ຈີນເລັ່ງພັດທະນາໂລກອິນເຕີເນັດໃໝ່ ທີ່ປິດໂອກາດການເຊື່ອງຕົວຕົນຂອງຜູ້ໃຊ້ງານ

ຈີນ​ກຳ­ລັງ​ເລັ່ງ​ພັດ­ທະ­ນາ​ລະ­ບົບ​ອິນ​ເຕີ​ເນັດ​ໃຫ້​ເປິດ​ກວ້າງ ໃຊ້​ງານ​ໄດ້​ວ່ອງ­ໄວ​ຂຶ້ນ ບໍ່​ຈຳ­ກັດ​ຈຳ­ນວນ​ຂອງ​ອຸ­ປະ­ກອນ ແລະ ປິດ​ໂອ­ກາດ​ບໍ່​ໃຫ້​ຜູ້​ໃຊ້​ງານ​ປິດ​ບັງ​ຕົວ​ຕົນ​ໄດ້​ອີກ​ຕໍ່​ໄປ.

ລາຍ​ງານ​ທີ່​ອ້າງ​ຂໍ້​ມູນ​ຈາກ​ສຳ­ນັກ​ຂ່າວ ຊິນ​ຮວາ ຂອງ​ຈີນ ລະ­ບຸ​ວ່າ ໜ່ວຍ​ງານ​ດ້ານ​ອິນ​ເຕີ​ເນັດ​ຊັ້ນ​ແນວ​ໜ້າ​ຫຼາຍ​ບໍ­ລິ­ສັດ​ຂອງ​ຈີນ ກຳ­ລັງ​ເຝົ້າ​ລໍ­ຄອຍ​ການ​ເປີດ​ຕົວ​ອິນ​ເຕີ​ເນັດ​ໂປຣ​ໂຕ​ຄອລ (Internet Protocol -IP) ໃໝ່​ສຳ­ລັບ​ການ​ໃຊ້​ງານ​ທົ່ວ​ໂລກ​ທີ່​ໃຫຍ່​ກວ່າ ແລະ ໄວ​ກວ່າ​ທີ່​ມີ​ຢູ່​ໃນ​ປັດ­ຈຸ­ບັນ ທັງ​ຍັງ​ປິດ​ໂອ­ກາດ​ທີ່​ຜູ້​ໃຊ້​ງານ​ຈະ​ປົກ​ປິດ​ຕົວ​ຕົນ​ດ້ວຍ.

ເຕັກ​ໂນ​ໂລ​ຊີ​ນີ້ ມີ​ຊື່​ເອີ້ນ​ວ່າ IPv6 ເຊິ່ງ​ເປັນ​ໂຄງ​ສ້າງ​ໂລກ​ອິນ​ເຕີ​ເນັດ ທີ່​ຈະ​ອະ­ນຸ­ຍາດ​ໃຫ້​ອຸ­ປະ­ກອນ​ເອ​ເລັກ​ໂຕຣ​ນິກ​ນັບ​ລ້ານ​ລ້ານ​ຊິ້ນ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ ໂດຍ​ແຕ່​ລະ​ອຸ­ປະ­ກອນ​ຈະ​ມີ​ເລກ​ທີ່­ຢູ່​ໄອ​ພີ ຫຼື IP Address ສະ­ເພາະ​ຕົວ​ດ້ວຍ.

ລະ­ບົບ​ອິນ​ເຕີ​ເນັດ​ທີ່​ໃຊ້​ໃນ​ປັດ­ຈຸ­ບັນ​ນັ້ນ ຄື IPv4 ຫຼື ເວີ​ຊັ່ນ​ທີ 4 ເຊິ່ງ​ເປິດ​ຕົວ​ມາ​ຕັ້ງ­ແຕ່​ໄລ­ຍະ​ປີ​ທີ 1990 ແລະ ມີ​ເລກ​ທີ່­ຢູ່​ໄອ​ພີ​ພຽງ​ປະ­ມານ 4.300 ລ້ານ​ເລກ​ເທົ່າ​ນັ້ນ ກ່ອນ​ທີ່​ຄົນ​ທົ່ວ​ໂລກ​ຈະ​ເຂົ້າ​ເຖິງ​ອິນ​ເຕີ​ເນັດ​ໄດ້​ຫຼາຍ​ຂຶ້ນ ຜ່ານ​ອຸ­ປະ­ກອນ​ຄອມ​ພິວ​ເຕີ​ສ່ວນ​ບຸກ­ຄົນ ສະ­ມາດ​ໂຟນ ຄອມ​ພິວ​ເຕີ ແທບ​ເລັດ ແລະ ອຸ­ປະ­ກອນ​ອັດ​ສະ​ລິ​ຍະ​ທັງ­ຫຼາຍ​ທີ່​ມີ​ໃຊ້​ກັນ​ຢ່າງ​ກວ້າງ­ຂວາງ​ໃນ​ເວ­ລາ​ນີ້.

