5 ວັນ ທົ່ວປະເທດມີອຸບັດເຫດເກີດຂຶ້ນ 200 ກວ່າກໍລະນີ ເສຍຊີວິດ 30 ກວ່າຄົນ

    ນັບແຕ່ວັນທີ 29 ທັນວາ 2020 ຫາວັນທີ 2 ມັງກອນ 2021 ເຊິ່ງເປັນໄລຍະຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2021 ແລະ ເປັນໄລຍະ 5 ວັນອັນຕະລາຍ ຂອງຄົນໃຊ້ລົດໃຊ້ຖະໜົນ ທີ່ເຈົ້າໜ້າທີ່ຕຳຫຼວດຈະລາຈອນທົ່ວປະເທດຕ້ອງໄດ້ເອົາໃຈໃສ່ເປັນພິເສດໃນການປະຕິບັດໜ້າທີ່ຂອງຕົນ ໂດຍການຕັ້ງຈຸດກວດກາທາດເຫຼົ້າ ຈຸດຄວບຄຸມຄວາມໄວ ແລະ ກວດກາອື່ນໆ ເພື່ອຫຼຸດຜ່ອນບັນຫາການເກີດອຸບັດເຫດທາງຖະໜົນ ທີ່ເຮັດໃຫ້ມີຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫຼວງຫຼາຍໃນໄລຍະດັ່ງກ່າວນີ້. 

    ຈາກຂໍ້ມູນຂອງກົມຕຳຫຼວດຈະລາຈອນ ຊາບວ່າ: ຕະຫຼອດໄລຍະ 5 ວັນຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2021 ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 217 ກໍລະນີ ມີຜູ້ເສຍຊີວິດຈຳນວນ 36 ຄົນ ຍິງ 5 ຄົນ ມີພາຫະນະເປ່ເພທັງໝົດ 376 ຄັນ ໃນນີ້ ເປ່ເພເລັກໜ້ອຍ 186 ຄັນ ສົມຄວນ 183 ຄັນ ໃຊ້ການບໍ່ໄດ້ 7 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 342 ຄົນ ໃນນີ້ ບາດເຈັບເລັກໜ້ອຍ 169 ຄົນ ສົມຄວນ 133 ຄົນ ສາຫັດ 40 ຄົນ. 

    ຈາກຕົວເລກຂອງຄົນເສຍຊີວິດ ນະຄອນຫຼວງວຽງຈັນ 7 ຄົນ ແຂວງຜົ້ງສາລີ 0 ຄົນ ອຸດົມໄຊ 2 ຄົນ ຫຼວງນ້ຳທາ 1 ຄົນ ບໍ່ແກ້ວ 3 ຄົນ ໄຊຍະບູລີ 1 ຄົນ ຫຼວງພະບາງ 4 ຄົນ ຫົວພັນ 1 ຄົນ ຊຽງຂວາງ 0 ຄົນ ໄຊສົມບູນ 0 ຄົນ ວຽງຈັນ 4 ຄົນ ບໍລິຄຳໄຊ 2 ຄົນ ຄຳມ່ວນ 3 ຄົນ ສະຫວັນນະເຂດ 2 ຄົນ ສາລະວັນ 2 ຄົນ ຈຳປາສັກ 2 ຄົນ ເຊກອງ 1 ຄົນ ແລະ ແຂວງອັດຕະປື 1 ຄົນ.

                # ຂ່າວ & ພາບ : ຊິລິການດາ

error: Content is protected !!