອຕາມເສັ້ນທາງ ນອກຈາກນີ້ ຍັງໄດ້ປະດັບປະດາຕິດທຸງພັກ ທຸກຊາດ-ທຸງທິວ ຕາມເສັ້ນທາງ ແລະ ສໍານັກງານຫ້ອງການ ທັງນີ້ກໍເພື່ອເປັນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI ທີ່ຈະມາເຖິງນີ້ ແລະ ເພື່ອເປັນການຈັດຕັ້ງຜັນຂະຫຍາຍກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກເມືອງສັງທອງ ແລະ ປະຕິບັດຄໍາຂວັນ 6 ສ ຂອງນະຄອນຫຼວງວາງອອກ ໂດຍສະເພາະແມ່ນ ສ ສະອາດໃຫ້ປະກົດຜົນເປັນຈິງ.

                # ຂ່າວ & ພາບ : ວຽງມາ

error: Content is protected !!