ຍັງມີຫຼາຍປັດໄຈ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມ

ບັນ­ຫາ​ສິ່ງ­ແວ­ດລ້ອມ​ມີ​ຄວາມ​ສຳ­ຄັນ​ຕໍ່​ມະ­ນຸດ​ສອງ​ປະ­ການ ຄື: ສິ່ງ­ແວ­ດລ້ອມ​ທາງ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ທາງ​ສັງ­ຄົມ ສິ່ງ­ແວ­ດລ້ອມ​ທາງ​ທຳ​ມະ​ຊາດ​ຕິດ​ພັນ​ສະ​ນິດ​ແໜ້ນ​ກັບ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ມວນ​ມະ­ນຸດ ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ຢູ່​ອ້ອມ​ຮອບ​ຕົວ​ຄົນ​ເຮົາ​ເປັນ­ຕົ້ນ ດິນ ຟ້າ ອາ­ກາດ ພູ­ຜາ ປ່າ­ດົງ ສາຍ​ນ້ຳ​ລຳ​ທານ ຕະ­ຫຼອດ​ເຖິງ​ທຸກ​ສິ່ງ​ວັດ­ຖຸ​ທີ່​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ​ເຊັ່ນ ເຄື່ອງ​ອຸ­ປະ­ໂພກ ແລະ ບໍ­ລິ­ໂພກ​ທີ່​ຖືກ​ຫຸ້ມ​ຫໍ່​ດ້ວຍ​ພາ­ຊະ­ນະ​ສີ­ສັນ​ສວຍ​ງາມ ດຶງ​ດູດ​ໃຈ​ຜູ້​ຊົມ­ໃຊ້ ເມື່ອ​ສຳ­ເລັດ​ໜ້າ­ທີ່​ເປົ້າ​ໝາຍ​ແລ້ວ ມັນ​ກໍ​ກາຍ­ເປັນ​ຂີ້​ເຫຍື້ອ​ໃຫ້​ຄົນ​ເຮົາ​ຈະ​ຕ້ອງ​ບໍ­ລິ­ຫານ​ຈັດ­ການ ໃຫ້​ຖືກ­ຕ້ອງ​ຖ້າ​ມ້ຽນ​ມັດ​ບໍ່​ຖືກ​ຫຼັກ­ການ​ມັນ​ກໍ​ຈະ​ສົ່ງ​ກິ່ນ​ເໝັນ​ລົບ​ກວນ ຫຼື ອາດ​ຈະ​ເປັນ​ບ່ອນ​ບົ່ມ​ເຊື້ອ​ພະ­ຍາດ​ຕິດ­ຕໍ່​ໃສ່​ຄົນ​ເຮົາ​ກໍ​ອາດ​ເປັນ​ໄດ້.

