ຖ້າບໍ່ຢາກເປັນເບົາຫວານ ຕ້ອງຮູ້ຈັກອາຫານ 3 ຊະນິດ

ໂລກ​ເບົາ­ຫວານ ເກີດ​ຈາກ​ລະ­ດັບ​ນ້ຳ­ຕານ​ໃນ ເລືອດ​ສູງ​ກວ່າ​ຄົນ​ປົກ­ກະ­ຕິ ຕ້ອງ​ຄວບ​ຄຸມ​ອາ­ຫານ ແລະ ນ້ຳ­ໜັກ​ໃຫ້​ຢູ່​ໃນ​ລະ­ດັບ​ທີ່​ເໝາະ​ສົມ ດັ່ງ­ນັ້ນ ເລື່ອງ​ການ​ຮັບ​ປະ­ທານ​ອາ­ຫານ​ຈຶ່ງ​ເປັນ​ເລື່ອງ​ທີ່​ສຳ­ຄັນ​ຫຼາຍ​ທີ່​ສຸດ​ທີ່​ຈະ​ຊ່ວຍ​ຫຼຸດ​ການ​ສ່ຽງ​ເປັນ​ໂລກ​ເບົາ­ຫວານ ຫຼື ຄົນ​ທີ່​ກຳ­ລັງ​ເປັນ​ຢູ່​ກໍ​ຕາມ.

ປັດ­ຈຸ­ບັນ ມີ​ຜູ້​ປ່ວຍ​ເປັນ​ໂລກ​ເບົາ­ຫວານ​ເປັນ​ຈຳ ນວນ​ຫຼວງ­ຫຼາຍ ດັ່ງ­ນັ້ນ  ເຮົາ​ຈຶ່ງ​ນຳ 3 ອ ທີ່​ຈະ ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ເປັນ​ໂລກ​ເບົາ­ຫວານ​ມາ​ແນະ­ນຳ​ໃຫ້​ກັບ​ທຸກ​ຄົນ​ຄື:

ອ. 1 ຄື ອາ­ຫານ​ທີ່ “ບໍ່​ຄວນ” ຮັບ​ປະ­ທານ

1.1) ນ້ຳ­ຕານ​ທຸກ​ຊະ­ນິດ ເຊັ່ນ ນ້ຳ­ຕານ​ອ້ອຍ ນ້ຳ­ຕານ​ປີ໊ບ ຫຼື ເຄື່ອງ​ດື່ມ​ທີ່​ມີ​ນ້ຳ­ຕານ​ເປັນ​ສ່ວນ​ປະ­ສົມ​ຫຼາຍ ເຊັ່ນ: ນ້ຳ​ເກ໊ກ​ຮວຍ ຊາ​ຂຽວ ນ້ຳ​ອັດ​ລົມ ກາ­ເຟ​ປຸງ​ສຳ­ເລັດ ຊາ​ໄຂ່​ມຸກ ແລະ ຂະ​ໜົມ​ຫວານ​ຕ່າງໆ ເຄັກ ຄຸກ​ກີ ໂດ​ນັດ ເປັນ­ຕົ້ນ.

1.2) ຜະ­ລິດ​ຕະ​ພັນ​ນົມ ໄດ້­ແກ່ ນົມ​ປຸງ​ແຕ່ງ​ລົດ​ຫວານ ນົມ​ສົ້ມ​ປຸງ​ແຕ່ງ​ລົດ​ຊາດ ນົມ​ຂຸ້ນ​ຫວານ ບາງ​ຄົນ​ມັກ​ກິນ​ໂຣ​ຕີ​ໃສ່​ນົມ​ຂຸ້ນ​ຫຼາຍໆ ຫຼື​ພວກ​ທີ່​ມັກ​ກິນ​ປາ​ທ່ອງ​ໂກ໋​ຈິ້ມ​ນົມ​ຂຸ້ນ ແບບ​ນີ້​ຕົວ​ດີ​ເລີຍ ຊຶ່ງ​ຈະ​ເປັນ​ຕົວ​ນຳ​ໂລກ​ເບົາ­ຫວານ​ມາ​ໃຫ້​ໄດ້ ດັ່ງ­ນັ້ນ ຄວນ​ຈະ​ຫຼີກ​ລ່ຽງ​ການ​ກິນ​ຂອງ​ກິນ​ລັກ­ສະ­ນະ​ນີ້.

