ມີສະຕິຊ່ວຍກັນຕ້ານໂຄວິດ-19

ຄວາມ​ຈິງ ຜູ້​ຂຽນ​ຢາກ​ເວົ້າ​ແມ່ນ​ການ​ປ້ອງ​ກັນ​ໄພ ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ເຊິ່ງ​ຖ້າ­ວ່າ​ເຮົາ​ຂາດ​ສະ­ຕິ​ຖື​ເບົາ ບາງ­ທີ​ຊີ­ວິດ​ເຮົາ​ກໍ​ບໍ່​ໂຊກ​ດີ​ສະ­ເໝີ​ໄປ ສາ­ມາດ​ຕິດ­ຕໍ່​ພະ­ຍາດ​ຈາກ​ບຸກ­ຄົນ​ອື່ນ​ໄດ້​ຫຼາຍ​ຮູບ​ແບບ​ເຊັ່ນ: ຈາກ​ໝູ່​ເພື່ອນ ຫຼື ຈາກ​ຄົນ​ທີ່​ບໍ່​ຮູ້­ຈັກ​ເພາະ​ພະ­ຍາດ​ນີ້ ຜູ້​ເປັນ​ເລີ່ມ​ຕົ້ນ ບາງ​ຄົນ​ຍັງ​ບໍ່​ຮູ້­ສຶກ​ໂຕ​ວ່າ​ໂຕ​ເອງ​ຕິດ ດັ່ງ­ນັ້ນ ເລື່ອງ​ການ​ມີ​ສະ­ຕິ​ຊ່ວຍ​ກັນ​ປ້ອງ​ກັນ​ເອົາ­ໃຈ­ໃສ່ ຕັກ­ເຕືອນ​ລູກ​ຫຼານ​ໃນ​ຄອບ­ຄົວ​ໃຫ້​ມີ​ສະ­ຕິ​ສູງ ກໍ​ຖື​ໄດ້​ວ່າ​ຊ່ວຍ​ກັນ​ປ້ອງ​ກັນ​ທົ່ວ​ສັງ­ຄົມ.

ລັດ­ຖະ­ບານ ໂດຍ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຖະ­ແຫຼງ​ຂ່າວ​ຄັ້ງ​ລ້າ​ສຸດ ໃນ​ເດືອນ​ທັນ­ວາ 2020 ໂດຍ​ໄດ້​ຮຽກ­ຮ້ອງ​ໃຫ້​ປະ­ຊາ­ຊົນ​ຊ່ວຍ​ກັນ​ມີ​ສະ­ຕິ​ໃນ​ການ​ໃຊ້​ຊີ­ວິດ ຫຼື ທ່ອງ​ທ່ຽວ​ໄປ​ມາ​ຕາມ​ສະ­ຖານ­ທີ່​ຕ່າງໆ ຕ້ອງ​ໄດ້​ໃຊ້​ຜ້າ​ອັດ​ປາກ ອັດ​ດັງ ໃນ​ເວ­ລາ​ເຂົ້າ​ຊຸມ​ຊົນ ແລະ ການ​ອອກ​ຈາກ​ເຮືອນ​ໄປ​ມາ​ຢ່າງ​ເຄັ່ງ​ຄັດ ຮຽກ­ຮ້ອງ​ໃຫ້​ປະ­ຊາ­ຊົນ​ທຸກ​ຄົນ​ປະ­ຕິ­ບັດ​ໄລ­ຍະ​ຫ່າງ ບໍ່​ສຳ­ຜັດ​ມື​ໃນ​ເວ­ລາ​ພົບ​ກັນ ໃຫ້​ໃຊ້​ການ​ຍົກ​ມື​ນົບ​ທັກ​ທາຍ​ຕາມ​ປະ­ເພ­ນີ​ລາວ… ເລື່ອງ​ການ​ມີ​ສະ­ຕິ​ຕັກ­ເຕືອນ​ບອກ​ລູກ​ຫຼານ​ໃຫ້​ຊ່ວຍ​ກັນ ເຄັ່ງ​ຄັດ​ປະ­ຕິ­ບັດ​ໄລ­ຍະ​ຫ່າງ​ນີ້​ສຳ­ຄັນ​ຫຼາຍ ເຊິ່ງ​ກວມ​ເຖິງ​ຫ້ອງ­ການ ສຳ­ນັກ­ງານ ໂດຍ​ສະ­ເພາະ ໂຮງ­ຮຽນ ຍິ່ງ​ຕ້ອງ​ມີ​ສະ­ຕິ​ເອົາ­ໃຈ­ໃສ່ ທັງ​ໄພ​ຂອງ​ພະ­ຍາດ ແລະ ຂີ້­ຝຸ່ນ​ຕາມ​ເດີ່ນ​ໂຮງ­ຮຽນ ເພື່ອ​ຮັກ­ສາ​ສຸ­ຂະ­ພາບ​ເຍົາ­ວະ​ຊົນ ບໍ່​ແມ່ນ​ຍາມ​ເລີກ​ຫຼິ້ນ​ແລ້ວ​ຂີ້­ຝຸ່ນ​ໄງ່​ກຸ້ມ​ເຂົ້າ​ດັງ​ນັກ­ຮຽນ​ແລ້ວ ຜູ້­ອຳ­ນວຍ­ການ ຫຼື ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ​ເຮັດ​ເອົາ​ຫູ​ໄປ​ນາ​ເອົາ​ຕາ​ໄປ​ໄຮ່​ເສີຍ.