ສະ­ພາບ​ແວດ​ລ້ອມ​ໃນ ສປປ ລາວ ກຳ­ລັງ​ມີ​ການ​ປ່ຽນ­ແປງ​ຢ່າງ​ໄວ­ວາ​ຍ້ອນ​ການ​ພັດ­ທະ­ນາ​ດ້ານ​ເສດ­ຖະ­ກິດ ໃນ​ຂະ­ນະ​ທີ່​ສາ­ມາດ​ເຫັນ​ໄດ້​ເຖິງ​ຜົນ​ກະ­ທົບ​ຫຼາຍ​ຢ່າງ​ຕໍ່​ສິ່ງ­ແວ­ດລ້ອມ ຜົນ​ກະ­ທົບ​ທີ່​ພົ້ນ​ເດັ່ນ​ແມ່ນ​ກ່ຽວ​ພັນ​ກັບ​ການ​ຕັດ​ໄມ້​ທຳ­ລາຍ​ປ່າ ມົນ​ລະ​ພິດ​ດິນ ແລະ ນ້ຳ ການ​ປ່ຽນ­ແປງ​ໃນ​ການ​ໄຫຼ​ວຽນ​ຂອງ​ນ້ຳ ແລະ ການ​ສູນ​ເສຍ​ຊີ­ວະ​ນາໆພັນ ນອກ​ນັ້ນ ການ​ປ່ຽນ­ແປງ​ຂອງ​ສະ­ພາບ​ອາ­ກາດ​ໃນ​ທົ່ວ​ໂລກ​ກໍ​ຍັງ​ສົ່ງ​ຜົນ​ກະ­ທົບ​ຢ່າງ​ຕໍ່​ເນື່ອງ​ຕໍ່​ຊີ­ວິດ​ການ​ເປັນ​ຢູ່ ແລະ ການ​ພັດ­ທະ­ນາ​ຂອງ​ລາວ ການ​ຕັດ​ໄມ້​ທຳ­ລາຍ​ປ່າ ຫຼື ການ​ຫຼຸດ​ລົງ​ຂອງ​ພື້ນ​ທີ່​ປົກ​ຄຸມ​ປ່າ­ໄມ້ ການ​ຂະ­ຫຍາຍ​ພື້ນ​ທີ່​ກະ­ສິ­ກຳ​ລວມ​ເຖິງ​ການ​ປູກ​ໄມ້​ອຸດ­ສາ­ຫະ­ກຳ ການ​ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ແລະ ຊົນ­ລະ­ປະ­ທານ ການ​ຂຸດ​ຄົ້ນ​ບໍ່​ແຮ່ ໄຟ​ປ່າ ແລະ ການ​ສ້າງ​ຖະ­ໜົນ​ຫົນ­ທາງ​ເຮັດ​ໃຫ້​ຄຸ­ນະ­ພາບ ແລະ ການ​ບໍ­ລິ­ການ​ດ້ານ​ລະ­ບົບ​ນິ­ເວດ​ຂອງ​ພື້ນ​ທີ່​ປ່າ­ໄມ້​ຫຼຸດ​ລົງ.

ການ​ປ່ຽນ­ແປງ​ຢ່າງ​ໄວ­ວາ​ໃນ​ການ​ດຳ­ເນີນ​ການ​ບໍ­ລິ­ຫານ​ຈັດ­ການ​ດິນ ແລະ ການ​ນຳ​ໃຊ້​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ​ໃນ​ລາວ ໄດ້​ນຳ­ໄປ​ສູ່​ການ​ນຳ​ໃຊ້​ສານ​ເຄ​ມີ​ໃນ​ການ​ເຮັດ​ກະ­ສິ­ກຳ ເພື່ອ​ຊ່ວຍ​ເຂົ້າ​ໃນ​ການ​ຂະ­ຫຍາຍ​ທີ່​ດິນ​ກະ­ສິ­ກຳ ການ​ປູກ​ໄມ້​ອຸດ­ສາ­ຫະ­ກຳ ແລະ ການ​ຂຸດ​ຄົ້ນ​ບໍ່​ແຮ່​ຕ່າງໆ ການ​ພັດ­ທະ­ນາ​ຢ່າງ​ໄວ­ວາ​ຂອງ​ອຸດ­ສາ­ຫະ­ກຳ​ສວນ​ຢາງ­ພາ­ລາ ແລະ ສວນ​ໄມ້​ເພື່ອ​ຜະ­ລິດ​ເຈ້ຍ​ຂະ­ໜາດ​ໃຫຍ່ ປະ­ກອບ​ກັບ​ແຮງ​ງານ​ທີ່​ຈຳ­ກັດ​ເຮັດ​ໃຫ້​ມີ​ການ​ນຳ​ໃຊ້​ປຸຍ ແລະ ຢາ​ຂ້າ​ຫຍ້າ​ຈຳ­ນວນ​ຫຼວງ­ຫຼາຍ ສານ​ເຄ​ມີ​ໃນ​ການ​ກະ­ສິ­ກຳ​ເຫຼົ່າ​ນີ້ ກໍ່­ໃຫ້­ເກີດ​ບັນ­ຫາ​ດ້ານ​ສຸ­ຂະ­ພາບ​ຂອງ​ຜູ້​ອອກ­ແຮງ​ງານ ແລະ ແຫຼ່ງ​ນ້ຳ​ດື່ມ​ທີ່​ປົນ​ເປື້ອນ​ມົນ​ລະ​ພິດ​ເຊັ່ນ​ຫ້ວຍ​ນ້ຳ​ຕ່າງໆ.