1.3) ໝາກ​ໄມ້​ກວນ ໝາກ​ໄມ້​ແຊ່​ອີ່ມ ໝາກ​ໄມ້​ເຊື່ອມ ໝາກ​ໄມ້​ຕາກ​ແຫ້ງ ເຊັ່ນ ກ້ວຍ​ຕາກ ໝາກ​ອະ​ງຸ່ນ​ແຫ້ງ ລວມ​ເຖິງ​ໝາກ​ໄມ້​ເຊື່ອມ​ບັນ­ຈຸ​ໃນ ກະ​ປ໋ອງ ເປັນ­ຕົ້ນ ຊຶ່ງ​ໝາກ​ໄມ້​ທີ່​ບອກ​ມາ​ທັງ​ໝົດ​ນີ້ ຕ່າງ​ກໍ​ມີ​ນ້ຳ­ຕານ​ຢູ່​ໃນ​ຕົວ​ຢູ່​ແລ້ວ ຫາກ​ເຮົາ​ໄປ​ເຮັດ​ໃຫ້​ມັນ​ຫວານ​ຂຶ້ນ ແຊບ​ຂຶ້ນ ຊຶ່ງ​ແນ່­ນອນ​ວ່າ​ມັນ​ຄົງ​ຈະ​ບໍ່​ມີ​ປະ­ໂຫຍດ​ຫຼາຍ​ຂຶ້ນ ແຖມ​ອາດ​ຈະ​ເຮັດ​ໃຫ້​ປະ­ໂຫຍດ​ຫຼຸດ​ໜ້ອຍ​ລົງ ດັ່ງ­ນັ້ນ ຄວນ​ກິນ​ໃຫ້​ໜ້ອຍ ພຽງ​ແຕ່​ພໍ​ຫາຍ​ຢາກ​ກໍ​ພໍ.

1.4) ອາ­ຫານ​ທີ່​ປຸງ​ດ້ວຍ​ໄຂ­ມັນ​ອີ່ມ​ຕົວ ເຊັ່ນ ໄຂ­ມັນ​ສັດ ໄສ້­ກອກ ໝູ​ສາມ​ຊັ້ນ ແກງ​ກະ­ທິ ເນີຍ ຄຣີມ ເປັນ­ຕົ້ນ.

ອາ­ຫານ​ທັງ​ໝົດ​ທີ່​ໄດ້​ກ່າວ​ມາ ທຸກ​ຢ່າງ​ລ້ວນ​ມີ​ນ້ຳ­ຕານ​ເປັນ​ສ່ວນ​ປະ­ກອບ ຊຶ່ງ​ບໍ່​ເໝາະ​ກັບ​ຜູ້​ປ່ວຍ​ທີ່​ເປັນ​ໂລກ​ເບົາ­ຫວານ ຄວນ​ຫຼີກ​ລ່ຽງ !

ອ. 2 ຄື ອາ­ຫານ​ທີ່​ຮັບ​ປະ­ທານ​ໄດ້ “ບໍ່​ຈຳ­ກັດ​ປະ­ລິ­ມານ”.

