ຍຸກອອນລາຍ-ຄຸນປະໂຫຍດ ແລະ ອັນຕະລາຍ

ໃນ​ຍຸກ​ສັງຄົມ​ອອນ​ລາຍ​ນີ້ ຄົນ​ເຮົາ​ໄດ້​ຮັບ​ຄວາມ​ສະດວກ​ສະບາຍ​ນາໆ​ປະການ​ໃນ​ຊີວິດ ກໍ​ຄື ການເຄື່ອນໄຫວ ແຕ່​ພ້ອມ​ດຽວ​ກັນ​ກໍ​ມີ​ບັນຫາ ແລະ ສິ່ງ​ທ້າ​ທາຍເປັນ​ເງົາ​ຕາມ​ຕົວ​ມາ ດັ່ງນັ້ນ ຈຳເປັນ​ຈະ​ຕ້ອງ​ໄດ້​ສ້າງ​ລະບົບ​ລະບຽບ ກໍ​ຄື ມາດ​ຕະການ​ທາງ​ດ້ານ​ກົດໝາຍ​ ເພື່ອ​ຄຸ້ມ​ຄອງ​ສື່​ສັງຄົມ​ອອນ​ລາຍ​ໃນ​ຍຸກ​ດີ​ຈີ​ຕອນ​ນີ້ ດັ່ງ​ຈະ​ຍົກ​ບົດຮຽນ​ຈາກ​ຝຣັ່ງ ແລະ ຈີນ​ມາ​ເລົ່າ​ສູ່​ຟັງ.

ທີ່ ຝຣັ່ງ: ໃນ​ລະຫວ່າງ​ກາງ​ເດືອນ​ພະຈິກ ປີ 2020 ທາງ​ການ​ຂອງ​ປະເທດ​ຝຣັ່ງ ​ໄດ້​ສະເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ສະບັບ​ໃໝ່ ​ທີ່​ມີ​ການ​ກຳນົດ​ຫ້າມ​ເຜີຍແຜ່​ພາບ​ທີ່​ມີ​ເນື້ອ​ໃນ​ໃສ່​ຮ້າຍ​ປ້າຍ​ສີ​ເຈົ້າ​ໜ້າທີ່ ທີ່​ກຳລັງ​ປະຕິບັດ​ວຽກ​ງານ ຈຸດປະສົງ​ຕົ້ນຕໍ​ຂອງ​ກົດໝາຍ ແມ່ນ​ເພື່ອ​ປົກ​ປ້ອງ​ເຈົ້າ​ໜ້າທີ່​ຕຳຫຼວດ​ຈາກ​ການ​ໂຈມ​ຕີ​ທາງ​ອອນ​ລາຍ ມາດ​ຕະການ 24 ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ໄດ້​ກຳນົດ​ຄວາມ​ຜິດ​ທາງ​ອາຍາ ດ້ວຍ​ໂທດ​ຈຳ​ຄຸກ 1 ປີ ແລະ ປັບ​ໃໝ​ເປັນ​ເງິນ 45 ພັນ​ເອີ​ໂຣ (ປະມານ 486 ລ້ານ​ກວ່າ​ກີບ) ຕໍ່​ຜູ້​ເຜີຍແຜ່​ພາບ​ທີ່​ມີ​ເປົ້າ​ໝາຍ​ທຳລາຍ ສ້າງ​ພາບ​ພົດ​ບໍ່​ດີ ຫຼື ສ້າງ​ຄວາມ​ກະທົບກະເທືອນ​ທາງ​ດ້ານ​ຮ່າງກາຍ ແລະ ຈິດໃຈ​ແກ່​ເຈົ້າ​ໜ້າທີ່​ຕຳຫຼວດ ພິເສດ ກົດໝາຍ​ຍັງ​ໄດ້​ອະນຸຍາດ​ໃຫ້​ເຜີຍແຜ່​ຮູບ​ພາບ​ທີ່​ບັນທຶກ​ດ້ວຍ​ກ້ອງ​ຕິດ​ຕົວ ​ຂອງ​ຕຳຫຼວດ​ເວລາ​ປະຕິບັດ​ໜ້າທີ່ ທັງ​ນີ້​ກໍ​ເພື່ອ​ສົມ​ທຽບ​ກັບ​ພາບ​ທີ່​ຖືກ​ເຜີຍແຜ່​ທາງ​ສື່​ສັງຄົມ​ອອນ​ລາຍ ເພາະວ່າ​ພາບ​ທີ່​ຖືກ​ເຜີຍແຜ່​ນັ້ນ ມັກ​ຖືກ​ຕັດ​ຕໍ່​ດັດແປງ​ເພື່ອ​ບິດ​ເບືອນ​ຄວາມ​ຈິງ ເຮັດ​ໃຫ້​ປະຊາຊົນ​ເຫັນ​ການ​ປະຕິບັດ​ງານ​ຂອງ​ເຈົ້າ​ໜ້າທີ່​ຜິດ​ໄປ​ຈາກ​ຄວາມ​ເປັນ​ຈິງ ແນວໃດ​ກໍ​ດີ ຮ່າງ​ກົດໝາຍ​ສະບັບ​ນີ້​ ກໍ​ໄດ້​ປະ​ເຊີນ​ກັບ​ສຽງ​ຄັດຄ້ານ​ວ່າ ເປັນ​ກົດໝາຍ​ທີ່​ລະເມີດ​ສິດທິ​ເສລີພາບ ​ໃນ​ການ​ລາຍ​ງານ​ຂ່າວ.