ນອກ​ນັ້ນ​ການ​ປ່ອຍ​ຂອງ​ເສຍ​ຈາກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ກໍ​ມີ​ການ​ເຊື່ອມ​ໂຍງ​ກັບ​ມົນ​ລະ​ພິດ​ທາງ​ດິນ ແລະ ນ້ຳ​ເປັນ­ຕົ້ນ​ການ​ນຳ​ໃຊ້​ສານ​ໄຊ​ຍາ​ໄນ (cyanide) ໃນ​ການ​ຂຸດ​ຄົ້ນ​ບໍ່​ຄຳ​ໄດ້​ສົ່ງ​ຜົນ​ໃຫ້​ປາ​ຕາຍ ແລະ ມີ​ການ​ປົນ​ເປື້ອນ​ໃນ​ດິນ ເຖິງ​ແມ່ນ​ວ່າ­ການ​ຂຸດ​ຄົ້ນ​ບໍ່​ແຮ່​ຂະ­ໜາດ​ໃຫຍ່​ຈະ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ​ເພື່ອ​ຊ່ວຍ​ໃຫ້­ການ​ໃຊ້​ສານ​ເຄ​ມີ​ອຸດ­ສາ­ຫະ­ກຳ​ມີ​ຄວາມ​ປອດ​ໄພ ແລະ ມີ​ປະ­ສິດ­ທິ­ພາບ​ຫຼາຍ​ຂຶ້ນ ແຕ່​ການ​ຂຸດ​ຄົ້ນ​ດັ່ງ­ກ່າວ​ກໍ່​ຍັງ​ເຮັດ​ໃຫ້​ພື້ນ​ທີ່​ປ່າ­ໄມ້​ທີ່​ກວ້າງ​ໃຫຍ່​ເຊື່ອມ​ໂຊມ​ລົງ​ໄດ້ ການ​ຂຸດ​ຄົ້ນ​ບໍ່​ແຮ່​ຂະ­ໜາດ​ນ້ອຍ​ກໍ​ມີ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ​ໂດຍ​ການ​ຈຳ­ກັດ ການ​ນຳ​ໃຊ້​ທີ່​ດິນ​ທຳ​ການ​ຜະ­ລິດ ແລະ ການ​ປະ­ມົງ​ເນື່ອງ​ຈາກ​ການ​ຂຸດ​ຄົ້ນ ຫຼື ການ​ປົນ​ເປື້ອນ​ສານ​ບາ­ຫຼອດ ໂຄງ­ການ​ຂະ­ໜາດ​ກາງ​ອື່ນໆ.