ອາ­ຫານ​ທີ່​ກິນ​ໄດ້​ຢ່າງ​ບໍ່​ຈຳ­ກັດ​ປະ­ລິ­ມານ ກໍ​ຄື ຜັກ​ກ້ານ ຜັກ​ໃບ ຜັກ​ໃບ​ຂຽວ​ທຸກ​ຊະ­ນິດ  ເຊັ່ນ  ຜັກ​ກາດ​ກວາງ­ຕຸ້ງ ໝາກ­ບວບ ໝາກ­ເຂືອ ໝາກ­ໂຕ່ນ ໝາກ­ແຕງ ໝາກ​ນ້ຳ ໝາກ­ຖົ່ວ​ງອກ ເປັນ­ຕົ້ນ ຈະ​ຮັບ​ປະ­ທານ​ໃນ​ຮູບ​ແບບ​ຜັກ​ສົດ​ກໍ​ໄດ້ ແຕ່​ຕ້ອງ​ລ້າງ​ໃຫ້​ສະ­ອາດ​ກ່ອນ ຫຼື​ຈະ​ນຳ­ໄປ​ຕົ້ມ​ກໍ​ໄດ້ ແຕ່​ບໍ່​ແນະ­ນຳ​ໃຫ້​ກິນ​ໃນ​ລັກ­ສະ­ນະ​ຂອງ​ນ້ຳ​ຜັກ​ປັ່ນ ໂດຍ​ສະ­ເພາະ ນ້ຳ​ຜັກ​ປັ່ນ​ແຍກ​ກາກ ເພາະ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ໄຍ​ອາ­ຫານ​ທີ່​ບໍ່​ຫຼາຍ​ເທົ່າ​ທີ່​ຄວນ.

ຄວນ​ຮັບ​ປະ­ທານ​ທຸກ​ວັນ ທຸກ​ຄາບ ແລະ ກິນ​ໃຫ້​ຫຼາກ​ຫຼາຍ​ຊະ­ນິດ​ໃນ​ໜຶ່ງ​ວັນ ອາ­ຫານ​ເຫຼົ່າ​ນີ້ ເປັນ​ອາ­ຫານ​ທີ່​ມີ​ແຄ​ລໍ​ຣີ່​ຕ່ຳ ແຕ່​ມີ​ໄຍ​ອາ­ຫານ​ສູງ ເຮັດ​ໃຫ້­ການ​ດູດ​ຊຶມ​ຊັບ​ນ້ຳ­ຕານ​ຊ້າ​ລົງ ອີກ​ທັງ ໄຍ​ອາ­ຫານ​ຍັງ​ຊ່ວຍ​ດູດ​ຊຶມ​ຊັບ​ນ້ຳ­ຕານ​ບໍ່​ໃຫ້​ເຂົ້າ​ສູ່​ກະ­ແສ​ເລືອດ​ໄວ​ເກີນ​ໄປ ເຮັດ​ໃຫ້​ຮ່າງ­ກາຍ​ສາ­ມາດ​ດຶງ​ນ້ຳ­ຕານ​ໄປ​ໃຊ້​ໄດ້​ຢ່າງ​ພໍ­ດີ.

ທັ້ງ​ນີ້ ອົງ­ການ​ອະ­ນາ­ໄມ​ໂລກ​ໄດ້​ກຳ­ນົດ​ເຮົາ​ບໍ­ລິ­ໂພກ​ຜັກ ແລະ ໝາກ​ໄມ້​ຢ່າງ​ໜ້ອຍ 400 ກຣາມ​ຕໍ່​ວັນ ຫຼື​ທຽບ​ເທົ່າ​ປະ­ລິ­ມານ 4-6 ຈອງ ຫາກ​ເປັນ​ຜັກ​ຕົ້ມ​ຈະ​ຕ້ອງ​ກິນ​ເພີ່ມ​ອີກ 2 ເທົ່າ ແລະ ທາງ ສຳ­ນັກ­ງານ​ກອງ​ທຶນ​ສະ­ໜັບ­ສະ­ໜູນ​ການ​ສ້າງ ເສີ່ມ​ສຸ­ຂະ­ພາບ ໄດ້​ເປີດ­ເຜີຍ​ຜົນ​ທາງ​ວິ­ໄຈ​ແລ້ວ​ວ່າ ການ​ກິນ​ຜັກ ແລະ ໝາກ​ໄມ້​ຢ່າງ​ໜ້ອຍ​ວັນ​ລະ 400 ກຣາມ ສາ­ມາດ​ຫຼຸດ​ຄວາມ​ສ່ຽງ​ຕໍ່​ການ​ເປັນ​ໂລກ​ຫົວ­ໃຈ 33% ແລະ ໂລກ​ມະ​ເຮັງ​ໄດ້ 50% ເມື່ອ​ທຽບ​ກັບ​ຄົນ​ທີ່​ກິນ​ຜັກ ແລະ ໝາກ​ໄມ້​ຕ່ຳ​ກວ່າ​ເກນ.

