ອາຫານແຊ່ແຂງ ກິນແນວໃດໃຫ້ປອດໄພ

ໃນ​ຍຸກ​ທີ່​ການ​ໃຊ້​ຊີ­ວິດ​ເລັ່ງ​ດ່ວນ​ແບບ​ໃນ​ປັດ­ຈຸ­ບັນ​ນີ້ ເຮັດ​ໃຫ້​ຫຼາຍ​ຄົນ​ອາດ​ຈະ​ບໍ່​ມີ​ເວ­ລາ​ເຂົ້າ​ຄົວ ລົງ­ມື​ເຮັດ​ອາ­ຫານ​ຮັບ​ປະ­ທານ​ເອງ ດັ່ງ­ນັ້ນ ອາ­ຫານ​ແຊ່​ແຂງ​ຈຶ່ງ​ເປັນ​ຕົວ​ເລືອກ​ທີ່​ໄດ້​ຮັບ​ຄວາມ​ນິ­ຍົມ​ຫຼາຍ​ຂຶ້ນ​ເລື້ອຍໆ ເນື່ອງ​ຈາກ​ຫາ​ຊື້​ງ່າຍ ອີກ​ທັງ​ຍັງ​ສາ­ມາດ​ເກັບ​ຮັກ­ສາ​ໃນ​ຕູ້­ເຢັນ​ໄດ້​ເປັນ​ເວ­ລາ​ດົນ​ນານ ແຖມ​ສະ­ດວກ​ວ່ອງ­ໄວ ເພາະ​ພຽງ​ແຕ່​ຕ້ອງ­ການ​ຮັບ​ປະ­ທານ​ເມື່ອ​ໃດ​ກໍ​ພຽງ​ຢິບ​ອອກ ມາ​ຈາກ​ຕູ້­ເຢັນ ແລ້ວ​ນຳ­ໄປ​ອຸ່ນ​ໃນ​ໄມ​ໂຄຣ​ເວ​ຟ ພຽງ​ບໍ່​ເທົ່າ­ໃດ​ນາ­ທີ​ກໍ​ສາ­ມາດ​ຮັບ​ປະ­ທານ​ໄດ້​ແລ້ວ ແຕ່​ຈະ​ວ່າ​ໄປ​ແລ້ວ ເຖິງ​ຈະ​ສະ­ດວກ​ພຽງ​ໃດ​ກໍ​ຕາມ ຫຼາຍ​ຄົນ​ກໍ​ອາດ​ຈະ​ຍັງ​ສົງ­ໄສ​ກັນ​ບໍ່​ໜ້ອຍ​ວ່າ ແລ້ວ​ຖ້າ​ຮັບ​ປະ­ທານ​ເລື້ອຍໆ​ລະ ຈະ​ປອດ​ໄພ​ອີ່­ຫຼີ​ບໍ ? ແລ້ວ​ຕ້ອງ​ເຮັດ​ຢ່າງ­ໃດ​ຈຶ່ງ​ປອດ​ໄພ​ລະ ? ມາ​ຫາ​ຄຳ​ຕອບ​ກັນ.

ອາ­ຫານ​ແຊ່​ແຂງ ຖື​ໄດ້​ວ່າ​ເປັນ​ການ​ຖະ­ໜອມ​ອາ­ຫານ​ຢ່າງ​ໜຶ່ງ ໂດຍ​ການ​ນຳ​ຜະ­ລິດ​ຕະ​ພັນ​ອາ­ຫານ​ທີ່​ຜ່ານ​ຂະ​ບວນ​ການ​ການ​ແປ​ຮູບ​ດ້ວຍ​ການ​ໃຫ້​ຄວາມ​ເຢັນ​ລະ­ດັບ​ເຢືອກ​ແຂງ ເພື່ອ​ໃຫ້​ຄົງ​ຄວາມ​ສົດ ແລະ ຮັກ­ສາ​ຄຸ­ນະ­ພາບ​ຂອງ​ອາ­ຫານ​ໃຫ້​ເກັບ​ໄດ້​ຍາວ​ນານ​ຫຼາຍ​ຍິ່ງ​ຂຶ້ນ ຊຶ່ງ​ຈະ​ມີ​ທັງ​ອາ­ຫານ​ແຊ່​ແຂງ​ສຳ­ເລັດ​ຮູບ​ທີ່​ສາ­ມາດ​ນຳ​ມາ​ອຸ່ນ​ດ້ວຍ​ໄມ​ໂຄຣ​ເວ​ຟ​ກິນ​ໄດ້​ເລີຍ ແລະ ອາ­ຫານ​ຊະ­ນິດ​ອື່ນ​ທີ່​ບໍ່​ແມ່ນ​ອາ­ຫານ​ແຊ່​ແຂງ​ສຳ­ເລັດ​ຮູບ ເຊັ່ນ: ຊີ້ນ​ສັດ​ແຊ່​ແຂງ ຜັກ​ແຊ່​ແຂງ ແລະ ໝາກ​ໄມ້​ແຊ່​ແຂງ ເປັນ­ຕົ້ນ.