ອີກ​ດ້ານ​ໜຶ່ງ​ການ​ຂະ­ຫຍາຍ­ຕົວ​ຂອງ​ຕົວ​ເມືອງ ແລະ ຮູບ​ແບບ​ການ​ບໍ­ລິ­ໂພກ​ໄດ້​ສົ່ງ​ຜົນ​ໃຫ້­ການ​ຜະ­ລິດ​ຂີ້​ເຫຍື້ອ​ເພີ່ມ​ຂຶ້ນ ໂດຍ​ສະ­ເລ່ຍ​ການ​ສ້າງ​ຂີ້​ເຫຍື້ອ​ໃນ​ຕົວ​ເມືອງ​ຫຼາຍ​ກິ​ໂລ​ຕໍ່​ຫົວ​ຄົນ​ຕໍ່​ວັນ ເຊິ່ງ​ວິ­ທີ​ຫຼັກ​ໃນ​ການ​ກຳ­ຈັດ​ຂີ້​ເຫຍື້ອ​ເຫຼົ່າ​ນີ້​ແມ່ນ​ການ​ນຳ​ໃຊ້​ສະ­ໜາມ​ຝັງ​ຂີ້​ເຫຍື້ອ ນອກ­ຈາກ​ນັ້ນ ກໍ​ຍັງ​ມີ​ການ​ຈູດ​ຂີ້​ເຫຍື້ອ​ຕາມ​ສະ­ຖານ­ທີ່​ຫວ່າງ​ເປົ່າ ການ​ຖິ້ມ​ຂີ້​ເຫຍື້ອ​ໃນ​ຊຸມ​ຊົນ​ແມ່ນ​ຂາດ​ການ​ບໍ­ລິ­ຫານ​ຈັດ­ການ​ທີ່​ດີ ບາງ​ແຫ່ງ​ກໍ​ທຳ​ການ​ຈູດ​ຂີ້​ເຫຍື້ອ ຫຼື ຖີ້ມ​ຂີ້​ເຫຍື້ອ​ແບບ​ຊະ­ຊາຍ​ຢູ່​ຕາມ​ສະ­ຖານ­ທີ່​ເປົ່າ​ຫວ່າງ ຮ່ອງ­ນ້ຳ ຫຼື ແມ່­ນ້ຳ​ຕ່າງໆ​ລວມ​ທັງ​ຂີ້​ເຫຍື້ອ​ອັນ­ຕະ­ລາຍ​ເຊັ່ນ: ຖ່ານ​ໄຟ​ສາຍ ກະ​ປ໋ອງ​ສີ ແລະ ປ໋ອງ​ສະ​ເປ​ຕ່າງໆ​ກໍ​ຖີ້ມ​ປະ​ປົນ​ກັບ​ຂີ້​ເຫຍື້ອ​ທົ່ວ​ໄປ ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ໄຫຼ​ຊຶມ​ຂອງ​ນ້ຳ​ທີ່​ອາດ​ເກີດ​ຂຶ້ນ​ຕໍ່​ກັບ​ທີ່​ດິນ ແຫຼ່ງ​ນ້ຳ​ເທິງ​ໜ້າ­ດິນ ແລະ ນ້ຳ​ບາ​ດານ.

ເຖິງ​ແມ່ນ​ວ່າ​ປະ­ເທດ​ລາວ​ມີ​ຊັບ­ພະ­ຍາ­ກອນ​ນ້ຳ​ຢ່າງ​ຫຼວງ­ຫຼາຍ ການ​ພັດ­ທະ­ນາ​ດ້ານ​ເສດ­ຖະ­ກິດ​ທີ່​ໄວ­ວາ ໂຄງ­ການ​ຂຸດ​ຄົ້ນ​ຊັບ­ພະ­ຍາ­ກອນ​ຕ່າງໆ ແລະ ການ​ປ່ຽນ­ແປງ​ຂອງ​ສະ­ພາບ​ອາ­ກາດ​ໄດ້​ສົ່ງ​ຜົນ​ກະ­ທົບ​ຕໍ່​ການ​ໄຫຼ​ວຽນ​ຂອງ​ນ້ຳ ແລະ ຄວາມ​ໝັ້ນ­ຄົງ​ທາງ­ນ້ຳ ເປັນ­ຕົ້ນ ແມ່ນ​ຜົນ​ກະ­ທົບ​ຂອງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ໄດ້​ເຮັດ​ໃຫ້​ເກີດ​ມີ​ນ້ຳ​ຖ້ວມ​ໃນ​ພື້ນ​ທີ່​ຕົ້ນ​ນ້ຳ ການ​ປ່ຽນ­ແປງ​ທາງ​ໄຫຼ​ຂອງ​ນ້ຳ ຄວາມ​ຂຸ່ນ​ຂອງ​ນ້ຳ ແລະ ຈຳ­ນວນ​ຕະ​ກອນ​ໃນ​ເຂດ​ລ້ອງ ຕໍ່​ກັບ​ຜົນ​ກະ­ທົບ​ດັ່ງ­ກ່າວ ໄດ້​ສົ່ງ​ຜົນ​ຕໍ່​ການ​ສູນ​ເສຍ​ຊີ­ວະ​ນາໆພັນ​ອີກ​ດ້ວຍ.

error: Content is protected !!