ເບິ່ງກົດໝາຍໃໝ່ໆໃນ ສປ ຈີນ

ແຕ່​ເດືອນ​ກັນ­ຍາ​ຫາ​ເດືອນ​ພະ­ຈິກ ປີ 2020 ນີ້ ທາງ​ການ ສປ ຈີນ ໄດ້​ຮັບ­ຮອງ ແລະ ປະ­ກາດ​ໃຊ້​ກົດ­ໝາຍ​ໃໝ່ໆ​ຫຼາຍ​ສະ­ບັບ ແຕ່​ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ຂໍ​ສະ­ເໜີ​ພຽງ 3 ສະ­ບັບ ຄື: ກົດ­ໝາຍ​ກ່ຽວ​ກັບ​ການ​ລາ​ພັກ​ປະ­ຈຳ​ປີ​ຂອງ​ລູກ­ຈ້າງ ກົດ­ໝາຍ​ເຂດ​ການ​ຄ້າ​ເສລີ ແລະ ກົດ­ໝາຍ​ຄວບ​ຄຸມ​ການ​ຂົນ­ສົ່ງ​ສິນ­ຄ້າ​ເຕັກ​ໂນ​ໂລ​ຊີ ຊຶ່ງ​ມີ​ລາຍ​ລະ­ອຽດ​ດັ່ງ​ລຸ່ມ​ນີ້:

ກົດ­ໝາຍ​ວ່າ​ດ້ວຍ​ການ​ລາ​ພັກ​ຂອງ​ລູກ­ຈ້າງ: ຂ່າວ​ໃນ​ວັນ​ທີ 12 ເດືອນ​ພະ­ຈິກ 2020 ໃຫ້​ຮູ້​ວ່າ: ນະ­ຄອນ​ເຊິນ​ເຈິນ ທີ່​ມົນ­ທົນ​ກວາງ​ຕຸງ ໄດ້​ອອກ​ກົດ­ໝາຍ​ວ່າ​ດ້ວຍ​ການ​ລາ​ພັກ​ປະ­ຈຳ​ປີ​ຂອງ​ລູກ­ຈ້າງ ໂດຍ​ບໍ່​ມີ​ການ​ຕັດ​ຄ່າ​ແຮງ​ງານ ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຮງ​ງານ​ຂອງ​ນະ­ຄອນ ເຊິນ​ເຈິນ ໄດ້​ໃຫ້​ລາຍ​ລະ­ອຽດ​ກ່ຽວ​ກັບ​ກົດ­ໝາຍ​ສະ­ບັບ​ນີ້​ວ່າ ນັບ​ແຕ່​ປີ 2021 ເປັນ­ຕົ້ນ​ໄປ ບັນ­ດາ​ນາຍ​ຈ້າງ​ຕ້ອງ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ ກ່ຽວ​ກັບ​ການ​ລາ​ພັກ​ຂອງ​ລູກ­ຈ້າງ​ໂດຍ​ບໍ່​ມີ​ການ​ຕັດ​ຄ່າ​ແຮງ​ງານ ຈຸດ­ປະ­ສົງ​ຕົ້ນ­ຕໍ​ຂອງ​ກົດ­ໝາຍ ແມ່ນ​ເພື່ອ​ຫຼຸດ­ຜ່ອນ​ຄວາມ​ສ່ຽງ​ຈາກ​ສະ­ພາບ​ບົກ​ແຫ້ງ​ຂອງ​ແຮງ​ງານ ຍ້ອນ​ຜູ້​ໃຊ້​ແຮງ​ງານ​ເຮັດ​ວຽກ​ໜັກ​ເກີນ​ໄປ ເວົ້າ​ອີກ​ຈັ່ງ​ໜຶ່ງ ກໍ​ແມ່ນ​ວ່າ​ຖ້າ​ຢາກ​ໃຊ້​ແຮງ​ງານ​ຢ່າງ​ຍາວ​ນານ ກໍ​ຕ້ອງ​ໃຫ້​ລູກ­ຈ້າງ​ໄດ້​ມີ​ໂອ­ກາດ​ພັກ­ຜ່ອນ ພ້ອມ​ດ້ວຍ​ນະ­ໂຍ­ບາຍ​ບໍ່​ຕັດ​ຄ່າ​ແຮງ​ງານ ໃນ​ໄລ­ຍະ​ຜ່ານ​ມາ ຂໍ້​ບັງ­ຄັບ​ກ່ຽວ​ກັບ​ການ​ເຮັດ​ວຽກ​ຂອງ​ແຕ່​ລະ​ບໍ­ລິ­ສັດ​ໃນ​ຈີນ​ນັ້ນ ມີ​ຄວາມ​ແຕກ​ຕ່າງ​ກັນ ໂດຍ​ສະ­ເລ່ຍ​ແລ້ວ ລູກ­ຈ້າງ​ສາ­ມາດ​ລາ​ພັກ ແລະ ໄດ້​ຮັບ​ຄ່າ​ຈ້າງ​ຢ່າງ​ໜ້ອຍ 5 ວັນ​ຂອງ​ຈຳ­ນວນ​ວັນ​ທີ່​ພັກ ພາຍ­ຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ­ລາ 1 ປີ ສິດ​ດັ່ງ­ກ່າວ​ໄດ້​ກຳ­ນົດ​ຢູ່​ໃນ​ກົດ­ໝາຍ​ແຮງ​ງານ​ຈີນ ແຕ່​ການ​ບັງ­ຄັບ​ໃຊ້​ນັ້ນ​ຜັດ​ຍັງ​ບໍ່​ເຂັ້ມ​ງວດ ກົດ­ໝາຍ​ວ່າ​ດ້ວຍ​ການ​ລາ​ພັກ ໂດຍ​ບໍ່​ຖືກ​ຕັດ​ຄ່າ​ແຮງ​ງານ​ຂອງ​ລູກ­ຈ້າງ​ຢູ່​ນະ­ຄອນ­ຫຼວງ​ເຊິນ​ເຈິນ​ນີ້ ມີ​ເປົ້າ​ໝາຍ​ໃຫ້​ກາຍ­ເປັນ​ຕົວ­ຢ່າງ​ສຳ­ລັບ​ນະ­ຄອນ ກໍ​ຄື ຕົວ​ເມືອງ​ອື່ນໆ​ໃນ​ທົ່ວ​ປະ­ເທດ​ຈີນ.