ອາ­ຫານ​ແຊ່​ແຂງ​ເກັບ​ຮັກ­ສາ​ໄດ້​ຍາວ​ນານ​ພຽງ​ໃດ ອາ­ຫານ​ແຊ່​ແຂງ​ສຳ­ເລັດ​ຮູບ​ແຕ່​ລະ​ຊະ­ນິດ ມີ​ໄລ­ຍະ​ເວ­ລາ​ໃນ​ການ​ເກັບ​ຮັກ­ສາ​ທີ່​ແຕກ​ຕ່າງ​ກັນ ດັ່ງ­ນັ້ນ ກ່ອນ​ຊື້ ຫຼື ຮັບ​ປະ­ທານ​ຄວນ​ເບິ່ງ​ວັນ​ໝົດ​ອາ­ຍຸ​ກ່ອນ​ທຸກ​ຄັ້ງ.

ໄລ­ຍະ​ເວ­ລາ​ການ​ເກັບ​ອາ­ຫານ​ແຊ່​ແຂງ ຍົກ​ຕົວ­ຢ່າງ​ເຊັ່ນ:

– ອາ­ຫານ​ສຳ­ເລັດ​ຮູບ​ແຊ່​ແຂງ ເກັບ​ໄດ້ 3-4 ເດືອນ.

– ຊີ້ນ​ໝູ​ອົບ ແຮມ ແລະ ໄສ້­ກອກ ເກັບ​ໄດ້ 1-2 ເດືອນ.

– ຊຸບ ແລະ ອາ­ຫານ​ທີ່​ຜ່ານ​ການ​ຂ້ຽວ ເກັບ​ໄດ້ 2-3 ເດືອນ.

– ຊີ້ນ​ໝູ ຫຼື​ຊີ້ນ​ງົວ​ທີ່​ສຸກ​ແລ້ວ ເກັບ​ໄດ້ 2-3 ເດືອນ.

– ຊີ້ນ​ເປັດ​ໄກ່​ທີ່​ສຸກ​ແລ້ວ ເກັບ​ໄດ້ 4 ເດືອນ.

– ໄຂ່​ຂາວ ເກັບ​ໄດ້ 12 ເດືອນ.

ຄວາມ​ປອດ​ໄພ​ຂອງ​ອາ­ຫານ​ແຊ່​ແຂງ ອາ­ຫານ​ແຊ່​ແຂງ​ທີ່​ຖືກ​ເກັບ​ຮັກ­ສາ​ທີ່​ອຸນ­ຫະ­ພູມ 0 ອົງ­ສາ ແຊນ​ຢ່າງ​ຕໍ່​ເນື່ອງ ຈະ​ມີ​ຄວາມ​ປອດ​ໄພ​ຈາກ​ເຊື້ອ​ໂຣກ ເນື່ອງ​ຈາກ​ການ​ແຊ່​ແຂງ​ຈະ​ຊ່ວຍ​ຊະ​ລໍ​ການ­ເຄື່ອນ­ໄຫວ​ຂອງ​ໂມ­ລະ​ກຸນ ເຮັດ​ໃຫ້​ຈຸ​ລິນ​ຊີ​ພາຍ​ໃນ​ອາ­ຫານ​ຢຸດ​ຈະ­ເລີນ​ເຕີບ​ໂຕ​ຊົ່ວ­ຄາວ ແຕ່​ກໍ​ບໍ່​ໄດ້​ເຮັດ​ໃຫ້​ຕາຍ ເພາະ​ເມື່ອ​ອາ­ຫານ​ລະ­ລາຍ ຈຸ​ລິນ​ຊີ​ເຫຼົ່າ​ນີ້​ອາດ​ຈະ​ກັບ​ມາ​ເຄື່ອນ​ໄຫວ ແລະ ເພີ່ມ​ຈຳ­ນວນ​ຫຼາຍ​ຂຶ້ນ​ໄດ້​ໃນ​ບາງ​ສະ­ພາ­ວະ.