ອ. 3 ຄື ອາ­ຫານ​ທີ່​ຮັບ​ປະ­ທານ​ໄດ້ ແຕ່​ຕ້ອງ “ຈຳ­ກັດ​ປະ­ລິ­ມານ”

3.1) ອາ­ຫານ​ປະ­ເພດ​ຄາຣ໌ໂບ​ໄຮ​ເດຣດ ເຊັ່ນ ເຂົ້າ ເຝີ ເຂົ້າ­ຈີ່ ເຜືອກ ມັນ ແລະ ອື່ນໆ ອາ­ຫານ​ເຫຼົ່າ​ນີ້​ມີ​ຄາຣ໌ໂບ​ໄຮ​ເດຣດ​ໜ້ອຍ​ກວ່າ​ນ້ຳ­ຕານ ແລະ ມີ​ໂປຣ​ຕີນ ວິ­ຕາ­ມິນ ແຮ່​ທາດ ໄຍ​ອາ­ຫານ​ທີ່​ຈຳ­ເປັນ​ຕໍ່​ຮ່າງ­ກາຍ ອາ­ຫານ​ຈຳ­ພວກ​ແປ້ງ​ນັ້ນ​ເວ­ລາ​ຖືກ​ຍ່ອຍ ມັນ​ຈະ​ກາຍ­ເປັນ​ນ້ຳ­ຕານ ແລະ ເປັນ​ແຫຼ່ງ​ພະ­ລັງ­ງານ​ທີ່​ສຳ­ຄັນ​ຂອງ​ຮ່າງ­ກາຍ​ຜູ້​ທີ່​ເປັນ​ໂລກ​ເບົາ­ຫວານ​ຈຶ່ງ​ບໍ່​ຄວນ​ງົດ ຫຼື ກິນ​ຫຼາຍ ຈົນ​ເກີດ​ປະ­ລິ­ມານ​ທີ່​ຈະ​ໃຊ້​ແຮງ​ງານ​ໃນ​ແຕ່​ລະ​ວັນ ບາງ​ຄົນ​ຖາມ​ວ່າ​ກິນ​ພຽງ​ໃດ​ຈຶ່ງ​ບໍ່​ຫຼາຍ ແລະ ບໍ່​ໜ້ອຍ​ເກີນ​ໄປ ຄົງ​ບໍ່​ມີ​ໃຜ​ທຸກ​ຄົນ​ມາ​ນັ່ງ​ຊັ່ງ​ກັນ​ດອກ​ວ່າ ເຂົ້າ​ຄາບ​ນີ້​ຕ້ອງ​ກິນ​ຈັກ​ຂີດ ຈັກ​ກຣາມ ເພາະ­ສະ­ນັ້ນ ໃຊ້​ເຕັກ­ນິກ​ງ່າຍໆ​ໃນ​ການ​ສັງ­ເກດ​ຄື ເຮົາ​ຕ້ອງ​ສັງ­ເກດ​ຕົວ​ເຮົາ​ເອງ​ວ່າ​ເຮົາ​ໃຊ້​ແຮງ​ງານ​ປະ­ລິ­ມານ​ໃດ ເຮົາ​ກໍ​ຄວນ​ຈະ​ກິນ​ພຽງ​ແຕ່​ປະ­ມານ​ນັ້ນ ໃຫ້​ເໝາະ​ສົມ​ກັບ​ແຮງ​ງານ ແລະ ກິດ­ຈະ­ກຳ​ທີ່​ເຮັດ.

