3S ພັດທະນາ ມີຜົນສຳເລັດການດຳເນີນທຸລະກິດຫຼາຍດ້ານ

    ວັນທີ 4 ມັງກອນ 2021 ກຸ່ມບໍລິສັດ 3S ພັດທະນາ ໄດ້ສະຫຼອງຜົນສຳເລັດການດຳເນີນທຸລະກິດ 15 ປີຜ່ານມາ ແລະ ເປີດນຳໃຊ້ໂຮງແຮມວຽງຈັນພາວິລຽນ ທີ່ຕັ້ງຢູ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີທ່ານ ຄຳສານ ສຸວົງ ຫົວໜ້າໄອຍະການປະຊາຊົນສູງສຸດ ບັນດາຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ນັກທຸລະກິດເຂົ້າຮ່ວມ.

    ທ່ານ ປອ ພອນປະເສີດ ອິນທະສອນ ປະທານກຸ່ມບໍລິສັດ 3S ພັດທະນາໄດ້ກ່າວ່າ: ຈຸດເລີ່ມຕົ້ນບໍລິສັດປີ 2005 ດ້ວຍທຸລະກິດເປີດສອນ-ຈຳໜ່າຍຄອມພີວເຕີ ແລະ ບໍລິການໄອທີ ດ້ວຍທຶນຈົດທະບຽນ 50 ລ້ານກີບ ໃນນາມ 3S ຄອມພີວເຕີ ຈາກນັ້ນ ໄດ້ຂະຫຍາຍທຸລະກິດເຂົ້າສູ່ວົງການກໍ່ສ້າງປີ 2009 ແລະ ຈົດທະບຽນວິສາຫະກິດເປັນບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ ໄດ້ມີທຶນຈົດທະບຽນເພີ່ມຂຶ້ນເລື້ອຍໆ ຈົນມາຮອດປັດຈຸບັນມີ 30 ຕື້ກີບ ໂດຍມີທຸລະກິດຫຼັກຄື: ທີ່ປຶກສາດ້ານອະສັງຫາລິມະຊັບ ຮັບເໝົາອອກແບບກໍ່ສ້າງ ສະໜອງຜະລິດຕະພັນຄອນກຣີດສຳເລັດຮູບ ບໍລິການດ້ານໄອທີ ໃນນັ້ນ ຈະມີຮ່ວມມືພັດທະນາສະຖານີໂທລະພາບນະຄອນຫຼວງວງຈັນ (vte 9 ) ແລະ ການບໍລິຫານຈັດການໂຮງແຮມ.

                     # ຂ່າວ & ພາບ : ສົມສະຫວັນ

error: Content is protected !!