ຂໍ້ມູນເພີ່ມເຕີມ ກ່ຽວກັບມາດຕະການທີ່ກຳລັງຈັດຕັ້ງປະຕິບັດປ້ອງກັນພະຍາດໂຄວິດ-19

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຂ່າວໃຫ້ຮູ້ວັນທີ 5 ມັງກອນ 2021 ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກນີ້ຍັງບໍ່ໄດ້ຜ່ອນຄາຍລົງ ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລິເລີ່ມນຳໃຊ້ວັກແຊັງປ້ອງກັນພະຍາດດັ່ງກ່າວຢູ່ໃນບາງປະເທດມາແລ້ວ ຮອດວັນທີ 5 ມັງກອນ 2021 ມີຜູ້ຕິດເຊື້ອເຖິງ 85.979.076 ຄົນ (ໃໝ່ 519.656) ເສຍຊີວິດ 1.858.793 (ໃໝ່8,646) ຕໍ່ໜ້າສະພາບການດັ່ງກ່າວ ແລະ ຄວາມເປັນຫ່ວງເປັນໄຍຂອງສັງຄົມ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈະໃຫ້ຂໍ້ມູນເພີ່ມເຕີມບາງຢ່າງກ່ຽວກັບມາດຕະການທີ່ກຳລັງຈັດຕັ້ງປະຕິບັດ ເພື່ອໃຫ້ມີການຮ່ວມມືຢ່າງຈິງຈັງ ແລະ ມີຄວາມເຊື່ອໝັ້ນຕໍ່ຄວາມປອດໄພຢູ່ປະເທດພວກເຮົາ ການປະຕິບັດແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີເລກທີ 1414/ຫສນຍ ກ່ຽວກັບມາດຕະການປ້ອງກັນໂຄວິດ-19 ແຕ່ວັນທີ 23 ທັນວາ 2020 ເຖິງວັນທີ 31 ມັງກອນ 2021 ໄດ້ລະບຸແຈ້ງ 13 ມາດຕະການ ເຊິ່ງມີມາດຕະການທີ່ສຳຄັນ ແລະ ຕົ້ນຕໍທີ່ສຸດ ເປັນຕົ້ນ ການໂຈະການອະນຸມັດຖ້ຽວບິນເໝົາລຳຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຍົກເວັ້ນຖ້ຽວບິນມະນຸດສະທຳແມ່ນເພື່ອຫຼີກເວັ້ນການນຳເອົາຜູ້ໂດຍສານທີ່ຕິດເຊື້ອໂຄວິດ-19 ເຂົ້າມາໃນປະເທດພວກເຮົາ ໂຈະອອກວີຊາໃຫ້ແກ່ຜູ້ເດີນທາງມາຈາກປະເທດທີ່ມີການລະບາດໃນຊຸມຊົນ ກວດວິເຄາະຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງ PCR ທຸກຄົນ 72 ຊົ່ວໂມງ ກ່ອນເດີນທາງເຂົ້າມາ ສປປ ລາວ ເກັບຕົວຢ່າງກວດວິເຄາະຫາເຊື້ອໂຄວິດ-19 ດ້ວຍເຄື່ອງ PCR ທຸກຄົນທີ່ເດີນທາງຜ່ານດ່ານ ຫຼື ເມື່ອມາເຖິງສະໜາມບິນ ແລະ ຈຳກັດບໍລິເວນຢູ່ສະຖານທີ່ກຳນົດໄວ້ຄົບ 14 ວັນ ເຝົ້າລະວັງຕາມຊາຍແດນປະເທດອ້ອມຂ້າງ ຕິດຕາມເອົາລັກລອບເຂົ້າເມືອງຜິດກົດໝາຍ ເຂົ້າມາກວດວິເຄາະຫາເຊື້ອໂຄວິດ-19 ແລະ ນຳພາເຂົ້າໄປຈຳກັດບໍລິເວນຢູ່ສູນທີ່ກຳນົດໄວ້ຄົບ 14 ວັນ ການກວດກາຜູ້ຂັບລົດຂົນສົ່ງສີນຄ້າຜ່ານແດນໃຫ້ມີໃບຢັ້ງຢືນກວດຫາເຊື້ອພະຍາດໂຄວິດ-19 ເປັນຜົນລົບທຸກໆອາທິດ ຈຶ່ງອະນຸຍາດໃຫ້ຜ່ານຊາຍແດນເຂົ້າມາ ຍັງມີມາດຕະການເພີ່ມເຕີມອີກໄລຍະທີ່ມີການລະບາດຢູ່ຕະຫຼາດອາຫານທະເລຂອງປະເທດເພື່ອນບ້ານ ເຊິ່ງພວກເຮົາໄດ້ໂຈະຊົ່ວຄາວການນຳເຂົ້າອາຫານທະເລຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19. 

    ສໍາລັບມາດຕະການພາຍໃນປະເທດ ພວກເຮົາໄດ້ໂຈະງານຄອນເສີດ ງານດົນຕີສະໂມສອນ ແລະ ງານສະຫຼອງປີໃໝ່ສາກົນທີ່ຈັດເປັນງານໃຫ່ຍ ກໍເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກພາກສ່ວນກ່ຽວຂ້ອງ ຕິດຕາມກວດກາມາດຕະການຢູ່ສູນຈຳກັດບໍລິເວນຂອງລັດ ໂຮງແຮມທີ່ຖືກກຳນົດໄວ້ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈຳກັດບໍລິເວນຄົບ 14 ວັນ ບໍ່ໃຫ້ອອກໄປຂ້າງນອກ ໄດ້ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມຍົກສູງສະຕິຄວາມຮັບຜິດຊອບໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ການແຜ່ເຊື້ອ ໄດ້ລົງເກັບຕົວຢ່າງຈາກຜູ້ຂົນສົ່ງ ແລະ ຄ້າຂາຍອາຫານທະເລມາກວດວິເຄາະຫາເຊື້ອໂຄວິດ-19 ຈຳນວນ 138 ຄົນ ເຫັນວ່າບໍ່ພົບເຊື້ອພະຍາດ ນອກນີ້ ຍັງມີມາດຕະການເພີ່ມເຕີມ ສຳລັບຕິດຕາມຜູ້ຈຳກັດບໍລິເວນໃນໄລຍະ 14 ວັນ ເຊິ່ງແມ່ນເຄື່ອງມືທາງການແພດແບບ Digital ແນໃສ່ໂມງຜູ້ເດີນທາງເຂົ້າມາ ສາມາດຕິດຕາມອຸນຫະພູມເຊົ້າ-ແລງ ແລະ ບອກສະຖານທີ່ທີ່ຜູ້ກ່ຽວໄປມາ ພ້ອມທັງມາດຕະການໃຫ້ຊື້ປະກັນໄພໂຄວິດ-19 ສຳລັບຜູ້ເດີນທາງເຂົ້າມາ ສະເພາະກ່ຽວກັບ ວັກແຊັງກັນພະຍາດໂຄວິດ-19 ປະເທດເຮົາກໍໄດ້ຮັບມາແລ້ວ ແລະ ໄດ້ກຳນົດການສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງເປັນຮອບທີ 2 ແລ້ວ ແລະ ຈະສືບຕໍ່ດຳເນີນການຕໍ່ໄປ.

                # ຂ່າວ & ພາບ : ຂັນທະວີ

error: Content is protected !!