ທີ່ ​ສປ ຈີນ: ການ​ຊື້-ຂາຍ​ສິນຄ້າ ກໍ​ຄື ການ​ໃຊ້​ບໍລິການ​ຕ່າງໆ​ຜ່ານ​ອອນ​ລາຍ​ນັ້ນ ໄດ້​ກາຍເປັນ​ກະແສ​ມາ​ແຮງ​ໃນ​ສັງຄົມ​ຈີນ ຊຶ່ງ​ກໍ​ບໍ່​ເປັນ​ເລື່ອງ​ແປກ ເພາະວ່າ ​ສປ ຈີນ ແມ່ນ​ໜຶ່ງ​ໃນ​ບັນດາ​ປະເທດ​ຫົວ​ແຖວ​ທີ່​ບຸກເບີກ​ ລະບົບ​ການ​ຄ້າຂາຍ​ໃນ​ຍຸກ​ດີ​ຈີ​ຕອນ ກຳລັງ​ທີ່​ຊ່ວຍ​ຂັບ​ເຄື່ອນ​ການ​ຄ້າຂາຍ​ຜ່ານ​ລະບົບ​ອອນ​ລາຍ​ນີ້ ກໍ​ແມ່ນ​ການ​ຖ່າຍ​ທອດ​ສົດ​ເພື່ອ​ໂຄສະນາ​ສິນຄ້າ ກໍ​ຄື ການ​ບໍລິການ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ໄຮ້​ກົນອຸບາຍ​ຕົວະ​ຍົວະ​ຫຼອກ​ລວງ​ໃນ​ການ​ໂຄສະນາ​ດັ່ງກ່າວ ທາງ​ການ​ຈີນ ​ຈຶ່ງ​ໄດ້​ສ້າງ​ຮ່າງ​ກົດໝາຍ​ຄວບ​ຄຸມ​ການ​ຂາຍ​ສິນຄ້າ​ອອນ​ລາຍ​ ໂດຍ​ຜ່ານ​ວິທີ​ການ​ຖ່າຍ​ທອດ​ສົດ ໃນ​ຕົ້ນ​ເດືອນ​ພະຈິກ 2020 ຮ່າງ​ກົດໝາຍ​ນີ້ ມີ​ຈຸດປະສົງ​ຕົ້ນຕໍ​ຢູ່ 2 ປະການ​ຄື: ໜຶ່ງ: ເພື່ອ​ຍົກ​ມາດຕະຖານ​ຄວາມ​ປອດ​ໄພ​ໃຫ້​ຜູ້​ບໍລິໂພກ​ທາງ​ອອນ​ລາຍ ແລະ ສອງ: ເພື່ອ​ສ້າງ​ຄວາມ​ເຊື່ອ​ຖື​ໃຫ້​ແກ່​ບັນດາ​ຜູ້​ປະກອບ​ການ-ການ​ຄ້າ​ທາງ​ອອນ​ລາຍ ​ດ້ວຍ​ວິທີ​ຖ່າຍ​ທອດ​ສົດ​ໃຫ້​ພວກ​ເຂົາເຈົ້າ​ມີ​ຄວາມ​ເປັນ​ອິດສະຫຼະ ​ໃນ​ການ​ພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣ​ນິກ​ຊັ້ນ​ນຳ​ນີ້​ຫຼາຍ​ຂຶ້ນ ຮ່າງ​ກົດໝາຍ​ໄດ້​ກຳນົດ​ຢ່າງ​ຈະແຈ້ງ​ ໃຫ້​ຜູ້​ຂາຍ​ສິນຄ້າ​ອອນ​ລາຍ​ຕ້ອງ​ລົງທະບຽນ​ດ້ວຍ​ຊື່ ແລະ ນາມສະກຸນ​ຈິງ​ໃນ​ໂລກ​ອອນ​ລາຍ ພ້ອມ​ກັບ​ເອກະສານ​ຢັ້ງຢືນ​ຄະແນນ​ຄວາມ​ໜ້າ​ເຊື່ອ​ຖື​ ເພື່ອ​ໃຫ້​ມີ​ຄວາມ​ສາມາດ​ກວດ​ສອບ​ໄດ້ ທັງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ຜູ້​ຂາຍ​ສິນຄ້າ​ຕົວະ​ຕົ້ມ ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ສິນຄ້າ ກໍ​ຄື ການ​ບໍລິການ​ດ້ວຍ​ວິທີ​ປອມ​ແປງ​ຈຳນວນ​ຄວາມ​ນິຍົມ​ຊົມ​ຊອບ​ສິນຄ້າ​ຂອງ​ຕົນ​ຈາກ​ລູກ​ຄ້າ ແລະ ອື່ນໆ ພ້ອມ​ດຽວ​ກັນ​ນັ້ນ ກົດໝາຍ​ຍັງ​ໄດ້​ສົ່ງເສີມ​ໃຫ້​ຄະແນນ​ຄວາມ​ໜ້າ​ເຊື່ອ​ຖື ​ຕໍ່​ລະບົບ​ການ​ຂາຍ​ສິນຄ້າ​ອອນ​ລາຍ ​ເປັນ​ປະໂຫຍດ​ຕໍ່​ການ​ພັດທະນາ​ລະບົບ​ດັ່ງກ່າວ.

error: Content is protected !!