ກົດ­ໝາຍ​ເຂດ​ການ​ຄ້າ​ເສລີ: ຂ່າວ​ຈາກ ສປ ຈີນ ໃນ​ວັນ​ທີ 2 ກັນ­ຍາ​ປີ​ນີ້ ໃຫ້​ຮູ້​ວ່າ: ກົດ­ໝາຍ​ເຂດ​ການ​ຄ້າ​ເສລີ ສະ­ບັບ​ທຳ​ອິດ​ຂອງ​ຈີນ ໄດ້​ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ວັນ​ທີ 1 ກັນ­ຍາ 2020 ກົດ­ໝາຍ​ໄດ້​ກຳ­ນົດ​ຂໍ້​ບັງ­ຄັບ ວ່າ​ດ້ວຍ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ ເສີ​ໂຄ​ຊຽນ​ໄຫ່ ໃນ​ເຂດ​ເສດ­ຖະ­ກິດ​ພິ­ເສດ ເຊິນ​ເຈິນ ແລະ ຂໍ້​ບັງ­ຄັບ​ວ່າ​ດ້ວຍ​ການ​ບໍ­ລິ­ການ​ດ້ວຍ​ລະ­ບົບ​ສະ­ໄໝ​ໃໝ່ ໃນ​ທ່າ­ເຮືອ​ນຳ​ເລິກ​ຊຽນ​ໄຫ່ ຂອງ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ເຊິນ​ເຈິນ ເຊັ່ນ​ດຽວ​ກັນ ເຂດ​ການ​ຄ້າ​ເສລີ ເສີ​ໂຄ​ຊຽນ​ໄຫ່ ຈະ​ເປີດ​ໄຟ​ຂຽວ​ໃຫ້​ນັກ​ລົງ­ທຶນ​ຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນ​ໄດ້​ຢ່າງ​ເສລີ ຍົກ­ເວັ້ນ​ໃນ​ບາງ​ພື້ນ​ທີ່​ໂດຍ​ປະ­ຕິ­ບັດ​ຕາມ​ຮູບ​ແບບ​ທີ່​ບໍ່​ມີ​ການ​ແຊກ​ແຊງ ຖ້າ​ຫາກ​ບໍ່​ມີ​ການ​ລະ­ເມີດ​ກົດ­ໝາຍ ນີ້​ຖື​ວ່າ​ເປັນ​ການ​ຍົກ­ເລີກ​ຂໍ້​ກຳ­ນົດ​ທີ່​ບໍ່​ຈຳ­ເປັນ​ຂອງ​ການ​ລົງ­ທຶນ​ຕ່າງ­ປະ­ເທດ​ໃນ​ຈີນ ກົດ­ໝາຍ​ສະ­ບັບ​ນີ້ ຍັງ​ມີ​ຂໍ້​ບັງ­ຄັບ​ວ່າ​ດ້ວຍ​ການ​ປັບ­ປຸງ​ຂໍ້​ກຳ­ນົດ​ກ່ຽວ​ກັບ​ການ​ຂຶ້ນ​ທະ­ບຽນ​ນິ­ຕິ­ບຸກ­ຄົນ ຊຶ່ງ​ອະ­ນຸ­ຍາດ​ໃຫ້​ຜູ້​ປະ­ກອບ​ທຸ­ລະ​ກິດ​ໃນ​ຮົງ​ກົງ ແລະ ມາ​ເກົ້າ ຂຶ້ນ​ທະ­ບຽນ​ໃນ​ເຂດ​ການ​ຄ້າ​ເສລີ ເພື່ອ​ດຳ­ເນີນ​ທຸ­ລະ​ກິດ​ທີ່​ກ່ຽວ­ຂ້ອງ​ໄດ້.

