ຊາວກະສິກອນເມືອງຫາດຊາຍຟອງ ຂຸ້ນຂ້ຽວປັກດຳເຂົ້ານາແຊງ

    ທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 5 ມັງກອນ 202 1ວ່າ: ປັດຈຸບັນ ຊາວກະສິກອນເມືອງຫາດຊາຍຟອງ ເລັ່ງຂຸ້ນຂ້ຽວຜະລິດລະດູແລ້ງສົກປີ 2020-2021 ເປັນຕົ້ນ ປັກດຳເຂົ້ານາແຊງ ເນື້ອທີ່ແຜນການ 3.700 ເຮັກຕາ ແຜນການຕົກກ້າ 296 ໂຕນ ສະມັດຕະພາບ 5,15 ໂຕນຕໍ່ເຮັກຕາ ຜົນຜະລິດທັງໝົດ 19.055 ໂຕນ ແຕ່ມາຮອດປັດຈຸບັນ ປັກດຳສຳເລັດ 2.391 ເຮັກຕາ ເທົ່າກັບ 64,62% ຂອງເນື້ອທີ່ແຜນການ ແລະ ຄາດວ່າຈະໃຫ້ສຳເລັດທ້າຍເດືອນມັງກອນນີ້ ແຕ່ວ່າເນື້ອທີ່ແຜນການປັກດຳເຂົ້ານາແຊງສົກປີນີ້ຫຼຸດລົງ 600 ເຮັກຕາ ທຽບໃສ່ສົກປີ 2019-2020 ສາເຫດຍ້ອນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ທາງລົດໄຟ ໂລຈີສຕິກ ເຮັດໃຫ້ເນື້ອທີ່ດິນນາໄດ້ຫັນໄປໃຊ້ແນວອື່ນ ແລະ ໃນອະນາຄົດ ຖ້າມີການພັດທະນາໄປເລື້ອຍໆ ກໍຈະເຮັດໃຫ້ເນື້ອທີ່ນາຫຼຸດລົງຕື່ມອີກ.

                     # ຂ່າວ & ພາບ : ສົມສະຫວັນ

error: Content is protected !!