ນອກ­ຈາກ​ນີ້ ໂດຍ​ສ່ວນ​ໃຫຍ່​ແລ້ວ​ນັ້ນ ອາ­ຫານ​ກ່ອງ​ແຊ່​ແຂງ​ສຳ­ເລັດ​ຮູບ ມັກ​ຈະ​ມາ​ພ້ອມ​ກັບ​ພາ­ຊະ­ນະ​ທີ່​ເປັນ ກ່ອງ​ປຼັສ​ຕິກ​ທີ່​ປິດ​ມິດ​ຊິດ ດ້ານ​ໃນ​ມີ​ອາ­ຫານ​ທີ່​ຖືກ​ແຊ່​ເຢັນ​ຈົນ​ແຂງ ເມື່ອ​ຈະ​ຮັບ​ປະ­ທານ ຕ້ອງ​ເຈາະ​ຮູ​ນ້ອຍ​ກ່ອນ​ຈະ​ນຳ​ເຂົ້າ​ໄມ​ໂຄຣ​ເວ​ຟ ແຕ່​ຖ້າ​ເປັນ​ອາ­ຫານ​ສຳ­ເລັດ​ຮູບ​ແຊ່​ແຂງ​ຊະ­ນິດ​ອື່ນໆ​ທີ່​ບໍ່​ໄດ້​ມາ​ພ້ອມ​ກັບ​ກ່ອງ ເວ­ລາ​ຈະ​ອຸ່ນ​ດ້ວຍ​ໄມ​ໂຄຣ​ເວ​ຟ ບາງ​ຄົນ​ອາດ​ຈະ​ນຳ­ໄປ​ໃສ່​ພາ­ຊະ­ນະ​ທີ່​ເປັນ​ແກ້ວ ເຊ​ຣາ​ມິກ ປຼັສ​ຕິກ ເມ​ລາ​ມີນ ຫຼື ຖົງ​ປຼັສ​ຕິກ​ແລ້ວ​ຈຶ່ງ​ນຳ­ໄປ​ອຸ່ນ​ໃນ​ໄມ​ໂຄຣ​ເວ​ຟ ຊຶ່ງ​ຖ້າ​ຫາກ​ເປັນ​ຈອກ ຫຼື ເຊ​ຣາ​ມິກ​ທີ່​ບໍ່​ໄດ້​ຖືກ​ເຄືອບ​ດ້ວຍ​ສີ­ສັນ​ຕ່າງໆ​ກໍ​ຈະ​ປອດ​ໄພ ສາ­ມາດ​ນຳ​ເຂົ້າ​ໄມ​ໂຄຣ​ເວ​ຟ​ເພື່ອ​ເຮັດ​ການ​ອຸ່ນ​ໄດ້​ເລີຍ ແຕ່​ຖ້າ​ຫາ​ກວ່າ​ພາ­ຊະ­ນະ​ຈອກ  ຫຼື ເຊ​ຣາ​ມິກ​ນັ້ນ​ມີ​ການ​ເຄືອບ​ສີ   ຫຼື ແຕ້ມ​ລວ­ດລາຍ  ກໍ​ຈະ​ບໍ່ ເໝາະ​ທີ່​ຈະ​ນຳ​ມາ​ໃສ່​ອາ­ຫານ ເພາະ​ສີ ຫຼື​ລວ­ດລາຍ ເມື່ອ​ຖືກ​ຄວາມ​ຮ້ອນ​ຂອງ​ອາ­ຫານ​ຂະ­ນະ​ຢູ່​ໃນ​ໄມ​ໂຄຣ​ເວ​ຟ ຈະ​ລະ­ລາຍ ແລະ ປົນ​ເປື້ອນ​ໃນ​ອາ­ຫານ​ໄດ້ ແລະ ເມື່ອ​ກິນ​ອາ­ຫານ​ທີ່​ມີ​ສານ​ປົນ​ເປື້ອນ​ເຂົ້າ​ໄປ ກໍ​ຈະ​ເກີດ​ການ​ສະ​ສົມ​ໃນ​ຮ່າງ­ກາຍ ເຮັດ​ໃຫ້ ສ່ຽງ​ຕໍ່​ການ​ເກີດ​ໂລກ​ຕ່າງໆ​ຕາມ​ມາ  ເພາະ​ຄວາມ​ຮ້ອນ​ຈະ​ເຮັດ​ໃຫ້​ປຼັສ​ຕິກ​ເກີດ​ການ​ລະ­ລາຍ  ແລະ  ສານ­ພິດ​ຈາກ​ປຼັສ​ຕິກ​ຈະ​ປົນ​ເປື້ອນ​ອາ­ຫານ​ທີ່​ອຸ່ນ​ເອົາ​ໄວ້ ເມື່ອ​ກິນ​ສານ­ພິດ​ເຫຼົ່າ​ນີ້​ຫຼາຍໆ ຈະ​ເກີດ​ການ​ສະ​ສົມ ເຮັດ​ໃຫ້​ສ່ຽງ​ຕໍ່​ການ​ເກີດ​ມະ ເຮັງ​ໃນ​ສ່ວນ​ຕ່າງໆ​ຂອງ​ຮ່າງ­ກາຍ​ໄດ້ ດັ່ງ­ນັ້ນ ເວ­ລາ​ຈະ​ລະ­ລາຍ­ອາ­ຫານ​ແຊ່​ແຂງ​ສຳ­ເລັດ​ຮູບ ດ້ວຍ​ໄມ​ໂຄຣ​ເວ​ຟ ຄວນ​ເລືອກ​ພາ­ຊະ­ນະ​ທີ່​ສາ­ມາດ​ນຳ­ໄປ​ເຂົ້າ​ໄມ​ໂຄຣ​ເວ​ຟ​ໃຫ້​ດີໆ ເຊັ່ນ: ສັງ­ເກດ​ສັນ­ຍະ­ລັກ​ຮູບ​ໄມ​ໂຄຣ​ເວ​ຟ ແລະ ຄຳ​ວ່າ Microwave Safe, Oven Safe, Dishwasher Safe  ເປັນ­ຕົ້ນ ເພື່ອ​ຈະ​ຫຼຸດ​ການ​ສ່ຽງ​ອັນ­ຕະ­ລາຍ​ດັ່ງ­ກ່າວ.