ນະ­ໂຍ­ບາຍ​ລັດ­ຖະ­ບານ ຍັງ​ກວມ​ລວມ​ເຖິງ​ການ​ຈັດ​ງານ​ສັງ​ສັນ ງານ​ດອງ ຫຼື ບຸນ­ປີ­ໃໝ່​ສາ­ກົນ ກໍ​ຄວນ​ມີ​ສະ­ຕິ​ຊ່ວຍ​ກັນ​ວ່າ ເຮົາ​ເລືອກ​ປະ­ຕິ­ບັດ​ແນວ​ເໝາະ​ສົມ ເຊັ່ນ: ບາງ​ບໍ­ລິ­ສັດ​ມີ​ຕ່າງ­ປະ­ເທດ​ຫຼາຍ ເຂົາ​ກໍ​ຈັດ​ສະ­ຫຼອງ​ກັນ​ຕາມ​ຄວາມ​ເໝາະ​ສົມ ແຕ່​ສຳ­ລັບ​ລາວ​ເຮົາ ເຮັດ​ເອີກ​ກະ​ເຫຼີກ​ເຮ​ຮາ ພາ​ເພີນ ຈົນ​ຂາດ​ຈິດ​ສຳ­ນຶກ​ວ່າ​ອັນ​ໃດ​ເໝາະ​ສົມ ຫຼື ຈະ​ເລືອກ​ຈັດ​ແບບ​ໃດ​ໃຫ້​ມັນ​ເໝາະ​ສົມ ເຊິ່ງ​ເປັນ​ສິ່ງ​ທີ່​ໜ້າ​ຄິດ ສຳ­ຄັນ​ແມ່ນ​ບໍ່​ຫຼົງ​ເຫີ່​ຈົນ​ຂາດ​ສະ­ຕິ ບໍ່​ແມ່ນ​ຈະ​ອີງ­ໃສ່​ກຳ­ລັງ​ເສດ­ຖະ­ກິດ​ເປັນ​ໂຕ​ຕັດ­ສິນ​ຢ່າງ​ດຽວ​ນໍ ! ແຕ່​ຄວນ​ຄຳ­ນຶງ​ເຖິງ​ສ່ວນ​ລວມ​ຂອງ​ຊາດ.

ລັດ­ຖະ­ບານ​ຍັງ​ແນະ­ນຳ​ໃຫ້​ສະ­ຫຼອງ​ປີ​ໃໝ່​ຢູ່​ກັບ​ເຮືອນ ຖື​ວ່າ​ເປັນ​ຂໍ້​ແນະ­ນຳ​ທີ່​ປະ­ຊາ­ຊົນ​ລາວ​ຄວນ​ປະ­ຕິ­ບັດ ເຊັ່ນ: ການ​ຢາກ​ສູດ​ມົນ​ຂ້າມ​ປີ ທີ່​ເຫີ່​ເຮັດ​ຕາມ​ປະ­ເທດ​ໃກ້​ຄຽງ ທັງໆ​ທີ່​ຫຼາຍ​ສິບ​ປີ­ຜ່ານ­ມາ​ບໍ່​ເຄີຍ​ເຮັດ ບໍ່​ມີ​ປະ­ເພ­ນີ​ເຮັດ ກໍ​ຄວນ​ຢັບ​ຢັ້ງ​ຊັ່ງ​ໃຈ ເຮົາ​ສາ­ມາດ​ພາ​ລູກ​ຫຼານ​ໄຫວ້​ພະ​ສູດ​ມົນ​ໄດ້ ຄົນ​ລາວ​ຊາວ​ພຸດ​ໃນ​ເຮືອນ​ມີ​ຫ້ອງ​ໄຫວ້​ພະ​ຍິ່ງ​ເປັນ​ການ​ດີ ບໍ່​ແມ່ນ​ຍາມ​ໃດ​ກໍ​ຈະ​ຫຼົງ​ແຕ່​ເຫີ່​ອວດ​ກັນ ຈັດ​ແຕ່​ພຽງ​ຮູບ​ແບບ​ພິ­ທີ­ກຳ ແຕ່​ບໍ່​ໄດ້​ເນື້ອ​ໃນ​ແກ່ນ­ສານ.

ໂດຍ: ດັ້ນ​ກີບ​ເມກ

error: Content is protected !!