3.2) ໝາກ​ໄມ້ ໝາກ​ໄມ້​ແຕ່​ລະ​ຊະ­ນິດ​ຈະ​ມີ​ປະ­ລິ­ມານ​ຄາຣ໌ໂບ​ໄຮ​ເດຣດ​ທີ່​ແຕກ​ຕ່າງ​ກັນ​ໄປ ຊຶ່ງ​ຄາຣ໌ໂບ​ໄຮ​ເດຣດ​ໃນ​ໝາກ​ໄມ້​ຢູ່​ໃນ​ຮູບ​ແບບ​ຂອງ​ນ້ຳ­ຕານ ໂດຍ​ໝາກ​ໄມ້​ບາງ​ຊະ­ນິດ​ຈະ​ມີ​ນ້ຳ ຕານ​ຫຼາຍ ເຊັ່ນ: ທຸ­ລຽນ ມີ​ນ້ຳ­ຕານ​ປະ­ມານ 30-35% ໝາກ­ກ້ຽງ​ມີ​ປະ­ມານ 10% ແລະ ໝາກ­ຂາມ​ຫວານ​ມີ​ປະ­ມານ 75-80% ຊຶ່ງ​ໝາກ​ໄມ້​ທີ່​ຍິ່ງ​ມີ​ຄວາມ​ຫວານ​ຫຼາຍ​ກໍ​ຈະ​ຍິ່ງ​ເຮັດ​ໃຫ້​ມີ​ລະ­ດັບ​ນ້ຳ­ຕານ​ໃນ​ເລືອດ​ສູງ​ຂຶ້ນ​ຫຼາຍ​ດ້ວຍ ຈຶ່ງ​ຄວນ​ຫຼີກ​ລ່ຽງ​ໝາກ​ໄມ້​ທີ່​ມີ​ລົດ​ຊາດ​ຫວານ​ຫຼາຍ ເຊັ່ນ: ລຳ­ໄຍ ທຸ­ລຽນ ອະ​ງຸ່ນ ໝາກ­ມ່ວງ​ສຸກ ເປັນ­ຕົ້ນ.

ຢ່າງ­ໃດ​ກໍ​ຕາມ ເຖິງ​ແມ່ນ​ວ່າ​ເຮົາ​ແນະ­ນຳ​ບໍ່​ໃຫ້​ກິນ​ນ້ຳ­ຕານ​ໃນ​ປະ­ລິ­ມານ​ທີ່​ຫຼາຍ​ປານ­ໃດ ແຕ່​ນ້ຳ­ຕານ​ກໍ​ເປັນ​ສິ່ງ​ທີ່​ສຳ­ຄັນ​ຂອງ​ຮ່າງ­ກາຍ​ທີ່​ຂາດ​ບໍ່​ໄດ້​ເຊັ່ນ​ດຽວ​ກັນ​ກັບ​ນ້ຳ ຫຼື ວິ­ຕາ­ມິນ​ທັງ­ຫຼາຍ ເພາະ­ສະ­ນັ້ນ ເຮົາ​ບໍ່​ຄວນ​ອົດ ແຕ່​ເຮົາ​ຄວນ​ຈະ​ກິນ​ຢ່າງ​ມີ​ວິ­ໄນ ກິນ​ຕາມ​ປະ­ລິ­ມານ​ທີ່​ກຳ­ນົດ ໂດຍ​ອົງ­ການ​ອະ­ນາ­ໄມ​ໂລກ​ຮັບ­ຮອງ​ວ່າ​ບໍ່​ຄວນ​ເກີນ 5% ຂອງ​ພະ­ລັງ­ງານ​ທີ່​ໄດ້​ຮັບ​ຕໍ່​ວັນ ເທົ່າ​ກັບ 4 ບ່ວງ​ຊາ ຫຼື 20 ກຣາມ​ຕໍ່​ວັນ​ພຽງ​ເທົ່າ​ນັ້ນ ລວມ​ທັງ​ຄວນ​ອອກ­ກຳ­ລັງ​ກາຍ​ຢ່າງ​ສະ​ໝ່ຳ​ສະ­ເໝີ​ຮ່ວມ​ດ້ວຍ ເພື່ອ​ສຸ­ຂະ­ພາບ​ທີ່​ດີ​ຢ່າງ​ໝັ້ນ­ຍືນ

error: Content is protected !!