ວິ­ທີ​ເກັບ​ຮັກ­ສາ​ອາ­ຫານ​ແຊ່​ແຂງ​ທີ່​ດີ

– ເມື່ອ​ຊື້​ອາ­ຫານ​ແຊ່​ແຂງ​ສຳ­ເລັດ​ຮູບ​ມາ​ແລ້ວ ໃຫ້​ຮີບ​ໃສ່​ຊ່ອງ​ຟຣີ​ຊ​ໃຫ້​ໄວ​ທີ່​ສຸດ.

– ບໍ່​ຄວນ​ນຳ​ອາ­ຫານ​ມາ​ຕັ້ງ​ຖິ້ມ​ໃຫ້​ລະ­ລາຍ ແລ້ວ​ນຳ​ກັບ­ເຂົ້າ​ແຊ່​ແຂງ​ອີກ ໂດຍ​ສະ­ເພາະ ອາ­ຫານ​ແຊ່​ແຂງ​ທີ່​ເຮັດ​ໃຫ້​ສຸກ​ແລ້ວ ຈະ​ຕ້ອງ​ບໍ່​ຢູ່​ນອກ​ຕູ້­ເຢັນ​ນານ​ກວ່າ 1 ຊົ່ວ­ໂມງ ແລ້ວ​ນຳ​ກັບ​ໄປ​ແຊ່​ແຂງ​ອີກ ເພາະ​ຈະ​ເຮັດ​ໃຫ້​ອາ­ຫານ​ນັ້ນ​ເສຍ​ຄຸນ ນະ​ພາບ​ໄດ້.

– ສ່ວນ​ອາ­ຫານ​ແຊ່​ແຂງ​ທີ່​ຍັງ​ບໍ່​ຜ່ານ​ການ​ເຮັດ ໃຫ້​ສຸກ ສາ­ມາດ​ລະ­ລາຍ​ແລ້ວ​ນຳ​ກັບ​ໄປ​ແຊ່​ອີກ​ຄັ້ງ​ໄດ້ ແຕ່​ອາດ​ຈະ​ເຮັດ​ໃຫ້​ມີ​ຄຸ­ນະ­ພາບ​ຫຼຸດ​ລົງ​ໄປ​ເລັກ​ນ້ອຍ.

– ອາ­ຫານ​ແຊ່​ແຂງ​ທີ່​ບໍ່​ແມ່ນ​ອາ­ຫານ​ແຊ່​ແຂງ​ສຳ­ເລັດ​ຮູບ ຫາກ​ຈະ​ນຳ​ມາ​ເຮັດ​ອາ­ຫານ​ຮັບ​ປະ­ທານ ຄວນ​ລ້າງ​ນ້ຳ​ໃຫ້​ສະ­ອາດ​ກ່ອນ​ທຸກ​ຄັ້ງ ເພາະ​ຊ່ວຍ​ຫຼຸດ​ສານ​ເຄ​ມີ​ທີ່­ຢູ່​ກັບ​ອາ­ຫານ​ໄດ້ ຊຶ່ງ​ຈະ​ໄດ້​ນຳ​ມາ​ຮັບ​ປະ­ທານ​ໄດ້​ຢ່າງ​ປອດ​ໄພ.

– ພະ­ຍາ­ຍາມ​ຮັບ​ປະ­ທານ​ອາ­ຫານ​ທີ່​ແຊ່​ແຂງ​ໄວ້​ໃຫ້​ໝົດ​ພາຍ​ໃນ 2-3 ເດືອນ ຈະ​ດີ​ທີ່​ສຸດ.

error: Content is protected !!