ເອັມຊີຟາມ ຜູ້ປະກອນການລ້ຽງສັດ ສາມາດເຂົ້າຫາແຫຼ່ງທຶນອັດຕາດອກເບ້ຍ 3% ຕໍ່ປີ

    ບໍລິສັດ ເອັມຊີຟາມ ຈຳກັດຜູ້ດຽວ ເຊິ່ງເປັນຟາມລ້ຽງສັດ ຕັ້ງຢູ່ບ້ານຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ ເປັນໜຶ່ງໃນຜູ້ປະກອບກິດຈະການຢູ່ແຂວງຈໍາປາສັກ ທີ່ສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍ 3% ຕໍ່ປີ ໂດຍຜ່ານການກູ້ຢືມຈາກທະນາຄານພັດທະນາລາວ ເພື່ອຂະຫຍາຍກິດຈະການ. 

    ທ່ານນາງ ວິໄລພອນ ແກ້ວວິລະວັນ ເຈົ້າຂອງກິດຈະການ ໄດ້ເລົ່າໃຫ້ຟັງວ່າ: ຕົນເອງເລີ່ມຕົ້ນທຸລະກິດນີ້ແຕ່ປີ 2016 ຈຸດເລີ່ມຕົ້ນຂອງທຸລະກິດນີ້ ແມ່ນຈາກການໄປເບິ່ງຟາມລ້ຽງແບ້ທີ່ໃຫຍ່ຟາມໜຶ່ງ ຢູ່ບ້ານຫຼັກ 12 ແລະ ເຫັນວ່າ ການລ້ຽງແບ້ທີ່ຄົບວົງຈອນຢູ່ແຂວງຈຳປາສັກ ຍັງມີໜ້ອຍຫຼາຍ ແຕ່ຄວາມຕ້ອງການແບ້ແມ່ນຍັງມີຫຼາຍ ສະນັ້ນ ຈຶ່ງຕັດສິນໃຈເລີ່ມຕົ້ນທຸລະກິດນີ້ ໂດຍພື້ນຖານຄອບຄົວຂອງຂ້າພະເຈົ້າແມ່ນເຮັດການປູກກາເຟແຕ່ປີ 1980 ແຕ່ຍ້ອນທຸລະກິດປູກກາເຟມີຄູ່ແຂ່ງຫຼາຍຂຶ້ນ ແລະ ລາຍຮັບບໍ່ໄດ້ດີຄືອະດີດທີ່ຜ່ານມາ ຈຶ່ງຫັນມາເຮັດທຸລະກິດເສີມຄື: ຜະລິດສົ້ມໝູ ໄສ້ກອກ ໝ້ຳ ຍີ່ຫໍ້ເອັມຊີ ເຊິ່ງເປັນທຸລະກິດທີ່ສ້າງລາຍຮັບສູງສົມຄວນ ໃນແຕ່ລະມື້ສາມາດຜະລິດສົ້ມໝູໄດ້ 30 ກິໂລ ແລະ ຜະລິດໄສ້ກອກ ແລະ ໝ້ຳໄດ້ 10-20 ກິໂລ ຕໍ່ມື້. 

    ຫຼັງຈາກພໍມີລາຍໄດ້ ຈຶ່ງລິເລີ່ມທຸລະກິດຟາມແບ້ ເຊິ່ງຜ່ານມາ ເຄີຍເຂົ້າຮ່ວມກອງປະຊຸມເຜີຍແຜ່ກ່ຽວກັບບ້ວງສິນເຊື່ອ 200 ຕື້ກີບຈາກລັດຖະບານ ໃນອັດຕາດອກເບ້ຍ 3% ຕໍ່ປີ ທີ່ຈັດໂດຍສະພາການຄ້າ ແລະ ອຸດສາຫະກໍາແຂວງ ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ເຂົ້າຫາທະນາຄານເພື່ອສະເໜີຂໍສິນເຊື່ອບ້ວງນີ້ ເນື່ອງຈາກວ່າທຸລະກິດຂອງຂ້າພະເຈົ້າຄົບເງື່ອນໄຂຂອງສິນເຊື່ອບ້ວງນີ້ ຍັງແຕ່ການຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ເຊິ່ງທາງທະນາຄານໄດ້ໃຫ້ເວລາລູກຄ້າ 1 ປີ ໃນການເຂົ້າລະບົບການຖືບັນຊີໃຫ້ຖືກຕ້ອງຕາມລະບຽບການ. ພິເສດເພິ່ນມີລາຍຮັບຫຼາຍທາງ ສະນັ້ນ ຈຶ່ງໄດ້ຮັບການອະນຸມັດສິນເຊື່ອຈາກທະນາຄານພັດທະນາລາວ ຈຳນວນ 300 ລ້ານກີບ ເພື່ອເປັນທຶນໝູນວຽນໃນການຂະຫຍາຍຟາມ ຊື້ພັນສັດ ແລະ ຄ່າໃຊ້ຈ່າຍໃນການລ້ຽງແບ້ ຫຼັງຈາກໄດ້ຮັບເງິນກູ້ມາຂະຫຍາຍທຸລະກິດ ເຮັດໃຫ້ທຸລະກິດເອັມຊີຟາມມີການຂະຫຍາຍພັນແບ້ເພີ່ມຂຶ້ນ ເພາະໄດ້ຊື້ພໍ່ພັນ ແລະ ແມ່ພັນເຂົ້າເພີ່ມຕື່ມ 30 ໂຕ ສ້າງຄອກແບ້ເພີ່ມອີກ 1 ຫຼັງ ລວມເປັນ 4 ຫຼັງ ຄອກງົວ 1 ຫຼັງ ລວມເປັນ 2 ຫຼັງ ແລະ ໄດ້ກໍ່ສ້າງເສົາຮົ້ວຕື່ມ. 

    ສໍາລັບການລ້ຽງແບ້ ແມ່ນລ້ຽງ 5 ເດືອນຈຶ່ງໄດ້ຂາຍເທື່ອໜຶ່ງ ແລະ ມີລູກຄ້າມາຮັບຊື້ເຖິງຟາມ ເຊິ່ງໃນອະນາຄົດ ມີແຜນຢາກຂະຫຍາຍພັນແບ້ໃຫ້ໄດ້ 500 ໂຕ ປັດຈຸບັນ ເອັມຊີຟາມ ມີແບ້ຈຳນວນ 70 ໂຕ ແລະ ງົວຈຳນວນ 14 ໂຕ ໃນເນື້ອທີ່ລ້ຽງສັດ 1 ເຮັກຕາ ແລະ ຍັງມີເນື້ອທີ່ສວນຫຍ້າອີກ 5 ເຮັກຕາ ເຖິງວ່າຜູ້ປະກອບກິດຈະການລາຍນີ້ຈະສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າແລ້ວ ແຕ່ຍັງຕ້ອງການການຊ່ວຍເຫຼືອດ້ານວິຊາການ  ໂດຍສະເພາະຈາກຂະແໜງກະສິກຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດປະສຸສັດຕ່າງໆ ພ້ອມນັ້ນ ກໍສະເໜີພາກລັດຊ່ວຍຊອກຕະຫຼາດ ແລະ ໂຄສະນາສິນຄ້າຊ່ວຍ.

                # ຂ່າວ & ພາບ: ສີພອນ

error: Content is protected !!