ການຫຼຸລູກໂດຍບໍ່ຖືກຕ້ອງ

ໃນ​ຍຸກ​ຂອງ​ຄວາມ​ເປັນ​ສ່ວນ​ຕົວ​ຫຼາຍ ກວ່າ​ທີ່​ຈະ​ຂຶ້ນ​ກັບ​ພໍ່​ແມ່​ຜູ້​ປົກ­ຄອງ ຊາຍ​ໜຸ່ມ ຍິງ​ໜຸ່ມ​ຈຳ­ນວນ​ໜຶ່ງ ກໍ​ເດີນ​ຕາມ​ຮ່ອງ­ຮອຍ​ຂອງ​ສັງ­ຄົມ​ທີ່​ແຕກ​ຕ່າງ​ທາງ​ດ້ານ​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ ເມື່ອ​ກ່ອນ​ບໍ່​ມີ​ທີ່​ແມ່­ຍິງ​ຕ້ອງ​ເຂົ້າ​ຫ້ອງ​ນອນ​ຂອງ​ຜູ້​ຊາຍ ແລະ ຜູ້​ຊາຍ​ກໍ​ບໍ່​ອາດ​ຈະ​ລ່ວງ​ລ້ຳ​ເຂົ້າ​ໃນ​ຫ້ອງ​ນອນ​ຂອງ​ແມ່­ຍິງ ເພາະ​ກົດ​ຂອງ​ຮີດ­ຄອງ​ຖື​ວ່າ​ເປັນ​ເລື່ອງ​ທີ່​ບໍ່​ຈົບ​ບໍ່​ງາມ ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ຍິງ​ຊາຍ​ຈະ​ນອນ​ຮ່ວມ​ຫ້ອງ​ດຽວ​ກັນ​ກໍ​ຍິ່ງ​ເປັນ​ໄປ​ບໍ່​ໄດ້ ມາ​ໃນ​ຍຸກ​ຍິງ​ສາວ ບ່າວ​ແພວ​ຈຳ­ນວນ​ໜຶ່ງ​ຖື​ການ​ຢູ່​ຮ່ວມ​ກັນ ຢູ່​ຫ້ອງ​ນອນ​ດຽວ​ກັນ ແລະ ນອນ​ຮ່ວມ​ກັນ ມັນ​ແມ່ນ​ສິດ​ທີ່​ບໍ່​ມີ​ໃຜ​ຈະ​ສາ­ມາດ​ຫ້າມ​ປາມ​ເຂົາ­ເຈົ້າ​ໄດ້ ມີ​ບາງ​ຄູ່​ກໍ​ຢູ່​ກັນ​ແບບ​ຄູ່​ຜົວ​ຕົວ​ເມຍ ເພາະ​ເຂົາ­ເຈົ້າ​ຖື​ວ່າ​ນັ້ນ​ແມ່ນ​ສິດ­ທິ​ສ່ວນ​ບຸກ­ຄົນ ແຕ່​ເລື່ອງ​ເຫຼົ່າ­ນັ້ນ​ກັບ​ກາຍ­ເປັນ​ການ​ສ້າງ​ບັນ­ຫາ ຄື​ການ​ຖື­ພາ​ຄາ​ທ້ອງ ທີ່​ທັງ​ສອງ​ຄົນ​ຍັງ​ບໍ່​ທັນ​ພ້ອມ​ທີ່​ຈະ​ໃຫ້​ມີ​ພະ­ຍານ​ຮັກ ກໍ​ຄື ລູກ ໃນ​ເມື່ອ​ບໍ່​ມີ​ຄວາມ​ພ້ອມ ກໍ​ຕ້ອງ​ທຳ​ການ​ຫຼຸ​ລູກ​ອອກ​ດ້ວຍ​ວິ­ທີ​ການ​ຕ່າງໆ ເຊັ່ນ: ອາດ​ຈະ​ກິນ​ຢາ ອາດ​ຈະ​ໄປ​ໃຫ້​ຄຼີ​ນິກ​ເອົາ​ອອກ​ໃຫ້ ຫຼື ໃຫ້​ຜູ້​ອື່ນ​ຊ່ວຍ​ເອົາ​ອອກ​ໃຫ້ ຊຶ່ງ​ເປັນ​ການ​ກະ­ທຳ​ຜິດ​ຕາມ​ທີ່​ປະ­ມວນ​ກົດ­ໝາຍ​ອາ­ຍາ​ໄດ້​ກຳ­ນົດ​ໄວ້​ຄື: ບຸກ­ຄົນ​ໃດ ຫາກ​ໄດ້​ທຳ​ການ​ຫຼຸ​ລູກ​ໃຫ້​ຜູ້​ອື່ນ​ຢ່າງ​ຜິດ​ກົດ­ໝາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ​ສະ­ລະ​ພາບ​ແຕ່ 1 ປີ ຫາ 3 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ກີບ​ຫາ 15.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ຜູ້​ກະ­ທຳ​ຜິດ ຫາກ​ໄດ້​ທຳ​ການ​ຫຼຸ​ລູກ​ໃຫ້​ຜູ້​ອື່ນ​ເປັນ​ອາ​ຈິນ ຫຼື ໃນ​ກໍ­ລະ­ນີ​ທີ່​ການ​ຫຼຸ​ລູກ​ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ​ນັ້ນ ຫາກ​ເຮັດ​ໃຫ້​ສຸ­ຂະ­ພາບ​ຂອງ​ແມ່​ຊຸດ­ໂຊມ ຫຼື ເຮັດ​ໃຫ້​ແມ່​ເສຍ​ຊີ­ວິດ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 5 ປີ ຫາ 7 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 7 ລ້ານ​ກີບ ຫາ 20.000.000 ກີບ.

ຜູ້­ຍິງ​ໃດ ຫາກ​ໄດ້​ທຳ​ການ​ຫຼຸ​ລູກ​ດ້ວຍ​ຕົນ​ເອງ ຫຼື ໃຊ້​ຜູ້​ອື່ນ​ເຮັດ​ໃຫ້ ໂດຍ​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່ 3 ເດືອນ ຫາ 1 ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 3 ລ້ານ​ກີບ ຫາ 10.000.000 ກີບ ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ​ກໍ​ຈະ​ຖືກ​ລົງ­ໂທດ.

ໂດຍ: ໄມ້​ງັດ

error: Content is protected !!