ອົງການສືບສວນ-ສອບສວນ

ລັດ​ໃນ​ຖາ­ນະ​ເປັນ​ຜູ້​ຮັບ­ຜິດ­ຊອບ ໃນ​ການ​ບັງ­ຄັບ​ໃຊ້​ປະ­ມວນ​ກົດ­ໝາຍ​ອາ­ຍາ ແລະ ນຳ​ໃຊ້​ປະ­ມວນ​ກົດ­ໝາຍ​ອາ­ຍາ ໃຫ້​ສອດ­ຄ່ອງ​ກັບ​ລະ­ບອບ​ການ​ປົກ­ຄອງ ແບບ​ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ ໂດຍ​ຮັບ­ປະ­ກັນ​ຫຼັກ​ນິ­ຕິ​ທຳ ດັ່ງ­ນັ້ນ ລັດ​ຈຶ່ງ​ກຳ­ນົດ​ໄວ້​ໃນ​ປະ­ມວນ​ກົດ­ໝາຍ​ອາ­ຍາ ແລະ ກົດ­ໝາຍ ວ່າ​ດ້ວຍ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ ເພື່ອ​ໃຫ້​ລັດ​ສ້າງ­ຕັ້ງ​ອົງ­ການ​ໃນ​ຂະ​ບວນ​ການ​ຍຸ­ຕິ​ທຳ​ທາງ​ອາ­ຍາ​ຂຶ້ນ​ມາ ແລະ ໃຫ້​ອົງ­ການ​ດັ່ງ­ກ່າວ​ໄດ້​ນຳ​ເອົາ​ຜົນ​ສັກ­ສິດ​ຂອງ​ກົດ­ໝາຍ​ອາ­ຍາ​ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ ເພື່ອ​ຄຸ້ມ​ຄອງ​ສັງ­ຄົມ ຊຶ່ງ​ອົງ­ການ​ໃນ​ຂະ​ບວນ​ການ​ຍຸ­ຕິ​ທຳ​ດັ່ງ­ກ່າວ​ນັ້ນ​ປະ­ກອບ​ດ້ວຍ ອົງ­ການ​ສືບ­ສວນ-ສອບ​ສວນ ອົງ­ການ​ໄອ​ຍະ​ການ ສານ​ປະ­ຊາ­ຊົນ ແລະ ຄ້າຍ​ຄຸມ​ຂັງ ຫຼື ຄ້າຍ​ດັດ​ສ້າງ ຊຶ່ງ​ອົງ­ການ​ສືບ­ສວນ-ສອບ​ສວນ​ມີ­ໜ້າ​ທີ່​ດັ່ງ­ນີ້:

ອົງ­ການ​ສືບ­ສວນ-ສອບ​ສວນ​ປະ­ກອບ​ມີ: ອົງ­ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ອົງ­ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ທະ­ຫານ ອົງ­ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ພາ­ສີ ອົງ­ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ປ່າ­ໄມ້ ແລະ ເຈົ້າ​ໜ້າ­ທີ່​ອື່ນໆ.

ໃນ​ບັນ­ດາ​ອົງ­ການ ໃນ​ຂະ​ບວນ​ການ​ຍຸ­ຕິ​ທຳ​ນີ້ ອົງ­ການ​ສືບ­ສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ ເປັນ​ໜ່ວຍ​ງານ​ທຳ​ອິດ​ໃນ​ຂະ​ບວນ​ການ​ຍຸ­ຕິ​ທຳ​ທາງ​ອາ­ຍາ ທີ່​ຈັດ​ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ທີ່​ກ່ຽວ­ຂ້ອງ​ທັງ​ໝົດ ເພື່ອ​ຈຳ­ກັດ ແລະ ສະ­ກັດ​ກັ້ນ​ການ​ກະ­ທຳ​ຜິດ ແລະ ການ​ລະ­ເມີດ​ກົດ­ໝາຍ​ອື່ນ ບໍ່​ໃຫ້​ເກີດ​ຂຶ້ນ​ໃນ​ສັງ­ຄົມ ຫຼື ຖ້າ​ເກີດ​ຂຶ້ນ​ກໍ​ໃຫ້​ເກີດ​ຂຶ້ນ​ໜ້ອຍ​ທີ່​ສຸດ ແລະ ໃນ​ຂະ­ນະ​ດຽວ​ກັນ​ນັ້ນ ກໍ​ຕ້ອງ​ປະ­ຕິ­ບັດ​ຕໍ່​ຜູ້​ກະ­ທຳ​ຜິດ​ຢ່າງ​ສະ­ເໝີ­ພາບ ແລະ ດ້ວຍ​ຄວາມ​ເປັນ​ທຳ ຕຳ­ຫຼວດ​ໃນ​ຖາ­ນະ​ທີ່​ເປັນ​ໜ່ວຍ​ງານ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ເບື້ອງ​ຕົ້ນ ໂດຍ​ຮັບ­ຜິດ­ຊອບ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ກົດ­ໝາຍ​ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ ຄື​ຮັກ­ສາ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ ແລະ ຄວາມ​ປອດ​ໄພ​ຂອງ​ຊາດ ຊຶ່ງ​ເປັນ​ອົງ­ການ​ທຳ​ອິດ​ເລີ່ມ​ຕົ້ນ​ຄະ­ດີ​ອາ­ຍາ ໜ້າ­ທີ່​ໃນ​ການ​ຄຸ້ມ​ຄອງ​ສັງ­ຄົມ​ຂອງ​ກົດ­ໝາຍ​ອາ­ຍາ ໃນ​ຂັ້ນ​ຕອນ​ນີ້​ກົດ­ໝາຍ​ໄດ້​ໃຫ້​ຕຳ­ຫຼວດ​ມີ​ສິດ​ອຳ­ນາດ​ໃນ​ການ​ກວດ​ຄົ້ນ ການ​ຈັບ​ຕົວ​ກັກ​ຂັງ ສືບ­ສວນ-ສອບ​ສວນ ຕາມ​ຄຳ​ສັ່ງ​ຂອງ​ໄອ​ຍະ​ການ ຫຼື ສານ ຫຼື ອົງ­ການ​ທີ່​ມີ​ສິດ​ອຳ­ນາດ​ອື່ນໆ ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ​ໃຫ້​ປາ­ກົດ​ແລ້ວ ລວບ​ລວມ​ພະ­ຍານ​ຫຼັກ​ຖານ​ສົ່ງ​ໃຫ້​ໄອ​ຍະ​ການ​ດຳ­ເນີນ​ຄະ­ດີ​ເປັນ​ຂັ້ນ​ຕອນ​ຕໍ່​ໄປ.

ໂດຍ: ໄມ້​ງັດ

error: Content is protected !!