ສອງພາກສ່ວນທຸລະກິດຂອງລາວ ໄດ້ຮັບການຍ້ອງຍໍຈາກຍີ່ປຸ່ນ

    ພິທີມອບໃບຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດແຫ່ງຍີ່ປຸ່ນ ໃຫ້ແກ່ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (LNCCI) ແລະ ທ່ານ ວິຣະຈິດ ພິລາພັນເດດ ຜູ້ອໍານວຍການໃຫຍ່ ມູນນິທິສົ່ງເສີມການສຶກສາ ຈັດຂຶ້ນວັນທີ 7 ມັງກອນ 2021 ທີ່ເຮືອນພັກທ່ານເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ຕາງໜ້າມອບໂດຍທ່ານ ທາເກວະກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາລາວ ມີທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ທ່ານ ປອນເມກ ດາລາລອຍ ອະດີດປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານທູດ ທາເກວະກະ ໄດ້ກ່າວສະແດງຄວາມຊົມເຊີຍທ່ານ ອຸເດດ ແລະ ທ່ານ ວິຣະຈິດ ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຜົນງານໃນການປະກອບສ່ວນໃນການສົ່ງເສີມຄວາມເຂົ້າໃຈຮ່ວມກັນລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ເປັນການປະກອບສ່ວນສຳຄັນ ເຮັດໃຫ້ສາຍພົວພັນການທູດທັງສອງປະເທດເພີ່ມທະວີດີຂຶ້ນ ພ້ອມທັງສົ່ງເສີມວຽກງານການພັດທະນາທາງດ້ານເສດຖະກິດ-ການຄ້າ ແລະ ເຊື້ອແນ່ວ່າ ຈາກຜົນງານທີ່ຜ່ານມາ ທັງສອງທ່ານຈະສືບຕໍ່ເພີ່ມທະວີ ສົ່ງເສີມການຮ່ວມມືທີ່ດີໃຫ້ນັບມື້ເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ.

                # ຂ່າວ & ພາບ: ບຸນມີ

error: Content is protected !!