ມອບໃບຍ້ອງຍໍໃຫ້ຜູ້ມີຜົນງານໃນການປະກອບສ່ວນຜະລິດສິນຄ້າເພື່ອສົ່ງອອກ

    ເພື່ອເປັນການຊົມເຊີຍຕໍ່ຜົນງານ ແລະ ຄຸນງາມມຄວາມດີຂອງທ່ານ ອີໂນະອຸແອ ອິກຸໂຊະ ປະທານບໍລິຫານ ແລະ ເຈົ້າໜ້າທີ່ຜະລິດເຫຼົ້າ ບໍລິສັດອຸດສາຫະກຳກະເສດອິນຊີລາວ ຈຳກັດ ທີ່ມີຜົນງານໃນການເອົາໃຈໃສ່ຄົ້ນຄ້ວາ ນໍາໃຊ້ວັດຖຸດິບລາວ ເພື່ອພັດທະນາເປັນຜະລິດຕະພັນເຫຼົ້າຢີຫໍ້ ລາວດີ (LAODI) ເປັນສິນຄ້າຄຸນເປັນນະພາບສູງ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ວັນທີ 5 ມັງກອນ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີພິທີມອບໃບຍ້ອງຍໍໃຫ້ທ່ານ ອີໂນະອຸແອ ອິກຸໂຊະ ເປັນກຽດມອບໂດຍທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະຫຳ ແລະ ການຄ້າ ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີແຜນເພື່ອມອບໃບຍ້ອງໃຫ້ແກ່ບຸກຄົນ ບໍລິສັດທີ່ສາມາດຜະລິດສິນຄ້າ ໂດຍສະເພາະແມ່ນຜະລິດຕະພັນທີ່ດີເດັ່ນເພື່ອສົ່ງອອກຈາກປະເທດລາວ ໄປຍັງຕ່າງປະເທດ ໂດຍນຳໃຊ້ວັດຖຸດິບພາຍໃນປະເທດ ເຊິ່ງບໍລິສັດອຸດສາຫະກຳອິນຊີລາວ ຈຳກັດ ເປັນບໍລິສັດໜຶ່ງທີ່ໄດ້ປະກອບສ່ວນໃນການພັດທະນາຜະລິດຕະພັນຂອງຕົນຈົນສາມາດສົ່ງໄປຍັງຕ່າງປະເທດໄດ້ ໂດຍສະເພາະແມ່ນການແປຮູບອ້ອຍ ໝາກໄມ້ຕ່າງໆໃຫ້ມາເປັນເຫຼົ້າ ໃນນີ້ ທ່ານ ອີໂນະອຸແອ ອິກຸໂຊະ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານດັ່ງກ່າວ ແລະ ເປັນການກະຕຸ້ນໃຫ້ແກ່ທຸລະກິດຕ່າງໆຢູ່ ສປປ ລາວໃຫ້ສາມາດແຂ່ງຂັນລາງວັນການສົ່ງອອກດີເດັ່ນໃນທ້າຍປີ 2021.

    ທ່ານ ສີຫັດຖະ ຣາຊະພົນ ຜູ້ອໍານວຍການບໍລິສັດອຸດສາຫະກໍາກະເສດອີນຊີລາວ ຈໍາກັດ ກໍໄດ້ກ່າວວ່າ ລາວເປັນປະເທດທີ່ມີເນື້ອທີ່ປູກຝັງກ້ວາງ ເໝາະຕໍ່ການດໍາເນີນທຸລະກິດກະສິກໍາ ໂດຍສະເພາະແມ່ນກະສິກໍາສະອາດ ກະສິກໍາປອດສານພິດ ທີ່ຈະເປັນຈຸດເດັ່ນ ຈຸດຂາຍໃຫແກ່ຜູ້ບໍລິໂພກ ແລະ ມີພືດຊະນິດກະສິກຳຫຼາຍຊະນິດ ສະນັ້ນ ປີ 2007 ຈຶ່ງໄດ້ສ້າງຕັ້ງບໍລິສັດອຸດສາຫະກຳການກະເສດອິນຊີລາວຂຶ້ນ ໂດຍນຳໃຊ້ອ້ອຍເປັນວັດຖຸດິບ ເຊິ່ງນຳເອົານ້ໍາອ້ອຍສົດມາປຸງແຕ່ງຜະລິດເປັນເຫຼົ້າຣັມ (Rum) ເພື່ອຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ ປັດຈຸບັນ ຜະລິດຕະພັນເຫຼົ້າຂອງພວກເຮົາມີ 13 ຣົດຊາດທີ່ນຳໃຊ້ວັດຖຸດິບແຕກຕ່າງກັນ ສາມາດສົ່ງອອກໄປຫຼາຍປະເທດເຊັ່ນ ສະວິດ ໄຕ້ຫວັນ ໄທ ຍີ່ປຸ່ນ ອາເມຣິກາ ແລະ ປະເທດອື່ນໆ ບໍລິສັດດັ່ງກ່າວຕັ້ງຢູ່ຫຼັກ 47 ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!