ກົດ­ໝາຍ​ຄວບ​ຄຸມ​ການ​ຂົນ­ສົ່ງ​ສິນ­ຄ້າ​ເຕັກ​ໂນ​ໂລ​ຊີ: ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ໃນ​ວັນ​ທີ 19 ຕຸ­ລາ 2020 ວ່າ ຄະ­ນະ​ປະ­ຈຳ​ຂອງ​ສະ­ພາ​ປະ­ຊາ­ຊົນ​ແຫ່ງ​ຊາດ​ຈີນ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ການ​ຂົນ­ສົ່ງ​ສິນ­ຄ້າ​ເຕັກ​ໂນ​ໂລ​ຊີ ໄດ້​ເລີ່ມ​ມີ​ຜົນ​ສັກ­ສິດ​ນັບ​ແຕ່​ວັນ​ທີ 1 ທັນ­ວາ 2020 ເປັນ­ຕົ້ນ​ໄປ ກົດ­ໝາຍ​ສະ­ບັບ​ນີ້ ມີ​ຈຸດ­ປະ­ສົງ​ເພື່ອ​ຄຸ້ມ​ຄອງ​ຄວາມ​ໝັ້ນ­ຄົງ​ຂອງ​ຊາດ ໂດຍ​ໄດ້​ລະ­ບຸ​ແຈ້ງ­ວ່າ ລັດ­ຖະ­ບານ​ຈີນ ມີ​ອຳ­ນາດ​ໃນ​ການ​ຕອບ​ໂຕ້​ກັບ​ປະ­ເທດ ລັດ ແລະ ດິນ­ແດນ​ແຫ່ງ​ໃດ​ກໍ​ຕາມ ທີ່​ລະ­ເມີດ​ກົດ­ໝາຍ​ຂົນ­ສົ່ງ ແລະ ມີ​ພຶດ­ຕິ​ກຳ​ຂົ່ມ­ຂູ່​ຄຸກ​ຄາມ​ຄວາມ​ໝັ້ນ­ຄົງ ຕະ­ຫຼອດ​ຮອດ​ຜົນ​ປະ­ໂຫຍດ​ຂອງ ສປ ຈີນ ທີ່​ຕິດ​ພັນ​ກັບ​ການ​ສົ່ງ​ອອກ​ສິນ­ຄ້າ​ອ່ອນ​ໄຫວ ຊຶ່ງ​ກ່ຽວ­ຂ້ອງ​ກັບ​ເຕັກ​ໂນ​ໂລ​ຊີ.

error: Content is protected !!