ວິ­ສະ­ວະ­ກອນ​ດ້ານ​ຄອມ​ພິວ​ເຕີ ສະ­ເໜີ​ແຜນ​ພັດ­ທະ­ນາ​ລະ­ບົບ​ອິນ​ເຕີ​ເນັດ​ໃໝ່​ມາ​ຕັ້ງ­ແຕ່​ເມື່ອ​ປີ 1998 ກ່ອນ​ທີ່​ອົງ​ກອນ Internet Engineering Task Force (IETF) ເຊິ່ງ​ຮັບ­ຜິດ­ຊອບ​ການ​ຈັດ​ມາດ­ຕະ­ຖານ​ອິນ​ເຕີ​ເນັດ ຈະ​ເປີດ​ຕົວ​ຂໍ້​ກຳ­ນົດ​ໃນ​ການ​ຕິດ­ຕໍ່​ສື່­ສານ​ລະ ຫວ່າງ​ອຸ­ປະ­ກອນ​ສຳ­ລັບ​ລະ­ບົບ IPv6 ເຊິ່ງ​ເອື້ອ​ໃຫ້​ມີ​ການ​ໃຊ້​ອຸ­ປະ­ກອນ​ເຊື່ອມ​ຕໍ່​ຫຼາຍ​ຂຶ້ນ​ແບບ​ກ້າວ​ກະ­ໂດດ.

ແລະ ເນື່ອງ​ຈາກ IPv6 ຈະ​ບໍ່​ມີ​ຂໍ້​ຈຳ­ກັດ ເລື່ອງ​ເລກ​ທີ່­ຢູ່​ໄອ​ພີ ລັດ­ຖະ­ບານ​ຈີນ​ຈຶ່ງ​ພິ­ຈາ­ລະ­ນາ​ທີ່​ຈະ​ສ້າງ​ເລກ​ທີ່­ຢູ່​ສະ­ເພາະ ແລະ ບໍ່​ຊ້ຳ​ກັບ​ໃຜ​ໃນ​ໂລກ​ໃຫ້​ກັບ​ປະ­ຊາ­ຊົນ​ແຕ່​ລະ ຄົນ ປຽບ​ເໝືອນ​ຕົວ​ເລກ​ປະ­ຊາ­ຊົນ​ອອນ ລາຍ​ແລ້ວ.

ທ່ານ ຫວູ ເອີ່​ສວນ ປະ­ທານ​ກຸ່ມ Internet Society of China ແລະ ຄອງ​ຕຳ­ແໜ່ງ​ຜູ້­ອຳ­ນວຍ­ການ​ໂຄງ­ການ China Next Generation Internet ໃຫ້​ຄວາມ​ເຫັນ​ວ່າ ຄວາມ​ສຳ­ເລັດ​ໃນ​ດ້ານ​ນີ້ ຈະ​ເຮັດ​ໃຫ້​ຈີນ​ສາ­ມາດ​ລະ­ບຸ​ຕົວ​ຕົນ​ຜູ້​ໃຊ້​ງານ​ອິນ​ເຕີ​ເນັດ​ໄດ້​ງ່າຍ​ຂຶ້ນ ເຊິ່ງ​ເປັນ​ສິ່ງ​ທີ່​ນັກ​ວິ­ເຄາະ​ນອກ​ປະ­ເທດ​ຈີນ​ເບິ່ງ​ວ່າ ເປັນ​ຈຸດ​ທີ່​ເຮັດ​ໃຫ້​ຜູ້­ນຳ​ຈີນ​ສົນ­ໃຈ​ການ​ເລັ່ງ​ພັດ­ທະ­ນາ​ລະ­ບົບ ນີ້​ຢ່າງ​ສູງ ແລະ ຍົກ​ແຜນ​ງານ​ນີ້​ໃຫ້​ເປັນ​ເລື່ອງ​ເລັ່ງ​ດ່ວນ​ລະ­ດັບ​ຊາດ​ໄປ​ແລ້ວ.

ໂດຍ​ສະ­ເພາະ ຢ່າງ​ຍິ່ງ ເມື່ອ​ລະ­ບົບ​ໃໝ່​ນີ້​ຈະ​ເຮັດ​ໃຫ້­ການ​ໃຊ້​ງານ VPN ຫຼື Virtual Private Network ຫຼື ຊອຟ​ແວຣ໌ທີ່​ຖືກ​ສ້າງ​ຂຶ້ນ​ມາ​ເພື່ອ​ປົກ​ປ້ອງ​ຄວາມ​ເປັນ​ສ່ວນ ຕົວ ທີ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ຈຳ­ນວນ​ຫຼາຍ​ໃຊ້ ເພື່ອ​ຫຼົບ​ຫຼີກ​ການ​ເຊັນ​ເຊີ ຫຼື ປິດ​ກັ້ນ​ລະ­ບົບ​ໃນ​ບາງ​ພື້ນ​ທີ່​ເກືອບ​ເປັນ​ໄປ​ບໍ່​ໄດ້​ອີກ​ຕໍ່​ໄປ.

error: Content is protected !!